ເດືອນ: ກັນຍາ 2026

WhatsApp Image 2026-09-25 at 13.42.01

ສວສສຊ ພົບປະແລກປ່ຽນວິຊາການກັບສະຖາບັນການທູດ ສສ.ຫວຽດນາມ

WhatsApp Image 2026-09-25 at 13.42.01

        ຕອນບ່າຍວັນທີ 24 ກັນຍາ 2026,  ທ່ານ ປອ. ວິໄລວອນ ພົມມະຈັນ, ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ, ຕາງໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ຫງວຽນ ແມ໋ງ ດົງ (Nguyen Manh Dong) ຮອງປະທານສະຖາບັນການທູດຫວຽດນາມ, ກະຊວງການຕ່າງປະເທດ ສສ. ຫວຽດນາມ ພ້ອມດ້ວຍຄະນະ ເພື່ອພົບປະແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບທັດສະນະ ແລະ ມູມມອງຂອງລາວຕໍ່ສະພາບພາກພື້ນ ແລະ ອະນຸພາກພື້ນ ທີ່ສົ່ງຜົນປະສິດທິພາບຂອງກົນໄກການຮ່ວມມືທີ່ມີໃນປັດຈຸບັນ ແລະ ບົດບາດຂອງຄູ່ຮ່ວມພັດທະນະ; ການຕີລາຄາການປະສານງານລະຫວ່າງບັນດາປະເທດແມ່ນ້ຳຂອງຕອນລຸ່ມ ໂດຍສະເພາະກົນໄກການປະສານງານຕໍ່ກັບການຄຸ້ມຄອງ ແລະ ພັດທະນາທີ່ຍືນຍົງ; ພ້ອມນັ້ນ ຍັງໄດ້ລົງເລິກບາງບັນຫາສຳຄັນດ້ານການຄົ້ນຄວ້າວິທະຍາສາດຮ່ວມ, ການແລກປ່ຽນຂໍ້ມູນ-ບົດຄົ້ນຄວ້າ, ບົດວິໄຈ ແລະ ການຂະຫຍາຍຂອບການຮ່ວມມືອະນຸພາກພື້ນພາຍໃຕ້ອາຊຽນໃຫ້ກວ້າງຂວາງຂຶ້ນ.  

WhatsApp Image 2026-09-25 at 13.42.02
WhatsApp Image 2026-09-25 at 13.42.04
WhatsApp Image 2026-09-25 at 13.42.05
WhatsApp Image 2026-09-25 at 13.42.04 (1)

ຂຽນຂ່າວ ແລະ ຖ່າຍພາບ:  ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-09-17 at 15.02.40 (1)

ສຳມະນາວິທະຍາສາດສາກົນ ຫວຽດນາມ, ລາວ, ກໍາປູເຈຍ ແລະ ສ.ເກົາຫຼີ ໃນຫົວຂໍ້: “ການສະໜອງທຶນໃຫ້ແກ່ການເຕີບໂຕສີຂຽວ: ບົດຮຽນຂອງ ສ.ເກົາຫຼີ ແລະ ກາລະໂອກາດສຳລັບການຮ່ວມມືລະດັບພາກພື້ນ”

WhatsApp Image 2026-09-17 at 15.02.34 (1)

        ໃນວັນທີ 16 ກັນຍາ 2026, ຄະນະນໍາ ສວສສຊ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາ ກົນ 4 ສະຖາບັນ ລະຫວ່າງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES), ຣາຊະບັນດິດສະພາກຳປູເຈຍ (RAC) ແລະ ສະຖາບັນສິ່ງແວດລ້ອມເກົາຫຼີ (KEI) ພາຍໃຕ້ຫົວຂໍ້: “ການສະໜອງທຶນໃຫ້ແກ່ການເຕີບໂຕສີຂຽວໃນຫວຽດນາມ, ລາວ ແລະ ກຳປູເຈຍ: ບົດຮຽນຂອງ ສ.ເກົາຫຼີ ແລະ ກາລະໂອກາດສຳລັບການຮ່ວມມືລະດັບພາກພື້ນ” ເຊິ່ງຈັດຂຶ້ນທີ່ໂຮງແຮມ ເຊີຣາຕັ້ນ (Sheraton Hotel), ນະຄອນວິນ, ແຂວງເຫງະອານ, ສສ. ຫວຽດນາມ ໂດຍເປັນປະທານຮ່ວມຂອງ ທ່ານ ສຈ. ປອ. ເລ ວັນ ເລີ້ຍ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ; ທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ທ່ານ ບັນດິດ ໂຊກໂຕຍ, ປະທານຣາຊະບັນດິດສະພາກຳປູເຈຍ ແລະ ທ່ານ ປອ. ຮຸນ ຊາງ, ຮອງປະທານສະຖາບັນສິ່ງແວດລ້ອມເກົາຫຼີ, ສຈ. ປອ. ທ້າຍ ວັນ ແທ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງເຫງະອານ, ມີບັນດານັກວິຊາການ, ນັກຄົ້ນຄວ້າ ແລະ ແຂກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

