ສະຫະພັນແມ່ຍິງ 6 ອົງການ ອ້ອມຂ້າງຫຼັກ 06 ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114

      ວັນທີ 12 ມີນາ 2024, ທີ່ຫ້ອງປະຊຸມໃຫຍ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫະພັນແມ່ຍິງ 06 ອົງການອ້ອມຂ້າງຫຼັກ 06 ປະກອບມີ: ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ  ໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ (ວັນທີ 8 ມີນາ 1910-8 ມີນາ 2024); ການຈັດກອງປະຊຸມປາຖະກະຖາ ຫວນຄືນມູນເຊື້ອວັນສໍາຄັນດັ່ງກ່າວ ໃຫ້ກຽດຂຶ້ນປາຖະກະຖາໂດຍ ສະຫາຍ ນາງ ສິລິກິດ ບຸບຜາ, ຮອງປະທານສູນກາງສະຫະພັນແມ່ຍິງລາວ; ມີຄະນະພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານ, ຮອງປະທານ, ຄະນະສະຫະພັນແມ່ຍິງ, ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານ ແລະ ຄະນະບໍລິຫານງານຊາວໜຸ່ມ, ພ້ອມດ້ວຍສະມາຊິກແມ່ຍິງ ທັງ 06 ອົງການ ເຂົ້າຮ່ວມຢ່າງໜາແໜ້ນ.     

       ກອງປະຊຸມ ໄດ້ຮັບຟັງການເລົ່າມູນເຊື້ອ ແລະ ການເຄື່ອນໄຫວຂະບວນການຂອງແມ່ຍິງທົ່ວໂລກ, ພາກພື້ນ, ອາຊຽນ ແລະ ການເຂົ້າຮ່ວມເຄື່ອນໄຫວ ໃນຂະບວນການດັ່ງກ່າວຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະ; ຮັບຟັງກ່ຽວກັບບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງລະດັບສາກົນ, ພາກພື້ນ ແລະ ອາຊຽນ; ແລະ ຮັບຟັງນະໂຍບາຍ ແລະ ກົນໄກ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ.

       ພາຍຫຼັງສໍາເລັດພິທີ, ສະຫະພັນແມ່ຍິງທັງ 6 ອົງການ ໄດ້ສ້າງກິດຈະກໍາແຂ່ງຂັນກິລາມວນຊົນຮ່ວມກັນຢ່າງເປັນຂະບວນຟົດຟື້ນ  ເພື່ອເປັນການເຕົ້າໂຮມ ແລະ ຮັດແໜ້ນຄວາມສາມັກຄີຂອງເອື້ອຍນ້ອງແມ່ຍິງ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນີນ ພົນສັກດາ