ສວສສຊ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນໃນວັນທີ 28 ທັນວາ; ໂດຍການເປັນປະທານ ຂອງທ່ານ ປອ. ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ, ມີຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງໜາແໜ້ນ.

     ທ່ານ ປທ. ພອນ ວິພົນຮຽນ ວ່າການແທນຫົວໜ້າຫ້ອງການ ສວສສຊ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີ ຜ່ານມາ ການຈັດຕັ້ງປະຕິບັດວຽກງານແມ່ນມີຜົນງານພົ້ນເດັ່ນຫຼາຍດ້ານໂດຍສະເພາະດ້ານການເມືອງ-ແນວຄິດ, ສວສສຊ ໄດ້ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໂດຍການເຊື່ອມຊຶມມະຕິ, ຄໍາສັ່ງຂອງພັກ ແລະ ລັດຖະບານ ຢ່າງເປັນປົກກະຕິ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາ ຂອງ ສວສສຊ, ໄດ້ປະຕິບັດການຄົ້ນຄວ້າວິທະຍາສາດສັງຄົມ, ເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ. ສຳລັບປີ 2022 ແມ່ນໄດ້ອະນຸມັດໂຄງການຄົ້ນຄວ້າຈຳນວນ 28 ໂຄງການດ້ວຍເງິນງົບປະມານຂອງລັດຈຳນວນ 2,2 ຕື້ກ່ວາກີບ. ພ້ອມກັນນີ້ຍັງໄດ້ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດເຊັ່ນ: ເຊັນ MOU ກັບສະຖາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນວິທະຍາສາດສັງຄົມຈີນ, ລາຊາບັນດິດສະພາກຳປູເຈຍ ນອກນີ້ຍັງພົວພັນຮ່ວມມືກັບບັນດາອົງການຈັດຕັ້ງສາກົນຕ່າງໆ, ພິເສດໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ສະມາຄົມນັກວິທະຍາສາດສັງຄົມ ສປປ ເກົາຫຼີ ໃນວັນທີ 15 ພະຈິກ 2022. ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອເອກະ ພາບກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນຍິ່ງໆຂຶ້ນ, ໃນນັ້ນຍັງໄດ້ຍ້ອງຍໍ, ຊົມເຊີຍພະນັກ ງານ-ລັດຖະກອນຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານໃນໄລຍະ 1 ປີທີ່ຜ່ານມາ.

   ໃນຕອນທ້າຍກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ມອບໃບຍ້ອງຍໍ, ຊົມເຊີຍ ຕໍ່ຜົນສໍາເລັດທີ່ສວສສຊ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນພາຍໃນ ສວສສຊ ສືບຕໍ່ອົບຮົມການເມືອງ-ແນວຄິດ, ເພີ່ມທະວີຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ເປັນຕົ້ນຄືການຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນເອົາແນວທາງ, ນະໂຍບາຍ, ວິໄສທັດ, ແຜນຍຸດທະສາດ, ແຜນການ, ມະຕິຕົກລົງຂອງພັກ-ລັດ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ຄົ້ນຄວ້າບັນຫາເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແຜນ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມທິດສີຂຽວ ແລະ ຍືນຍົງ.