Month: ເດືອນມັງກອນ 2023

17022023-copy

   ໃນຕອນເຊົ້າຂອງວັນທີ 17 ມັງກອນ 2023 ເວລາ 9:00ໂມງ ຢູ່ຫ້ອງຮັບແຂກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ. ສອນທະນູ ທໍາມະວົງ, ປະທານ ສວສສຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung Soo), ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ. ລາວ ເນື່ອງໃນໂອກາດທີ່ມາຮັບໜ້າທີ່ໃໝ່. ພ້ອມກັນນັ້ນ, ທ່ານຍັງໄດ້ຕາງໜ້າໃຫ້ ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ. ເກົາຫຼີ (KOTRA) ປຶກສາຫາລື ເພື່ອຊອກຫາໂອກາດການຮ່ວມມືໃນຂົງເຂດຕ່າງໆ ໂດຍສະເພາະ ແມ່ນໃນຂົງເຂດການຄົ້ນຄວ້າວິທະຍາສາດຂົງເຂດເສດຖະກິດ-ສັງຄົມ.

   ໃນການພົບປະຄັ້ງນີ້, ທ່ານ ປອ. ສອນທະນູ ທໍາມະວົງ, ໄດ້ແຈ້ງສະພາບການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສວສສຊ ໃນໄລຍະຜ່ານມາຈົນມາເຖິງປັດຈຸບັນ ຕໍ່ທ່ານ ຈອງ ຢອງ ຊູ (Jung Yung Soo), ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ. ລາວ ພ້ອມທັງຕີລາຄາສູງ ຕໍ່ກັບການພົວພັນລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃນລະດັບປະເທດ ເຊິ່ງລິເລີ່ມຈາກສອງປະເທດ ໄດ້ສ້າງຕັ້ງສາຍພົວພັນທາງການທູດນັບແຕ່ປີ 1995 ເປັນຕົ້ນມາ. ໃນນັ້ນ, ມີການພົວພັນຮ່ວມມືສອງຝ່າຍດ້ານການເມືອງ-ການທູດ, ການຮ່ວມມືເພື່ອການພັດທະນາ, ການຄ້າ ແລະ ການລົງທຶນ ຮ່ວມທັງການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ.   

     ສປປ. ລາວ ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ສ.ເກົາຫຼີ ຫຼາຍໂຄງການ. ໂດຍສະເພາະ, ການຊ່ວຍເຫຼືອໃນຂະແໜງການພັດທະນາຊົນນະບົດ (ພາຍໃຕ້ຮູບແບບ ແຊມາອຶນອຸ່ນດົງ ຂອງ ສ.ເກົາຫຼີ), ພັດທະນາຄູກັນເຈື່ອນແຄມຂອງ, ການຊ່ວຍເຫຼືອໂຄງການເກັບກູ້ລະເບີດບໍ່ທັນແຕກ, ຂະແໜງສາທາລະນະສຸກ, ຂະແໜງການພັດທະນາຊັບພະຍາກອນມະນຸດ, ວຽກງານການສຶກສາ ແລະ ວຽກງານການພັດທະນາຂົງເຂດອື່ນໆ ກໍກຳລັງໄດ້ຮັບການຈັດຕັ້ງປະຕິບັດປະຈຸບັນມີທັງໝົດ 16 ໂຄງການ ລວມມູນຄ່າ 125,1 ລ້ານໂດລາສະຫະລັດ. ໂດຍສະເພາະແມ່ນ ໃນຊ່ວງການລະບາດຂອງເຊື້ອພະຍາດໂຄວິດ-19 ລັດຖະບານ ສ.ກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດ ສຳລັບປ້ອງກັນ ແລະ ຄວບຄຸມພະ ຍາດ ລວມມູນຄ່າ 200,000 ໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

