ສວສສຊ ຈັດຝຶກອົບຮົມວຽກງານພົວພັນຕ່າງປະເທດ

                   ໃນຕອນເຊົ້າຂອງວັນທີ 14 ມີນາ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານພົວພັນຕ່າງປະເທດ, ໂດຍການເປັນປະທານຂອງ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ,  ຮອງປະທານ ສວສສຊ; ມີບັນດາຫົວໜ້າ, ຮອງຫົວໜ້າ,  ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ  ພ້ອມດ້ວຍພະນັກງານລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ; ຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບວຽກງານພົວພັນຕ່າງປະເທດ ແລະ ວຽກງານພິທີການທູດ ໃຫ້ແກ່ພະນັກງານ ສວສສຊ.

             ໄດ້ເຊື້ອເຊີນ ທ່ານ ວັນດີ ພຸດສະດີ, ຮອງຫົວໜ້າຫ້ອງການ, ກະຊວງການຕ່າງປະເທດ ມາເປັນວິທະຍາກອນ; ໃນຊຸດຝຶກອົບຮົມໄດ້ຮັບຟັງ ການນຳສະເໜີກ່ຽວກັບນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ປະຕິບັດນະໂຍບາຍ ເປີດກວ້າງການພົວພັນຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດນຳ “ເພີ່ມມິດຫຼຸດຜ່ອນສັດຕູ” ພ້ອມດຽວກັນນັ້ນ ຍັງໄດ້ຮຽນຮູ້ວຽກງານທາງການທູດດ້ານຕ່າງໆ ເປັນຕົ້ນແມ່ນ ຄວາມຮູ້ພື້ນຖານກ່ຽວກັບພິທີການທູດ, ວຽກງານການພົວພັນການຕ່າງປະເທດ ທັງສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານການທູດທາງດ້ານເສດຖະກິດ, ວັດທະນາທຳ-ສັງຄົມ, ຄຸນສົມບັດສິນທຳປະຕິວັດ ຂອງນັກການທູດ.

              ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: “ວຽກງານພົວພັນຕ່າງປະເທດ ແລະ ການທູດ” ເປັນວຽກງານໜຶ່ງທີ່ສໍາຄັນ, ເປັນດ່ານໜ້າໃນການພົບປະແລກປ່ຽນສາຍສຳພັນກັບເພື່ອນມິດທົ່ວໂລກ, ເປັນວຽກທີ່ຊັບຊ້ອນລະອຽດອ່ອນ, ມີວິທະຍາສາດ ແລະ ເຕັມໄປດ້ວຍຮູບແບບລັກສະນະສິນລະປະ. ດັ່ງນັ້ນເພື່ອຮັບປະກັນຄວາມສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພວກເຮົາຕ້ອງໄດ້ເຊື່ອມຊຶມ ແລະ ຍຶດໝັ້ນ ໃນແນວທາງການຕ່າງປະເທດຂອງ ສປປ ລາວ ແລະ ຮູ້ຈັກໝູນໃຊ້ເຂົ້າໃນວຽກງານຂອງຕົນຢ່າງຄ່ອງແຄ້ວ ແນໃສ່ຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານຕໍ່ສາກົນ ໃຫ້ປະກົດຜົນເປັນຈິງ, ຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດ; ໃນຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມໃຈກັນຄົ້ນຄວ້າ ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອປັບປຸງ ແລະ ຍົກລະດັບວຽກງານດັ່ງກ່າວໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ. 

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນີນ ພົນສັກດາ