ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2023 ຂອງ ສາມອົງການຈັດຕັ້ງມະຫາຊົນ ສະຖາບັວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຂຶ້ນເມື່ອວັນທີ 21 ທັນວາ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ສວສສຊ ຄຸ້ມຫຼັກຫົກ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ ມີພະນັກງານການນໍາຫຼັກແຫຼ່ງ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສວສສຊ ເຂົ້າຮ່ວມຈໍານວນຫຼາຍ.

   ໃນກອງປະຊຸມ ໄດ້ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຂອງ ສາມອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ກຳມະບານ ແລະ ຊາວໜຸ່ມ) ໃນນັ້ນຍັງໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ 4 ບຸກ ຂອງ ຄຊປປລ ສວສສຊ ໃຫ້ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ສວສສຊ ຕື່ມອີກ.

   ໃນໂອກາດດັ່ງກ່າວ ທ່ານ ປອ. ສອນທະນູ ທໍາມະວົງ ໄດ້ໂອ້ລົມ ຊຶ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ສາມອົງການຈັດຕັ້ງມະຫາຊົນທີ່ຍາດມາໄດ້ ໃນໄລຍະທີ່ຜ່ານມາ ແລະ ຕໍ່ທິດທາງແຜນການໃນປີ 2023 ຂອງທັງສາມອົງການຈັດຕັ້ງມະຫາຊົນ ໂດຍທ່ານໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ສະມາຊິກທັງສາມອົງການຈັດຕັ້ງມະຫາຊົນ ໃຫ້ມີຄຸນສົມບັດ ສິນທຳປະຕິວັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມສັດຊື່ບໍລິສຸດ, ມີຄວາມສາມັກຄີ ແລະ ມີແບບແຜນດໍາລົງຊີວິດປອດໃສກ້າວໜ້າ; ເສີມຂະຫຍາຍຈິດໃຈຫ້າວຫັນຟົດຟື້ນປະຕິວັດ, ສືບຕໍ່ປັບປຸງ-ພັດທະນາການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານໃຫ້ໜັກແໜ້ນ ເຂັ້ມແຂງ, ເສີມຂະຫຍາຍກໍາລັງແຮງຂອງມະຫາຊົນ, ຊຸກຍູ້ສົ່ງເສີມ ໂຄສະນາ ໃຫ້ສະມາຊິກເຫັນໄດ້ພາລະບົດບາດ-ໜ້າທີ່ ແລະ ຄວາມສຳຄັນຂອງອົງການຈັດຕັ້ງ, ເຫັນໄດ້ສິດຜົນປະໂຫຍດ ແລະ ພັນທະຂອງສະມາຊິກ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຕື່ນຕົວເຂົ້າຮ່ວມທຸກຂະບວນການ ໃຫ້ນັບມື້ນັບຫຼາຍຂຶ້ນ, ເອົາໃຈໃສ່ເພີ່ມທະວີການສົ່ງເສີມ, ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ໃຫ້ຕໍ່ເນື່ອງຄົບຖ້ວນ ສະເໝີພາບ ສົມເຫດສົມຜົນ ແລະ ເປັນໄປຕາມກົດໝາຍ ແລະ ລະບຽບການ, ປະສານກັນຢ່າງກົມກຽວລະຫວ່າງອົງການຈັດຕັ້ງມະຫາຊົນດ້ວຍກັນ ເພື່ອແລກປ່ຽນບົດຮຽນ ແລະ ຮ່ວມກັນເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ທີ່ຄະນະພັກຂັ້ນເທິງມອບໝາຍໃຫ້, ເພີ່ມທະວີເອົາໃຈໃສ່ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ຂໍ້ແຂ່ງຂັນ 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ສອດຫ້ອຍເຂົ້າກັບວຽກງານວິຊາສະເພາະ ຢ່າງເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ຄະນະບໍລິຫານງານຊາວໜຸ່ມ, ແມ່ຍິງ ແລະ ກຳມະບານກໍຄືໜ່ວຍຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ຕ້ອງຢຶດໝັ້ນແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີລະບອບປະຊຸມສ່ອງແສງປົກກະຕິ, ມີການປຶກສາຫາລື, ບັນດາໜ່ວຍ, ຖັນແຖວສະມາຊິກ ຂອງຄະນະຊາວໜຸ່ມ, ແມ່ຍິງ, ກຳມະບານ ທົ່ວ ສວສສຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ, ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ.