ສວສສຊ ປະກາດການປັບປຸງສັບຊ້ອນພະນັກງານຂັ້ນນໍາພາ

      ວັນທີ 15 ມີນາ 2024, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີພິທີປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ແລະ ປະກາດການຈັດຕັ້ງສັບຊ້ອນພະນັກງານຂັ້ນກົມ, ຂັ້ນພະແນກຈໍານວນໜຶ່ງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສອນທະນູ ທໍາມະວົງ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາທ່ານຮອງປະທານ, ຫົວໜ້າຫ້ອງການ, ກົມ, ສາຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານລັດຖະກອນພາຍໃນ ສວສສຊ ເຂົ້າຮ່ວມ.

      ໃນພິທີດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ໄດ້ຂຶ້ນ ຜ່ານມະຕິຕົກລົງສະບັບເລກທີ 37/ຄລສພ, ລົງວັນທີ 05 ກຸມພາ 2024 ແລະ ດຳລັດເລກທີ 120/ນຍ, ລົງວັນທີ 19 ມັງກອນ 2024 ວ່າດ້ວຍການອະນຸມັດໃຫ້ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ, ຄະນະປະຈຳພັກ, ປະທານກວດກາ, ຮອງປະທານ ສວສສຊ ພະນັກງານການນໍາຂັ້ນສູງຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ອອກພັກການ-ຮັບອຸດໜູນບຳນານ.

      ໃນພິທີຍັງໄດ້ມີການສັບຊ້ອນແຕ່ງຕັ້ງພະນັກງານການນໍາຂັ້ນກົມ ແລະ ຂັ້ນພະແນກຈຳນວນໜຶ່ງດັ່ງນີ້: ແຕ່ງຕັ້ງ ທ່ານ ເພັດໃສ ເພຍເທບ ຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ເປັນຫົວໜ້າຫ້ອງການ ແລະ ເລຂາໜ່ວຍພັກຫ້ອງການ ສວສສຊ; ແຕ່ງຕັ້ງ ທ່ານ ປອ. ນ. ກິນນາລອນ ພິມມະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ ຮອງຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ປອ. ທະນົງສອນ ສີບຸນເຮືອງ ວ່າການແທນຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ; ແຕ່ງຕັ້ງ ທ່ານ ອານາຈັນ ສຸກັນຍາ ເປັນຮັກສາການເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ; ແຕ່ງຕັ້ງ ທ່ານ ປອ. ບຸນສີ ພຸດທະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ເດືອນສະຫັວນ ພອນມີໄຊ ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເປັນວ່າການແທນ ຫົວໜ້າສູນຂໍ້ມູນຂ່າວສານ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ປອ. ເດັງຢາງ ກົງຈີ້ ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າວັດທະນາທຳ ແລະ ເປັນຮັກສາການເລຂາໜ່ວຍພັກ; ແຕ່ງຕັ້ງ ທ່ານ ພັນວົງສາ ຄຳປັນຍາ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ; ແຕ່ງຕັ້ງ ທ່ານ ພອນ ວິພົນຮຽນ ເປັນຮອງຫົວໜ້າຫ້ອງການ; ແຕ່ງຕັ້ງ ທ່ານ ແສງດາວ ຢ່າໜາວຕູ້ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ. ພ້ອມກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ 02 ທ່ານ, ຂັ້ນວ່າການແທນຫົວໜ້າພະແນກ 03 ທ່ານ, ວິຊາການຂຶ້ນຮອງພະແນກ 04 ທ່ານ.

      ໃນໂອກາດດັ່ງກ່າວນີ້, ທ່ານ ປອ. ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄຳເຫັນຕໍ່ກອງປະຊຸມວ່າ: ການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສຳຄັນຂອງອົງການການຈັດຕັ້ງພັກເຮົາ ເຊິ່ງເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳ ເລກທີ 01 ຂອງລັດຖະບານ ວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ: “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຕົວຈິງ”. ໃນແງ່ໜຶ່ງ ກໍ່ແມ່ນເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ ແລະ ຄວາມສູ້ຊົນອົດທົນຂອງພະນັກງານ. ພ້ອມນັ້ນ ທ່ານຍັງຮຽກຮ້ອງມາຍັງບັນດາສະຫາຍ ທີ່ໄດ້ຮັບການສັບຊ້ອນ ແລະ ແຕ່ງຕັ້ງໃນຄັ້ງນີ້ ຈົ່ງຕັ້ງໃຈປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ດີທີ່ສຸດ ແລະ ມີຜົນສຳເລັດ

ຂ່າວ: ເພັດທະນູໄຊ ວົງຍະໄຊ

ພາບ: ມຸນິນ ພົນສັກດາ