ສວສສຊ ສຳເລັດຊຸດຝຶກອົບຮົມ TOT ລະບົບຫ້ອງການທັນສະໄໝ (e-Office)

WhatsApp Image 2026-10-20 at 09.53.51 (1)

         ເພື່ອຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານຫັນເປັນລັດຖະບານດິຈິຕອນໃຫ້ເປັນຮູບປະທໍາ; ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮ່ວມກັບ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຊຸດຝຶກອົບຮົມສ້າງຄູຝຶກ (Training of Trainers: TOT) ກ່ຽວກັບລະບົບຫ້ອງການທັນສະໄໝ (e-Office) ຂຶ້ນໃນລະຫວ່າງວັນທີ 12-16 ຕຸລາ 2026 ທີ່ ສວສສຊ. ກອງປະຊຸມຝຶກອົບຮົມດັ່ງກ່າວ ດໍາເນີນໄປໂດຍການເປັນປະທານຮ່ວມຂອງ ທ່ານ ເພັດໃສ ເພຍເທບ, ຫົວໜ້າຫ້ອງການ ສວສສຊ ແລະ ທ່ານ ຄຳຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິທອນ ໂດຍມີພະນັກງານ-ລັດຖະກອນເຂົ້າຮ່ວມ.

        ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຍົກລະດັບຄວາມສາມາດທັງພາກທິດສະດີ ແລະ ປະຕິ ບັດຕົວຈິງ ເພື່ອຫັນປ່ຽນຈາກການບໍລິຫານເອກະສານແບບດັ້ງເດີມໄປສູ່ລະບົບດິຈິຕອນຢ່າງເຕັມຮູບແບບ. ຫຼັກສູດໄດ້ເນັ້ນໃສ່ຂະບວນການຄຸ້ມຄອງ, ການຈໍລະຈອນເອກະສານຂາເຂົ້າ-ຂາອອກ, ການພິຈາລະນາ, ການລົງລາຍເຊັນເອເລັກໂຕຣນິກ ພ້ອມທັງການຕິດຕັ້ງ ແລະ ນຳໃຊ້ລະບົບຜ່ານຄອມພິວເຕີ, ໂທລະສັບມືຖື ແລະ ອຸປະກອນຕ່າງໆ ເພື່ອສ້າງມາດຕະຖານການເຮັດວຽກທີ່ໂປ່ງໃສ, ວ່ອງໄວ ແລະ ຫຼຸດຜ່ອນການນໍາໃຊ້ເຈ້ຍ. ຊຸດຝຶກອົບຮົມ ໄດ້ປິດລົງໃນຕອນເຊົ້າວັນທີ 16 ຕຸລາ ຜ່ານມາ; ໂດຍແມ່ນ ທ່ານ ຄຳຜາຍ ອິນທະຣາ ເປັນກຽດມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ.

         ໃນໂອກາດກ່າວສະຫຼຸບປິດພິທີ, ທ່ານ ເພັດໃສ ເພຍເທບ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມມຸ່ງຫວັງຂອງ ສວສສຊ ຕໍ່ການນຳໃຊ້ເຄື່ອງມືດິຈິຕອນ ແລະ ຜົນສຳເລັດຊຸດຝຶກອົບຮົມ TOT ຄັ້ງນີ້ ຖືເປັນບາດກ້າວສຳຄັນເຮັດໃຫ້ ສວສສຊ ມີທີມງານຄູຝຶກປະຈຳທີ່ສາມາດຖ່າຍທອດຄວາມຮູ້ຕໍ່ໃຫ້ກັບພະນັກງານ-ລັດຖະກອນພາຍໃນ, ເພື່ອເພີ່ມປະສິດທິພາບ, ຄວາມສະດວກ ແລະ ຄວາມວ່ອງໄວໃນການບໍລິຫານງານລັດ ມຸ່ງສູ່ການເປັນອົງກອນດິຈິຕອນຢ່າງແທ້ຈິງ.

WhatsApp Image 2026-10-20 at 09.53.52
WhatsApp Image 2026-10-20 at 09.53.53

                                                         ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