ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ເຜີຍແຜ່ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລົດບໍລິຫານລັດ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ 02 ເອກະສານສໍາຄັນໃນວັນທີ 29 ກຸມພາ 2024;  ໂດຍການເປັນປະທານຂອງ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ, ມີບັນດາຫົວໜ້າຮອງຫົວໜ້າ,  ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ  ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ; ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 (ບາງມາດຕາ) ແລະ ເຜີຍແຜ່ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານລັດ, ສະບັບເລກທີ 0393/ກງ, ລົງວັນທີ 04 ກຸມພາ 2022 ໂດຍການເຜີຍແຜ່ຂອງທ່ານ ສົມບູນ ແກ່ນປະເສີດ, ຫົວໜ້າພະແນກ, ກົມຄຸ້ມຄອງຊັບສິນລັດ, ກະຊວງການເງິນ;  ທັງສອງເອກະສານມີເນື້ອໃນແນະນໍາກ່ຽວກັບການຄຸ້ມຄອງນໍາໃຊ້ຊັບສິນຂອງລັດໂດຍລະອຽດຈະແຈ້ງ ກ່ຽວກັບການກໍານົດຫຼັກການ, ລະບຽບການສະເພາະກ່ຽວກັບການຈັດສັນ, ປະກອບ, ຈັດຊື້, ຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ສະສາງ ແລະ ກວດກາລົດບໍລິຫານລັດ.

ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ມີຄໍາເຫັນຕໍ່ກອງປະຊຸມໂດຍທ່ານໄດ້ກ່າວວ່າ: ວຽກງານຄຸ້ມຄອງຊັບສິນລັດ ເປັນວຽກງານໜຶ່ງທີ່ສຳຄັນ, ດັ່ງນັ້ນ, ຄະນະພັກ-ຄະນະນໍາຂອງ ສວສສຊ ຈຶ່ງໄດ້ຄົ້ນຄວ້າ ແລະ ຕົກລົງອະນຸມັດເປີດກອງປະຊຸມເຜີຍແຜ່ຕໍ່ວຽກງານດັ່ງກ່າວ ໂດຍໄດ້ເຊີນເອົານັກວິທະຍາກອນຈາກກະຊວງການເງິນມາຂຶ້ນບັນຍາຍ ເຊິ່ງເປັນບົດຮຽນອັນລໍ້າຄ່າໃຫ້ພະນັກງານ ສວສສຊ ຂອງພວກເຮົາ ແນໃສ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ  ແລະ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງ ຊັບສິນຂອງລັດ ໃຫ້ມີປະສິດທິຜົນສູງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ຂ່າວ: ພວງເພັດ ຈັນທະລີວົງ

ພາບ: ມຸນິນ ພົນສັກດາ