     ສໍາລັບ ສວສສຊ ໃນໄລຍະຜ່ານມາ ໄດ້ມີພົວພັນຮ່ວມມືກັບ ສະຖາບັນສິ່ງແວດລ້ອມ ສ.ເກົາຫຼີ (KEI) ເຊິ່ງສອງຝ່າຍໄດ້ ເຊັນບົດບັນທຶກຄວາມເຂົ້າໃຈ ໃນປີ 2012 ເປັນຕົ້ນມາ ແລະ ໄດ້ຕໍ່ອາຍຸ ໃນທ້າຍປີ 2022. ໃນນັ້ນ, ໄດ້ປຶກສາຫາລືຂົງເຂດການຄົ້ນຄວ້າຮ່ວມກັນຄື: ການພັດທະນາແບບຍືນຍົງ; ການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນ; ການປ່ຽນແປງດິນຟ້າອາກາດ ແລະ ການປ່ອຍທາດກາກບອນຕ່ຳ; ລະບົບນິເວດ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ.

ກອງປະຊຸມສະຫຼຸບ 3 ອົງການຈັດຕັ້ງ 1

   ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2023 ຂອງ ສາມອົງການຈັດຕັ້ງມະຫາຊົນ ສະຖາບັວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຂຶ້ນເມື່ອວັນທີ 21 ທັນວາ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ສວສສຊ ຄຸ້ມຫຼັກຫົກ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ ມີພະນັກງານການນໍາຫຼັກແຫຼ່ງ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມຈໍານວນຫຼາຍ.

   ໃນກອງປະຊຸມ ໄດ້ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຂອງ ສາມອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ກຳມະບານ ແລະ ຊາວໜຸ່ມ) ໃນນັ້ນຍັງໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ 4 ບຸກ ຂອງ ຄຊປປລ ສວສສຊ ໃຫ້ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ສວສສຊ ຕື່ມອີກ.

   ໃນໂອກາດດັ່ງກ່າວ ທ່ານ ປອ. ສອນທະນູ ທໍາມະວົງ ໄດ້ໂອ້ລົມ ຊຶ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ສາມອົງການຈັດຕັ້ງມະຫາຊົນທີ່ຍາດມາໄດ້ ໃນໄລຍະທີ່ຜ່ານມາ ແລະ ຕໍ່ທິດທາງແຜນການໃນປີ 2023 ຂອງທັງສາມອົງການຈັດຕັ້ງມະຫາຊົນ ໂດຍທ່ານໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ສະມາຊິກທັງສາມອົງການຈັດຕັ້ງມະຫາຊົນ ໃຫ້ມີຄຸນສົມບັດ ສິນທຳປະຕິວັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມສັດຊື່ບໍລິສຸດ, ມີຄວາມສາມັກຄີ ແລະ ມີແບບແຜນດໍາລົງຊີວິດປອດໃສກ້າວໜ້າ; ເສີມຂະຫຍາຍຈິດໃຈຫ້າວຫັນຟົດຟື້ນປະຕິວັດ, ສືບຕໍ່ປັບປຸງ-ພັດທະນາການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານໃຫ້ໜັກແໜ້ນ ເຂັ້ມແຂງ, ເສີມຂະຫຍາຍກໍາລັງແຮງຂອງມະຫາຊົນ, ຊຸກຍູ້ສົ່ງເສີມ ໂຄສະນາ ໃຫ້ສະມາຊິກເຫັນໄດ້ພາລະບົດບາດ-ໜ້າທີ່ ແລະ ຄວາມສຳຄັນຂອງອົງການຈັດຕັ້ງ, ເຫັນໄດ້ສິດຜົນປະໂຫຍດ ແລະ ພັນທະຂອງສະມາຊິກ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຕື່ນຕົວເຂົ້າຮ່ວມທຸກຂະບວນການ ໃຫ້ນັບມື້ນັບຫຼາຍຂຶ້ນ, ເອົາໃຈໃສ່ເພີ່ມທະວີການສົ່ງເສີມ, ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ໃຫ້ຕໍ່ເນື່ອງຄົບຖ້ວນ ສະເໝີພາບ ສົມເຫດສົມຜົນ ແລະ ເປັນໄປຕາມກົດໝາຍ ແລະ ລະບຽບການ, ປະສານກັນຢ່າງກົມກຽວລະຫວ່າງອົງການຈັດຕັ້ງມະຫາຊົນດ້ວຍກັນ ເພື່ອແລກປ່ຽນບົດຮຽນ ແລະ ຮ່ວມກັນເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ທີ່ຄະນະພັກຂັ້ນເທິງມອບໝາຍໃຫ້, ເພີ່ມທະວີເອົາໃຈໃສ່ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ຂໍ້ແຂ່ງຂັນ 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ສອດຫ້ອຍເຂົ້າກັບວຽກງານວິຊາສະເພາະ ຢ່າງເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ຄະນະບໍລິຫານງານຊາວໜຸ່ມ, ແມ່ຍິງ ແລະ ກຳມະບານກໍຄືໜ່ວຍຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ຕ້ອງຢຶດໝັ້ນແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີລະບອບປະຊຸມສ່ອງແສງປົກກະຕິ, ມີການປຶກສາຫາລື, ບັນດາໜ່ວຍ, ຖັນແຖວສະມາຊິກ ຂອງຄະນະຊາວໜຸ່ມ, ແມ່ຍິງ, ກຳມະບານ ທົ່ວ ສວສສຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ, ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ. 

