ສວສສຊ ຢ້ຽມຢາມທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫລວງວຽງຈັນ

IMG_7041

      ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ທີ່ຈະມາເຖິງນີ້. ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2025 ທີ່ຜ່ານມາ, ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາພາຄະນະພັກ-ຄະນະນຳຂອງບັນດາຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍສະມາຊິກພັກ, ພະນັກງານລັດຖະກອນ ໄປຢ້ຽມຢາມ ບໍລິສັດທ່າບົກທ່ານາແລ້ງ (THANALENG DRY PORT Sole CO., LTD). ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ເພື່ອຮັບຟັງການດຳເນີນວຽກງານຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງສິນຄ້າພາຍໃນ-ຕ່າງປະເທດ ທັງເກັບກຳຂໍ້ມູນ, ຄຳສະເໜີນໍາໄປຄົ້ນຄວ້າ ແລະ ຮັບໃຊ້ເຂົ້າໃນການແກ້ໄຂສະພາບເສດຖະກິດ-ການເງິນຂອງລາວໃຫ້ຂາດຕົວ.

      ໃນໂອກາດນີ້, ທ່ານ ສີລາ ວຽງແກ້ວ. ປະທານສະພາບໍລິຫານ ບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ກ່າວຕ້ອນຮັບ ແລະ  ສະເໜີປະຫວັດຄວາມເປັນມາຂອງບໍລິສັດໂດຍຫຍໍ້ ບາງຕອນວ່າ: ການສ້າງທ່າບົກທ່ານາແລ້ງ ແມ່ນໂຄງການໜຶ່ງທີ່ສຳຄັນຂອງລັດຖະບານ ເພື່ອຍົກລະດັບການຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າໃຫ້ມີປະສິດທິພາບ, ສ້າງແຫຼ່ງລາຍຮັບທີ່ສໍາຄັນເຂົ້າລັດ ໂດຍການຮ່ວມມືກັບພາກເອກະຊົນໃນການລົງທຶນ ແລະຄຸ້ມຄອງດໍາເນີນ ທຸລະກິດ. ໂຄງການດັ່ງກ່າວກວມມີເນື້ອທີ່ທັງໝົດ 418 ເຮັກຕາ. ໃນນັ້ນ ສ້າງເປັນຈະເຂດໂລຊິດສະຕິກ ກວມ 327 ເຮັກຕາ ແລະ ເຂດທ່າບົກທ່ານາແລ້ງ ກວມ 98 ເຮັກຕາ ຄາດຄະເນມູນຄ່າການລົງທຶນ 527 ລ້ານໂດລາສະຫະລັດ. ມາຮອດປັດຈຸບັນ ບໍລິສັດໄດ້ສຳເລັດການພັດທະນາໂຄງການໄລຍະທີ I ແລະ ຈະສືບຕໍ່ປະຕິບັດໂຄງການໄລຍະທີ II ໃນການກໍ່ສ້າງເຂດໂລຊິດສະຕິກ ເຊິ່ງປະກອບມີ 8 ເຂດພັດທະນາຄື: ເຂດສາງເກັບມ້ຽນນໍ້າມັນເຊື້ອໄຟ, ເຂດຜະລິດສົ່ງອອກ (ເຂດອຸດສາຫະກໍາເບົາ), ເຂດໂລຊິດສະຕິກພາກ (ເຂດສາງສິນຄ້າ ແລະ ສາງເຢັນ), ເຂດການຄ້າເສລີ, ເຂດເຕັກໂນໂລຊີ, ເຂດການເງິນ, ເຂດໂຮງງານກັ່ນ ແລະ ຫຼອມຄໍາ ແລະ ເຂດກັກກັນພືດ-ສັດ, ຄາດໝາຍການກໍ່ສ້າງຈະໃຫ້ສຳເລັດພາຍໃນ 3 ປີຂ້າງໜ້າ. 

