ສວສສຊ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນວັນທີ 01 ມີນາ 2024; ໃຫ້ກຽດເລົ່າມູນເຊື້ອໂດຍ: ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນມີ  ທ່ານ ພອນ ວິພົນຮຽນ, ປະທານສະຫະພັນກໍາມະບານ ສວສສຊ ຄະນະປະທານກໍາມະບານຮາກຖານອ້ອມຂ້າງ ສວສສຊ  ແລະ ສະມາຊິກກໍາມະບານ ກໍ່ຄືພະນັກງານທົ່ວ ສວສສຊ ເຂົ້າຮ່ວມ ຈໍານວນ138 ທ່ານ; ຍິງ 50 ທ່ານ;

ການຈັດພິທີໃນຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອ ແລະ ສຶກສາອົບຮົມໃຫ້ພະນັກງານສະມາຊິກກໍາມະບານພາຍໃນ ສວສສຊ ມີຄວາມເຂົ້າໃຈ ກ່ຽວກັບປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ, ໂດຍມີບາງຕອນສໍາຄັນທ່ານໄດ້ຍົກໃຫ້ເຫັນ ກ່ຽວກັບຜົນງານດີເລີດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຊິ່ງໄດ້ຮ່ວມກັນຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໄລຍະປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັການ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