WhatsApp Image 2026-09-17 at 15.02.40

        ກອງປະຊຸມໄດ້ລົງເລິກປຶກສາຫາລືກ່ຽວກັບ ກອບນະໂຍບາຍລະດັບຊາດທາງດ້ານການເງິນສີຂຽວຂອງບົດ ຮຽນຂອງ ສ.ເກົາຫຼີ ໃນການຫັນຈາກກອບການຈັດປະເພດສີຂຽວ (Taxonomy) ໄປສູ່ການລະດົມທຶນ; ການສະເໜີວິທີການລະດົມທຶນສີຂຽວ; ການນຳໃຊ້ກົນໄກການເງິນສີຂຽວໃນຂະແໜງການສະເພາະ ເຊັ່ນ: ການຄຸ້ມຄອງຊັບ ພະຍາກອນນ້ຳ, ການຜະລິດກະສິກຳ, ເສດຖະກິດໝູນວຽນ, ການວາງແຜນຜັງ ແລະ ຂະແໜງຂົນສົ່ງ; ພ້ອມທັງການສົ່ງເສີມການຮ່ວມມືສາກົນລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ-ລາວ-ກໍາປູເຈຍ ເພື່ອຫັນຈາກການແລກປ່ຽນຄວາມຮູ້ໄປສູ່ການຈັດຕັ້ງປະຕິບັດໂຄງການຮ່ວມກັນ. ໃນໂອກາດດັ່ງກ່າວ, ຄະນະນັກຄົ້ນຄວ້າຝ່າຍລາວ ໄດ້ສະເໜີພາບລວມຍຸດທະສາດການເງິນສີຂຽວຂອງ ສປປ ລາວ ຢ່າງເປັນລະບົບ ໂດຍເນັ້ນໃສ່ການເລັ່ງສ້າງກອບການຈັດປະ ເພດສີຂຽວແຫ່ງຊາດ (Green Taxonomy) ໃຫ້ເຊື່ອມໂຍງກັບອາຊຽນ, ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອຄາບອນ ແລະ ການອອກພັນທະບັດສີຂຽວ ເພື່ອແກ້ໄຂຊ່ອງຫວ່າງດ້ານທຶນຮອນ. ນອກຈາກນັ້ນ, ຍັງໄດ້ສະເໜີການຫັນເປັນສີຂຽວໃນຂະແໜງຂົນສົ່ງ ໂດຍຜ່ານການຊຸກຍູ້ຍານພາຫະນະໄຟຟ້າ (EV Vehicle) ໃຫ້ບັນລຸ 30% ໃນປີ 2030, ການພັດທະນາລະບົບລົດເມດ່ວນ (BRT), ການຂະຫຍາຍໂຄງຮ່າງສະຖານີສາກໄຟ ແລະ ການນຳໃຊ້ກົນໄກສິນເຊື່ອສີຂຽວ. ພ້ອມທັງເນັ້ນໃສ່ການເພີ່ມທະວີການຮ່ວມມືສາກົນ ໂດຍສະເພາະກອບການຮ່ວມມືການປ່ອຍອາຍແກສເຮືອນແກ້ວສຸດທິເປັນສູນ (Net-Zero) ລາວ-ເກົາຫຼີ ແລະ ກົນໄກເພື່ອດຶງດູດການຖ່າຍໂອນເຕັກໂນໂລຊີ, ການຮ່ວມມືຕະຫຼາດຄາບອນຕາມມາດຕາ 6 ຂອງສັນຍາປາຣີ, ການຍົກລະດັບມາດຕະຖານສິ່ງແວດລ້ອມ, ສັງຄົມ ແລະ ທຳມາພິບານ (ESG) ໃນຂະແໜງທະນາຄານ ແລະ ການຫຼຸດຜ່ອນຕົ້ນທຶນທີ່ສູນເສຍໃຫ້ແກ່ຜູ້ຊ່ຽວຊານຕ່າງປະເທດ ເພື່ອຮັບປະກັນການພັດທະນາຢ່າງຍືນຍົງ.

        ກອງປະຊຸມດ້ຕີລາຄາສູງ ແລະ ມີຄວາມເຫັນເປັນເອກະພາບສູງວ່າ ການລະດົມທຶນແບບດັ້ງເດີມ ຫຼື ການອາໄສທຶນຊ່ວຍເຫຼືອລ້າ (ODA) ພຽງຢ່າງດຽວແມ່ນບໍ່ພຽງພໍ, ແຕ່ຕ້ອງກ້າວໄປສູ່ກົນໄກການເງິນແບບປະສານສົມ ທົບ (Blended Finance) ໂດຍໃຊ້ທຶນປະຊາຄົມສາກົນ ແລະ ທຶນລັດ ເປັນຕົວກະຕຸ້ນດຶງດູດທຶນຈາກພາກເອກະຊົນ. ສິ່ງສໍາຄັນ, ບົດຮຽນຂອງ ສ.ເກົາຫຼີ ໃນການສ້າງຕະຫຼາດຄາບອນ, ການຈັດປະເພດສີຂຽວ, ການອອກພັນທະ ບັດສີຂຽວ ແລະ ການຮ່ວມມືພາກລັດ-ເອກະຊົນ (PPP) ຖືເປັນບົດຮຽນອັນລ້ຳຄ່າ. ກອງປະຊຸມຍັງມີຄວາມເຫັນດີສູງຕໍ່ການເພີ່ມທະວີການຮ່ວມມືລະຫວ່າງ 4 ສະຖາບັນຄົ້ນຄວ້າ ເພື່ອສ້າງເຄືອຂ່າຍຄົ້ນຄວ້າຮ່ວມກັນ, ແລກປ່ຽນຂໍ້ມູນ-ຄວາມຮູ້, ສ້າງຄວາມສາມາດດ້ານ MRV ແລະ ຮ່ວມກັນພັດທະນາແຜນງານໂຄງການສີຂຽວໃນລະດັບພາກພື້ນ ເພື່ອສ້າງອະນາຄົດທີ່ສີຂຽວ, ສະອາດ ແລະ ຍືນຍົງ. ໃນປີ 2027 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈະໄດ້ກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດສາກົນ 4 ສະຖາບັນ ຄັ້ງທີ 14 ຢູ່ນະຄອນຫຼວງວຽງຈັນ.

WhatsApp Image 2026-09-17 at 15.02.38
WhatsApp Image 2026-09-17 at 15.02.38 (1)
WhatsApp Image 2026-09-17 at 15.02.35

ຂຽນຂ່າວ ແລະ ຖ່າຍພາບ: ກຽງຄຳ ກັນຫາວົງ

WhatsApp Image 2026-09-16 at 13.27.02

ສວສສຊ ເຂົ້າຮ່ວມສຳມະນາວິທະຍາສາດສາກົນ ລາວ-ຫວຽດນາມ-ກຳປູເຈຍ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ພາຍໃຕ້ສະພາບການໃໝ່” ທີ່ ສສ.ຫວຽດນາມ

WhatsApp Image 2026-09-16 at 13.27.01 (1)

        ກອງປະຊຸມສຳມະນາວິທະຍາສາດສາກົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ພາຍໃຕ້ສະພາບການໃໝ່” ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 15 ກັນຍາ 2026, ທີ່ໂຮງແຮມ ເຊລາຕັ້ນ (Sheraton Hotel), ແຂວງ ເງ້ອານ, ສສ. ຫວຽດນາມ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຈ. ປອ. ເລ່ ວັ່ນ ເລິ້ຍ (Prof. Dr. Le Van Loi), ກຳມະການສູນກາງພັກຄອມມູນິດຫວຽດນາມ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS); ທ່ານ ປອ. ລີເບີ ລີບົວປາວ (Dr. Leeber Leebouapao), ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES) ແລະ ທ່ານ ບັນດິດ ໂຊກໂຕຍ (Sok Touch), ປະທານຣາຊະບັນດິດສະພາກຳປູເຈຍ (RAC), ມີບັນດາຄະນະຜູ້ແທນຂັ້ນສູງ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ ຈາກສາມສະຖາບັນຂອງ ລາວ-ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງຟົດຟື້ນ.

      

