ສວສສຊ ເຂົ້າຮ່ວມຄົ້ນຄວ້າທິດທາງເສດຖະກິດ-ການເງິນຂຽວທີ່ ສປ.ຈີນ

WhatsApp Image 2026-10-19 at 14.47.47 (1)

        ໃນລະຫວ່າງວັນທີ 13-17 ຕຸລາ 2026, ທ່ານ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດລະດັບສູງກ່ຽວກັບການຮ່ວມມື ເພື່ອພັດທະນາຈີນ-ອາຊຽນ (China-ASEAN Development Cooperation Symposium) ແລະ ກອງປະຊຸມສໍາມະນາຄວາມຮ່ວມມືດ້ານການເງິນ ເພື່ອການພັດທະນາສີຂຽວ (China-ASEAN Green Development Financing Cooperation Seminar) ເຊິ່ງຈັດຂຶ້ນຢູ່ ສປ.ຈີນ ເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ

        ກອງປະຊຸມສໍາມະນາວິທະຍາສາດ ການຮ່ວມມືເພື່ອການພັດທະນາຈີນ-ອາຊຽນ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2026 ທີ່ໂຮງແຮມ ເຣແນສຊອງ ປັກກິ່ງ ຫວັງຟູຈິງ (Renaissance Beijing Wangfujing) ໂດຍການເປັນປະທານຂອງ ທ່ານ ຫຼູ່ ຮາວ (Lu Hao), ລັດຖະມົນຕີ, ປະທານສູນວິໄຈການພັດທະນາສະພາແຫ່ງລັດ ສປ ຈີນ (DRC) ແລະ ປະທານສູນຄວາມຮູ້ສາກົນເພື່ອການພັດທະນາ (CIKD). ກອງປະຊຸມດໍາເນີນໄປພາຍໃຕ້ຮູບແບບການປຶກສາຫາລືແບບ ປິດ (Chatham House Rule) ໂດຍມີຜູ້ແທນລະດັບສູງ, ນັກວິຊາການ ແລະ ຜູ້ຮ່າງນະໂຍບາຍຈາກບັນດາປະເທດອາຊຽນ ເຊັ່ນ: ໄທ, ກໍາປູເຈຍ, ມາເລເຊຍ, ມຽນມາ, ຫວຽດນາມ, ຟີລິບປິນ ແລະ ອິນໂດເນເຊຍ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ປອ. ລີເບີ ລີບົວປາວ ໄດ້ມີຄໍາເຫັນເນັ້ນໜັກເຖິງກາລະໂອກາດ ແລະ ຜົນປະໂຫຍດອັນມະຫາສານ ພາຍໃຕ້ການຮ່ວມມືຈີນ-ອາຊຽນ ໂດຍສະເພາະການຈັດຕັ້ງປະຕິບັດຂອບການຮ່ວມມືການຄ້າເສລີ ຈີນ-ອາຊຽນ 3.0 (ACFTA 3.0 Upgrade Protocol) ໃຫ້ເປັນຮູບປະະທໍາ ແລະ ການຂະຫຍາຍຕົວຂອງສັນຍາຄູ່ຮ່ວມເສດຖະກິດຮອບດ້ານລະດັບພື້ນ (RCEP) ໃນການເຊື່ອມໂຍງພື້ນຖານໂຄງລ່າງ, ການຄ້າດິຈິຕ້ອນ, ເຕັກໂນໂລຊີປັນຍາປະດິດ (AI), ເຄືອຂ່າຍສູນຂໍ້ມູນຂ້າມແດນ, ພະລັງງານຂຽວ ແລະ ຍານພາຫະນະໄຟຟ້າ (EV). ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຜົນສໍາເລັດຂອງການຮ່ວມມືທະວີພາຄີລາວ-ຈີນ ພາຍໃຕ້ແຜນແມ່ບົດການຮ່ວມມື ລາວ-ຈີນ ໄລຍະປີ 2024-2028 ເຊິ່ງໄດ້ສ້າງຄວາມກ້າວໜ້າຢ່າງໂດດເດັ່ນດ້ານການເຊື່ອມໂຍງທາງລົດໄຟ-ທາງບົກ-ທາງອາກາດ, ການລົງທຶນໃນເຂດເສດຖະກິດພິເສດ, ໂຄງການພະລັງງານນໍ້າ, ການຂຸດຄົ້ນແຮ່ທາດ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອເພື່ອການພັດທະນາ (ODA). ນອກຈາກນັ້ນ ຍັງໄດ້ສະເໜີຕໍ່ລັດຖະບານຈີນ ແລະ ບັນດາປະເທດອາຊຽນ ໃຫ້ສຸມໃສ່ປັບປຸງກົນໄກການປະສານງານ, ຂະຫຍາຍິ່ງອໍານວຍຄວາມສະດວກການຄ້າ-ໂລຈິສຕິກຂ້າມແດນ ແລະ ສົ່ງເສີມການຮ່ວມມືດ້ານການວິໄຈ ແລະ ວິເຄາະນະໂຍບາຍຮ່ວມກັນ ເພື່ອແກ້ໄຂສິ່ງທ້າທາຍທາງດ້ານຄວາມແຕກຕ່າງລະດັບການພັດທະນາ ແລະ ອຸປະສັກທາງການຄ້າ.