IMG_6979
IMG_6981
IMG_7004

     ທ່ານ ສາຄອນ ພິລາງາມ, ຜູ້ອຳນວຍການໃຫຍ່ບໍລິສັດທ່າບົກທ່ານາແລ້ງ ໄດ້ລາຍງານການພັດທະນາໂຄງການຕື່ມວ່າ: ໂຄງການນີ້ເປັນການຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດຂອງພັກ ແລະ ລັດຖະບານໃນການສ້າງປະເທດລາວໃຫ້ກາຍເປັນທາງຜ່ານເຊື່ອມໂຍງເຊື່ອມຈອດອອກສູ່ສາກົນ ຜ່ານທາງບົກ, ທາງເຮືອ ແລະ ທາງອາກາດ (3 Links) ເພື່ອຍົກລະດັບມູນຄ່າເພີ່ມ ແລະ ແຂ່ງຂັນວຽກງານບໍລິການ, ການຂົນສົ່ງ, ການຄ້າຂອງລາວ ແລະ ບັນດາປະເທດໃກ້ຄຽງ ຕາມແລວທາງເສັ້ນທາງລົດໂຟລາວ-ຈີນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນ, ເປັນທ່າບົກທີ່ໄດ້ມາດຕະຖານສາກົນຈາກອົງການສະຫະປະຊາຊາດ. ບໍລິສັດຍັງໄດ້ສຶກສາ ແລະ ລົງທຶນໃນເຂດໂລຊິດສະຕິກລິ້ງ ເຊັ່ນ: ເຂດໂລຊິດສະຕິກຢູ່ແຂວງບໍ່ແກ້ວ, ແຂວງຄຳມ່ວນ ແລະ ເຂດໂລຊິດສະຕິກຢູ່ນະຄອນຫຼວງວຽງຈັນ,  ທ່າເຮືອຫວຸງອ່າງ ສສ ຫວຽດນາມ ແລະ ເສັ້ນທາງລົດໄຟວຽງຈັນ-ຮ່າໂນ້ຍ ທັງໝົດນີ້ຈະເຮັດໃຫ້ລາວສາມາດເຊື່ອມໂຍງ ກາຍເປັນປະເທດທາງຜ່ານອອກສູ່ທະເລ ແລະ ປາຊີຟິກ ຊ່ວຍຊຸກຍູ້ການຜະລິດເປັນສິນຄ້າ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ສູງຂຶ້ນໃນອະນາຄົດ. ຜ່ານການເປີດໃຫ້ບໍລິການນັບແຕ່ປີ 2021 ເຖິງປັດຈຸບັນ ສາມາດສ້າງລາຍຮັບລວມທັງໝົດ 114.5 ພັນຕື້ກີບ, ສຳລັບ 6 ເດືອນຕົ້ນປີ 2025 ບັນລຸໄດ້ 7 ພັນຕື້ກວ່າກີບ ເພີ່ມຂຶ້ນ 27% ຂອງແຜນທີ່ວາງໄວ້.

     ຕໍ່ກັບຜົນສຳເລັດຂອງບໍລິສັດທີ່ຍາດມາໄດ້ນັ້ນ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານ ສວສສຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຈາກຄະນະບໍລິສັດທ່າບົກທ່ານາແລ້ງ  ທີ່ໄດ້ລາຍງານສະພາບຄວາມເປັນມາ, ວິໄສທັດ ແລະ ການດຳເນີນວຽກງານໂລຊິດສະຕິກຂອງບໍລິສັດ ເຊິ່ງເປັນຂໍ້ມູນ, ເປັນບົດຮຽນທີ່ດີໃຫ້ແກ່ນັກຄົ້ນຄວ້າຂອງສະຖາບັນ ໄດ້ນໍາໄປຜັນຂະຫຍາຍເປັນແນວທາງການຄົ້ນຄວ້າວິທະຍາສາດໃນຂົງເຂດທີ່ກ່ຽວຂ້ອງໃຫ້ເລິກເຊິ່ງຍິ່ງຂຶ້ນໃນຕໍ່ໜ້າ, ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ລົງເລິກຫຼາຍປະເດັ່ນທີ່ສໍາຄັນກ່ຽວກັບນິຕິກຳ ແລະ ລະບຽບການຄຸ້ມຄອງໂລຊິດສະຕິກ, ການດຶງດູດການລົງທຶນ, ການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ເພື່ອສົ່ງອອກ, ການສ້າງເຂດການຄ້າເສລີ ເປັນຕົ້ນ. ພາຍຫຼັງສຳເລັດການພົບປະຄະນະບໍລິສັດໄດ້ນໍາພາໄປຢ້ຽມຢາມໂຄງລ່າງພື້ນຖານຂອງບໍລິສັດ ເຊັ່ນ: ລະບົບການຄຸ້ມຄອງຕິດຕາມພາຫະນະຂົນສົ່ງ, ລະບົບແຈ້ງເອກະສານ ແລະ ເສຍພາສີອາກອນ, ລະບົບສາງເກັບມ້ຽນຄຽນຖ່າຍສິນຄ້າ-ຕູ້ສິນຄ້າ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.

IMG_5509

ຂຽນຂ່າວ ແລະ ຖ່າຍພາບ: ວິໃຈ ເດດວົງສອນ