ກອງປະຊຸມປະຈຳປີ

   ສວສສຊ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນໃນວັນທີ 28 ທັນວາ; ໂດຍການເປັນປະທານ ຂອງທ່ານ ປອ. ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ, ມີຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງໜາແໜ້ນ.

     ທ່ານ ປທ. ພອນ ວິພົນຮຽນ ວ່າການແທນຫົວໜ້າຫ້ອງການ ສວສສຊ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີ ຜ່ານມາ ການຈັດຕັ້ງປະຕິບັດວຽກງານແມ່ນມີຜົນງານພົ້ນເດັ່ນຫຼາຍດ້ານໂດຍສະເພາະດ້ານການເມືອງ-ແນວຄິດ, ສວສສຊ ໄດ້ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໂດຍການເຊື່ອມຊຶມມະຕິ, ຄໍາສັ່ງຂອງພັກ ແລະ ລັດຖະບານ ຢ່າງເປັນປົກກະຕິ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາ ຂອງ ສວສສຊ, ໄດ້ປະຕິບັດການຄົ້ນຄວ້າວິທະຍາສາດສັງຄົມ, ເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ. ສຳລັບປີ 2022 ແມ່ນໄດ້ອະນຸມັດໂຄງການຄົ້ນຄວ້າຈຳນວນ 28 ໂຄງການດ້ວຍເງິນງົບປະມານຂອງລັດຈຳນວນ 2,2 ຕື້ກ່ວາກີບ. ພ້ອມກັນນີ້ຍັງໄດ້ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດເຊັ່ນ: ເຊັນ MOU ກັບສະຖາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນວິທະຍາສາດສັງຄົມຈີນ, ລາຊາບັນດິດສະພາກຳປູເຈຍ ນອກນີ້ຍັງພົວພັນຮ່ວມມືກັບບັນດາອົງການຈັດຕັ້ງສາກົນຕ່າງໆ, ພິເສດໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະມາຄົມນັກວິທະຍາສາດສັງຄົມ ສປປ ເກົາຫຼີ ໃນວັນທີ 15 ພະຈິກ 2022. ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອເອກະ ພາບກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນຍິ່ງໆຂຶ້ນ, ໃນນັ້ນຍັງໄດ້ຍ້ອງຍໍ, ຊົມເຊີຍພະນັກ ງານ-ລັດຖະກອນຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານໃນໄລຍະ 1 ປີທີ່ຜ່ານມາ.

   ໃນຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ມອບໃບຍ້ອງຍໍ, ຊົມເຊີຍ ຕໍ່ຜົນສໍາເລັດທີ່ສວສສຊ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນພາຍໃນ ສວສສຊ ສືບຕໍ່ອົບຮົມການເມືອງ-ແນວຄິດ, ເພີ່ມທະວີຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ເປັນຕົ້ນຄືການຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນເອົາແນວທາງ, ນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ, ແຜນການ, ມະຕິຕົກລົງຂອງພັກ-ລັດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ຄົ້ນຄວ້າບັນຫາເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແຜນ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມທິດສີຂຽວ ແລະ ຍືນຍົງ.

ກອງປະຊຸມວິທະຍາສາດ VASS&LASES 1

ກອງປະຊຸມສຳມະນາວິທະຍາສາດ 60 ປີ ແຫ່ງການຮ່ວມມືພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ

ກອງປະຊຸມວິທະຍາສາດ VASS&LASES

    ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ, ທົ່ວປວງຊົນລາວ ແລະ ຫວຽດນາມພວມຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ່ XI ຂອງພັກ ແລະ ປະຕິບັດຕາມການຕົກລົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນນາມໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບຂອງສອງຊາດ; ໃນຕອນເຊົ້າຂອງວັນທີ 24 ພະຈິກ 2022, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສອງຊາດລາວ-ຫວຽດນາມໄດ້ຮ່ວມກັນຈັດກອງປະຊຸມ ສໍາມະນາວິທະຍາສາດສາກົນພາຍໃຕ້ຫົວຂໍ້: 60 ປີແຫ່ງການຮ່ວມມືພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ: ທົບທວນຄືນ ແລະ ທິດທາງຕໍ່ໜ້າ (ໂດຍຜ່ານຮູບແບບວີດີໂອທາງໄກ) ຝ່າຍລາວນໍາພາໂດຍ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ, ຄະນະປະຈໍາພັກ, ປະທານກວດກາພັກ, ຮອງປະທານ ສວສສຊ, ພ້ອມດ້ວຍຄະນະ; ຝ່າຍຫວຽດນາມ ນໍາພາໂດຍ ທ່ານ ປອ. ດັ້ງ ຊວັ່ນ ແທ່ງ, ຮອງປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ພ້ອມດ້ວຍຄະນະ.

  ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 (45 ປີເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ -ຫວຽດນາມ 18/7/1977-18/7/2022 ແລະ 60 ປີແຫ່ງການສ້າງສາຍພົວພັນການທູດ 5/9/1962-5/9/2022).  ໃນກອງປະຊຸມປະກອບດ້ວຍ 2 ວາລະ; ໂດຍວາລະທີ 1: ບັນດານັກຄົ້ນຄວ້າວິທະຍາສາດໄດ້ຜັດປ່ຽນກັນນໍາສະເໜີບົດ ຈໍານວນ 4 ບົດ, ທີ່ມີຫົວຂໍ້ກ່ຽວພັນດ້ານການເມືອງ, ການທູດ, ປັອງກັນຊາດ, ປັອງກັນຄວາມສະຫງົບ; ແລະ ວາລະທີ 2: ບັນດານັກຄົ້ນຄວ້າວິທະຍາສາດຜັດປ່ຽນກັນນໍາສະເໜີບົດ ຈໍານວນ 5 ບົດ, ທີ່ມີຫົວຂໍ້ກ່ຽວພັນດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ.

