ສະຫາຍ ຫຼີ ຊູ ເລີຍ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

3

     ຕອນເຊົ້າວັນທີ 10 ພະຈິກ 2025  ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ – ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.

     ເປັນກຽດຕ້ອນຮັບຢູ່ສະໜາມບິນ ຄະນະຝ່າຍລາວ ນໍາໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ມີສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ຝາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈຳ ສປປ. ລາວ ພ້ອມດ້ວຍຄະນະທັງສອງຝ່າຍ.

     ກອງປະຊຸມສຳມະນາຄັ້ງນີ້ແມ່ນຈະຈັດຂຶ້ນທີ່ແຂວງຈຳປາສັກ ພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ເຊິ່ງເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນທາງດ້ານທິດສະດີແລະ ພຶດຕິກຳ ທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາພາຮອບດ້ານຂອງພັກຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຮ່າງບົດສະຫຼຸບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

2
1

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