        ໃນວັນທີ 16 ຕຸລາ 2026, ປອ. ລີເບີ ລີບົວປາວ ໄດ້ສືບຕໍ່ເຂົ້າຮ່ວມການສໍາມະນາຄວາມຮ່ວມມືດ້ານການເງິນ ເພື່ອການພັດທະນາສີຂຽວຈີນ-ອາຊຽນ ທີ່ສະຖາບັນກິດຈະການສາກົນ, ມະຫາວິທະຍາໄລຈີນແຫ່ງຮ່ອງກົງ-ເຊີນເຈີ້ນ (CUHK Shenzhen) ນະຄອນເຊີນເຈີ້ນ, ແຂວງກວາງຕຸ້ງ. ໃນກອງປະຊຸມ ປະທານ ສວສສຊ ໄດ້ນໍາສະເໜີ ກອບຍຸດທະສາດການເຕີບໂຕຂຽວແຫ່ງຊາດຂອງ ສປປ ລາວ ຮອດປີ 2030 ເຊິ່ງສຸມໃສ່ການຮັບມືກັບການປ່ຽນແປງພູມອາ ກາດ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ກະສິກໍາ-ປ່າໄມ້, ພະລັງງານ ແລະ ການຂົນສົ່ງ, ພ້ອມທັງຮຽກຮ້ອງໃຫ້ມີການລະດົມທຶນ ແລະ ການຮ່ວມມືດ້ານການວິໄຈຂຽວ ລະຫວ່າງ ຈີນ-ອາຊຽນ ຢ່າງແຂງແຮງ.

         ການເຂົ້າຮ່ວມກອງປະຊຸມສໍາມະນາລະດັບສູງຂອງຄະນະນໍາ ສວສສຊ ຄັ້ງນີ້ ເປັນການຢັ້ງຢືນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນຂົວຕໍ່ການເຊື່ອມໂຍງພາກພື້ນ ເພື່ອຍົກສູງການພັດທະນາເສດຖະກິດ-ສັງຄົມຮ່ວມກັນ ແລະ ສ້າງຍຸດທະສາດການເຕີບໂຕທີ່ເປັນມິດຕໍ່ສິ່ງແວດລ້ອມກັບ ສປ. ຈີນ ແລະ ບັນດາປະເທດອາຊຽນຢ່າງຍືນຍົງ.ການພັດທະນາແບບຍືນຍົງໃນພາກພື້ນ.

 

WhatsApp Image 2026-10-19 at 14.47.47 (2)
WhatsApp Image 2026-10-19 at 14.47.48
WhatsApp Image 2026-10-19 at 14.47.48 (1)

                                    ຂຽນຂ່າວ ແລະ ຖ່າຍພາບ: ພະແນກຂໍ້ມູນຂ່າວສານ