   ກອງປະຊຸມວິທະຍາສາດໃນຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນຄົ້ນຄວ້າກ່ຽວກັບມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການພົວພັນການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ, ເປັນປັດໄຈຕັດສິນໄຊຊະນະ ແລະ ການປະຕິວັດ ກໍຄືການຄົງຕົວ, ຂະຫຍາຍຕົວຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ;  ພ້ອມກັນນີ້ ກໍຍັງເປັນການປະຕິບັດແຜນການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດລະຫວ່າງສອງສະຖາບັນ ໃຫ້ປະກົດຜົນເປັນຈິງ;  ກອງປະຊຸມດັ່ງກ່າວໄດ້ມີຄວາມໝາຍຢ່າງເລິກເຊີ່ງທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ທັງແມ່ນເຫດການໃໝ່ທີ່ປະກອບສ່ວນເຂົ້າໃນການບູລະນະແນວທາງປ່ຽນແປງໃໝ່ ທີ່ສອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພວມດໍາເນີນຢູ່ໃນປະຈຸບັນ;  ທັງປະກອບສ່ວນເຮັດໃຫ້ການເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫ່ຍ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃນເງື່ອນໄຂໃໝ່ທີ່ມີຄວາມໜັກແໜ້ນຍິ່ງຂຶ້ນ. ຜ່ານການປຶກສາຫາລືກັນໃນກອງປະຊຸມເປັນເວລາເຄິ່ງວັນ ໂດຍທັງສອງຝ່າຍໄດ້ຕີລາຄາສູງເຖິງຜົນສໍາເລັດຕໍ່ກອງປະຊຸມໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກຕໍ່ການເພີ່ມທະວີເສີມຂະຫຍາຍມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການພົວພັນການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ, ເປັນປັດໄຈຕັດສິນໄຊຊະນະ ແລະ ການປະຕິວັດ ກໍຄືການຄົງຕົວ, ຂະຫຍາຍຕົວຂອງສອງພັກລາວ ແລະ ຫວຽດນາມ ແລະ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດສູງ ໃນເວລາ 11: 45 ຕອນທ່ຽງຂອງວັນດຽວກັນ.

ກອງປະຊຸມວິທະຍາສາດ VASS&LASES 1
ກອງປະຊຸມສຳມະນາຢູ່ ສສ ຫວຽດນາມ 2022

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມເວທີສຳມະນາສາກົນກ່ຽວກັບສັງຄົມນິຍົມ ຄັ້ງທີ IX ຢູ່ ສສ ຫວຽດນາມ

ກອງປະຊຸມສຳມະນາຢູ່ ສສ ຫວຽດນາມ 2022

     ໃນວັນທີ 12 ກັນຍາ 2022 ທີ່ຜ່ານມາ ຄະນະຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເດີນທາງເຂົ້າຮ່ວມເວທີສໍາມະນາສາກົນກ່ຽວກັບສັງຄົມນິຍົມ ຄັ້ງທີ IX ພາຍໃຕ້ຫົວຂໍ້: “ຮູບແບບຂອງສັງຄົມນິຍົມໃນສະພາບການໃໝ່ຂອງຍຸກສະໄໝ” ບັນດາບັນຫາທິດສະດີ ແລະ ພາກປະຕິບັດຕົວຈິງ ຢູ່ ສສ. ຫວຽດນາມ; ການເດີນທາງເຂົ້າຮ່ວມສໍາມະນາໃນຄັ້ງນີ້ ນໍາພາຄະ ນະໂດຍ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ກໍາມະການຄະນະພັກ, ຮອງປະທານ ສວສສຊ ພ້ອມດ້ວຍຄະນະ ຈໍານວນ 15 ທ່ານ; ໃນເວທີສໍາມະນາໄດ້ປຶກສາຫາລືຮ່ວມກັນ 3 ຝ່າຍຄື: ຝ່າຍລາວ ສວສສຊ, ຝ່າຍຫວຽດນາມ ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ເຊື່ອມຕໍ່ອອນລາຍກັບຝ່າຍ ສປ. ຈີນ ສະຖາບັນວິທະຍາສາດສັງຄົມຈີນ.  

     ໃຫ້ກຽດຂຶ້ນເປັນປະທານກອງປະຊຸມໂດຍ: ທ່ານ ປອ. ດັ້ງຊັ່ວນແທ່ງ, ຮອງປະທານ VASS; ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ; ທ່ານ ປອ. Chan Chiem dan ຮອງປະທານ CASS ພ້ອມດ້ວຍຊ່ຽວຊານ ແລະ ນັກວິທະຍາສາດ ຈາກລາວ, ຫວຽດນາມ ແລະ ສປ.ຈີນ; ຜູ້ຕາງໜ້າຄະນະທິດສະດີສູນກາງ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ສະຖາບັນວາລະສານ ແລະ ໂຄສະນາເຜີຍແຜ່  ພ້ອມທັງບັນດາອົງການຄົ້ນຄວ້າຢູ່ນະຄອນຫຼວງຮ່າໂນ້ຍເຂົ້າຮ່ວມຢ່າງໜາ ແໜ້ນ.

     ເວທີສໍາມະນາສາກົນກ່ຽວກັບສັງຄົມນິຍົມ ແມ່ນກິດຈະກໍາວິທະຍາສາດປະຈໍາປີ ທີ່ຜັດປ່ຽນກັນເປັນເຈົ້າພາບເຊິ່ງໄດ້ເລີ່ມແຕ່ປີ 2013 ແລະ ດໍາເນີນຕໍ່ເນື່ອງມາເປັນໄລຍະເວລາ 8 ປີ, ຈຸດປະສົງຕົ້ນຕໍເວທີສໍາມະນານີ້ ຈັດຂຶ້ນເພື່ອແລກປ່ຽນ, ປຶກສາຫາລືກ່ຽວກັບທິດສະດີ ແລະ ພາກປະຕິບັດຕົວຈິງຂອງຂະບວນການສ້າງສັງຄົມນິຍົມ ຢູ່ແຕ່ລະປະເທດ; ບົນພື້ນຖານໄດ້ສະຫຼຸບ ແລະ ແບ່ງປັນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ ຕາມເສັ້ນທາງສັງຄົມນິຍົມ, ເປັນການຮັດແໜ້ນ ແລະ ເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງບັນດາສະຖາບັນວິທະຍາສາດຢູ່ບັນດາປະເທດສັງຄົມນິຍົມ.

