ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈຳປີ ສ່ອງແສງຫົນທາງວິທີແກ້ໄຂບັນຫາການຂາດສານອາຫານ ຢູ່ ສປປ ລາວ ໂດຍນຳໃຊ້ຖານຂໍ້ມູນຂ່າວສານ

     ນະຄອນຫຼວງວຽງຈັນ, ວັນທີ 5 ມີນາ 2024, ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ ຈັດກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີ ດ້ານໂພຊະນາການແຫ່ງຊາດ ຄັ້ງທີ V ເພື່ອປຶກສາຫາລືກ່ຽວກັບ ຜົນການຄົ້ນຄວ້າໃໝ່ລ່າສຸດຂອງວຽກງານໂພຊະນາການ ເພື່ອຊອກຫາມາດຕະການ ແລະ ຊຸກຍູ້ວຽກງານແກ້ໄຂບັນຫາການຂາດສານອາຫານຢູ່ ສປປ ລາວ. ຕາງໜ້າຈາກຂະແໜງການຕ່າງໆ, ລວມເຖິງລັດຖະບານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເເລະ ອື່ນໆ ຜັດປ່ຽນກັນຂຶ້ນເວທີກອງປະຊຸມ ເພື່ອນໍາສະເໜີຜົນການຄົ້ນຄວ້າລ່າສຸດກ່ຽວກັບໂພຊະນາການໃນປະເທດ ໃຫ້ເເກ່ການນໍາຂັ້ນສູງຈາກລັດຖະບານ ແລະ ຄູ່ຮ່ວມພັດທະນາ, ລວມເຖິງ ການລາຍງານຜົນຈາກການສໍາຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III), ເຊີ່ງເປັນການສໍາຫຼວດ ລະດັບຊາດຄັ້ງທໍາອິດກ່ຽວກັບເດັກນ້ອຍ ແລະ ແມ່ຍິງລາວ ນັບຕັ້ງແຕ່ມີການລະບາດຂອງພະຍາດ ໂຄວິດ-19, ຄຽງຄູ່ກັບການລາຍງານຜົນການສໍາຫຼວດເຝົ້າລະວັງດ້ານໂພຊະນາການແຫ່ງຊາດ ຮອບທີ II ແລະ ຜົນການຄົ້ນຄວ້າອື່ນໆ. ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເເລະ ປະທານກອງປະຊຸມ ໄດ້ກ່າວວ່າ: “ເພື່ອແກ້ໄຂບັນຫາການຂາດສານອາຫານໃນ ສປປ ລາວ ໃຫ້ມີປະສິດຕິຜົນຫຼາຍຂຶ້ນ, ພວກເຮົາຕ້ອງນໍາໃຊ້ຖານຂໍ້ມູນຂ່າວສານ ເພື່ອ ເປັນທິດຊີ້ນໍາໃຫ້ເເກ່ການວາງຍຸດທະສາດ ແລະ ການແຊກແຊງຕ່າງໆ ກ່ຽວກັບການປັບປຸງໂພຊະນາການຂອງເດັກ ເເລະ ເເມ່ຍິງ, ສະນັ້ນ ຈື່ງເປັນເຫດຜົນທີ່ພວກເຮົາໄດ້ຈັດຕັ້ງໂຄງການ NIPN ຂຶ້ນ; ໃນປີ 2018 ແລະ ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດ້ານໂພຊະນາການ ແຫ່ງຊາດ ໃນເເຕ່ລະປີ;.” ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຍັງໄດ້ເນັ້ນໃຫ້ ເຫັນອີກເຖິງຄວາມຈໍາເປັນໃນການເພີ່ມທະວີ ການຈັດຕັ້ງປະຕິບັດວຽກງານເເກ້ໄຂບັນຫາການຂາດສານອາຫານຢ່າງຮີບດ່ວນ ໂດຍອີງໃສ່ຜົນການຄົ້ນຄວ້າລ່າສຸດທີ່ໄດ້ຖືກເຜີຍເເຜ່ໃນກອງປະຊຸມຄັ້ງນີ້.

      ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ຂໍ້ຄວາມສໍາຄັນ ຈາກການຄົ້ນຄວ້າ ແມ່ນຈະຕ້ອງໄດ້ລົງທຶນໃສ່ໂພຊະນາການຂອງແມ່ໂດຍການເຮັດໃຫ້ພວກເຂົາສາມາດເຂົ້າເຖິງອາຫານທີ່ມີຄຸນນະພາບ ແລະ ມີໂພຊະນາການ. ສຸມໃສ່ການປັບປຸງຄຸນະພາບການບໍລິການດ້ານສາທາລະນະສຸກເພີ່ມຕື່ມ ເພື່ອໃຫ້ເດັກທີ່ເກີດມີສຸຂະພາບແຂງແຮງສົມບູນ ສະນັ້ນຈຶ່ງມີຄວາມຕ້ອງການໃນການລົງທຶນໃສ່ມາດຕະການຂອງຂະແໜງການ ແລະ ຊຸມຊົນ ເພື່ອພັດທະນາຄຸນນະພາບຂອງການບໍລິໂພກອາຫານຂອງເດັກ ເພື່ອປັອງກັນ ແລະ ຫຼີກລ້ຽງການຂາດສານອາຫານ. ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດ້ານໂພຊະນາການແຫ່ງຊາດປະຈໍາປີ;ຄັ້ງທີ V ເປັນສ່ວນໜຶ່ງຂອງກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX ທີ່ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2024, ເຊິ່ງເປັນກອງປະຊຸມດ້ານໂພຊະນາການປະຈໍາປີ; ໂດຍມີການເຂົ້າຮ່ວມ ປຶກສາຫາລືກັບບັນດາຜູ້ມີສ່ວນຮ່ວມຢູ່ທົ່ວປະເທດ ກ່ຽວກັບບຸລິມະສິດ ແລະ ສິ່ງທ້າທາຍ ດ້ານໂພຊະນາການຂອງ ສປປ ລາວ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