ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
LAO ACADEMY OF SOCIAL AND ECONOMIC SCIENCES
ຕອນບ່າຍວັນທີ 24 ກັນຍາ 2026, ທ່ານ ປອ. ວິໄລວອນ ພົມມະຈັນ, ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ, ຕາງໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ຫງວຽນ ແມ໋ງ ດົງ (Nguyen Manh Dong) ຮອງປະທານສະຖາບັນການທູດຫວຽດນາມ, ກະຊວງການຕ່າງປະເທດ ສສ. ຫວຽດນາມ ພ້ອມດ້ວຍຄະນະ ເພື່ອພົບປະແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບທັດສະນະ ແລະ ມູມມອງຂອງລາວຕໍ່ສະພາບພາກພື້ນ ແລະ ອະນຸພາກພື້ນ ທີ່ສົ່ງຜົນປະສິດທິພາບຂອງກົນໄກການຮ່ວມມືທີ່ມີໃນປັດຈຸບັນ ແລະ ບົດບາດຂອງຄູ່ຮ່ວມພັດທະນະ; ການຕີລາຄາການປະສານງານລະຫວ່າງບັນດາປະເທດແມ່ນ້ຳຂອງຕອນລຸ່ມ ໂດຍສະເພາະກົນໄກການປະສານງານຕໍ່ກັບການຄຸ້ມຄອງ ແລະ ພັດທະນາທີ່ຍືນຍົງ; ພ້ອມນັ້ນ ຍັງໄດ້ລົງເລິກບາງບັນຫາສຳຄັນດ້ານການຄົ້ນຄວ້າວິທະຍາສາດຮ່ວມ, ການແລກປ່ຽນຂໍ້ມູນ-ບົດຄົ້ນຄວ້າ, ບົດວິໄຈ ແລະ ການຂະຫຍາຍຂອບການຮ່ວມມືອະນຸພາກພື້ນພາຍໃຕ້ອາຊຽນໃຫ້ກວ້າງຂວາງຂຶ້ນ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