     ເຊິ່ງຕ່າງໜ້າໃຫ້ບັນດາຜູ້ນໍາຂອງ LASES ໄດ້ກ່າວເປີດກອງປະຊຸມ, ໂດຍທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ ໄດ້ສະແດງຄວາມເປັນກຽດທີ່ໄດ້ນຳພາຄະນະຜູ້ແທນ LASES ເຂົ້າຮ່ວມເວທີສໍາມະນາ ພ້ອມທັງໄດ້ກ່າວຂອບໃຈມາຍັງຄະນະນຳ VASS ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະໃຫ້ການສະໜັບສະໜຸນໃຫ້ແກ່ຄະນະຜູ້ແທນ LASES ເຂົ້າຮ່ວມເວທີສໍາມະນາໃນຄັ້ງນີ້. ໃນສະພາບການໂລກາວິວັດ ແລະ ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ທ່ານຮອງປະທານ ສວສສຊ ຢັ້ງຢືນວ່າ ການກຳນົດຮູບແບບສັງຄົມນິຍົມຢູ່ ສປປ ລາວ ແມ່ນສິ່ງທ້າທາຍໃໝ່, ຮີບດ່ວນ ແລະ ເລິກເຊິ່ງ, ຮອບດ້ານ, ຍາວນານ ແລະ ຕ້ອງປັບປຸງຄວາມເຂົ້າໃຈກ່ຽວກັບການຜັນຂະຫຍາຍ. ຄວາມສຳພັນລະ ຫວ່າງທິດສະດີ ແລະ ການປະຕິບັດ; ດ້ວຍເຫດນີ້ ນັກວິທະຍາສາດຕ້ອງເພີ່ມທະວີການຄົ້ນຄ້ວາ, ແລກປ່ຽນ, ແບ່ງປັນ, ດຶງເອົາປະສົບການທິດສະດີ ແລະ ການປະຕິບັດຈາກບັນດາປະເທດສັງຄົມ ນິຍົມ ເພື່ອຊອກຫາຮູບແບບທີ່ເໝາະສົມ. ທ່ານຮອງປະທານ ສວສສຊ ຍັງເນັ້ນໜັກເຖິງ ພັກປະຊາ ຊົນປະຕິວັດລາວ ຍາມໃດກໍ່ຍຶດໝັ້ນລັດທິມາກ-ເລນິນ, ໄກສອນ ພົມວິຫານ ເປັນທິດຊີ້ນໍາ ນໍາພາການຈັດຕັ້ງ ແລະ ດຳເນີນງານຂອງພັກໃຫ້ປອດໃສ ແລະ ເຂັ້ມແຂງ. ພິເສດ, ໃນສະພາບການສາກົນທີ່ສັບສົນ ແລະ ສິ່ງທ້າທາຍພວມປະເຊີນໜ້າກັບມະນຸດ, ບັນດາພັກການເມືອງ ແລະ ບັນດາປະເທດຕ້ອງສົມທົບກັນ, ຮ່ວມມື ແລະ ແລກປ່ຽນປະສົບການ ເພື່ອເປັນກຳລັງຊຸກຍູ້ການພັດທະນາຂອງມວນມະນຸດ. ທ່ານຮອງປະທານ ສວສສຊ ສະແດງຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າ ບົດຮຽນດ້ານທິດສະດີ ແລະ ປະຕິບັດຕົວແບບສັງຄົມນິຍົມ ທີ່ໄດ້ແລກປ່ຽນຢູ່ເວທີສໍາມະນາຄັ້ງນີ້ ມີຄວາມໝາຍສຳຄັນ ແລະ ເປັນປະໂຫຍດໃນການກຳນົດຕົວແບບສັງຄົມນິຍົມໃນປະເທດລາວ ພ້ອມທັງປູກຝັງ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງປະເທດສັງຄົມນິຍົມ.

     ໃນຕອນທ້າຍເວທີສໍາມະນາສາກົນຄັ້ງທີ IX ໄດ້ດຳເນີນໄປຢ່າງສຳເລັດຜົນ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທິດສະດີ, ບັນດາຫຼັກການພື້ນຖານຂອງລະບອບສັງຄົມນິຍົມໃນຍຸກປະຈຸບັນ; ລັກສະນະພື້ນຖານ ແລະ ບັນຫາພາກປະຕິບັດໃນການປະຕິບັດຮູບແບບສັງຄົມນິຍົມ. ນີ້ແມ່ນຫຼັກການໃນການສຶກສາຕໍ່ໄປເພື່ອສ້າງພື້ນຖານທາງທິດສະດີ ໃຫ້ແກ່ການກໍ່ສ້າງສັງຄົມນິຍົມ ຢູ່ແຕ່ລະປະເທດ. ບົນພື້ນຖານການແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ໃນການພັດທະນາປະເທດຕາມເສັ້ນທາງສັງຄົມນິຍົມຈີນ, ຫວຽດນາມ, ລາວ, ກູບາ ແລະ ສ.ເກົາຫຼີ, ເວທີສໍາມະນາສາກົນສະແດງໃຫ້ເຫັນເຖິງສາຍພົວພັນ ອັນສະໜິດສະໜົມ, ແລະ ຄວາມສາມັກຄີ. ເພື່ອເປົ້າໝາຍອັນສູງສຸດຂອງການສ້າງສັງຄົມນິຍົມຢ່າງສຳເລັດຜົນ ເຊິ່ງໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ຈັດເວທີສໍາມະນາສາກົນຄັ້ງຕໍ່ໄປຢູ່ປະເທດ ສປ. ຈີນ.

ບົດຂ່າວ ແລະ ຖ່າຍພາບ: ສິລິສິດ ໄຊສົມແພງ