WhatsApp Image 2026-09-16 at 13.27.01

        ປອ. ລີເບີ ລີບົວປາວ ໄດ້ຂຶ້ນກ່າວຄໍາເຫັນໃນພິທີເປີດບາງຕອນວ່າ: ໃນສະພາບການໃໝ່ ບໍ່ວ່າຢູ່ພາຍໃນ, ພາກພື້ນ ແລະ ໂລກ ທີ່ມີການປ່ຽນແປງຢ່າງວ່ອງໄວ ແລະ ສັບສົນ, ທັງສ້າງໂອກາດ ແລະ ສິ່ງທ້າທາຍໃໝ່ໆ ຕໍ່ການພັດທະນາຂອງແຕ່ລະປະເທດ ແລະ ຂອງພາກພື້ນຮ່ວມກັນ. ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ ເປັນບັນຫາຍຸດທະສາດທີ່ສໍາຄັນ ແລະ ມີຄວາມຈໍາເປັນຕ້ອງເພີ່ມທະວີການປັບປຸງແກ້ໄຂການ ເພື່ອສ້າງໂອກາດໃນການຍົກລະດັບການພັດທະນາ ແລະ ຊຸກຍູ້ການເຕີບໂຕແບບຍືນຍົງໃນທົ່ວພາກພື້ນ. ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ບໍ່ພຽງແຕ່ເປັນເປົ້າໝາຍພັດທະນາເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງແມ່ນຄວາມຕ້ອງການອັນຮີບດ່ວນ ເພື່ອຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນ “ຈຸດເຊື່ອມຕໍ່ທາງບົກ” ທີ່ສໍາຄັນໃນອາຊີຕາເວັນອອກສຽງໃຕ້. ພາຍໃຕ້ແຜນປະຕິບັດງານເຊື່ອມໂຍງເສດຖະກິດ ລາວ-ຫວຽດ ນາມ-ກຳປູເຈຍ ຮອດປີ 2030, ກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້, ຈຶ່ງເປັນເວທີອັນລໍ້າຄ່າໃຫ້ບັນດານັກວິ ຊາການ, ນັກຄົ້ນຄວ້າ ແລະ ຜູ້ວາງນະໂຍບາຍ ຈາກສາມປະເທດ ໄດ້ປຶກສາຫາລືທັດສະນະຢ່າງເລິກເຊິ່ງ,  ແລກ ປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບທິດທາງ ແລະ ມາດຕະການໃນການເພີ່ມທະວີການເຊື່ອມໂຍງພື້ນຖານໂຄງລ່າງໃຫ້ມີປະສິດທິພາບ ແລະ ຍືນຍົງ.

        ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນກ່ຽວກັບ ການເພີ່ມທະວີການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ເຊິ່ງມີຄວາມສໍາຄັນຕໍ່ກັບການພັດທະນາເສດຖະກິດ-ສັງ ຄົມລາວ-ຫວຽດນາມ-ກໍາປູເຈຍ ແລະ ພາກພື້ນ. ກອງປະຊຸມໄດ້ຈັດເປັນສາມວາລະສໍາຄັນ ຄື: 1) ສະພາບການຂອງ ພາກພື້ນ ແລະ ຂອງໂລກຕໍ່ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ; 2) ສະພາບການຕົວຈິງຂອງການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ; ແລະ 3) ຄວາມມຸ່ງຫວັງ ແລະ ວິທີແກ້ໄຂໃນການເພີ່ມທະວີການເຊື່ອມໂຍງ. ຄະນະນັກຄົ້ນຄວ້າ ສວສສຊ ໄດ້ຂຶ້ນນຳສະເໜີບົດຄົ້ນຄວ້າສໍາຄັນຈໍານວນໜຶ່ງ ເຊິ່ງມີເນື້ອໃນຍົກໃຫ້ເຫັນຄວາມຈໍາເປັນໃນການເລັ່ງຍົກລະດັບເສັ້ນທາງຄົມມະນາຄົມຍຸດທະສາດ ແລະ ຈັດຕັ້ງປະຕິບັດກົນໄກອຳນວຍຄວາມສະດວກດ້ານການຄ້າຂ້າມຊາຍແດນ (ASEAN Single Window) ໃຫ້ເຂັ້ມແຂງ; ການເພີ່ມທະວີການເຊື່ອມໂຍງຕາຂ່າຍໄຟຟ້າແຮງສູງ (220KV–500KV) ໂດຍນຳໃຊ້ທ່າແຮງພະລັງງານສະອາດຂອງ ສປປ ລາວ ເພື່ອດຸ່ນດ່ຽງພະລັງງານ ແລະ ຍົກລະດັບສູ່ເຄືອຂ່າຍໄຟຟ້າອາຊຽນ (APG); ພ້ອມທັງສະເໜີປ່ຽນແນວຄິດຈາກການ “ກໍ່ສ້າງຖະໜົນ” ໄປສູ່ “ການສ້າງເຄືອຂ່າຍຄົມມະນາຄົມ ແລະ ແລວທາງໂລຈິສຕິກ” (Corridor Approach) ຜ່ານຂອບຍຸດທະສາດ 4 ລະດັບ (ພື້ນຖານ, ເຊື່ອມໂຍງ, ພາກພື້ນ, ຈຸດຄ່ຽນຖ່າຍສິນຄ້າ) ເພື່ອປ່ຽນຈາກການ “ຂົນສົ່ງຜ່ານ” ໄປສູ່ “ການສ້າງມູນຄ່າຕາມແລວທາງ” ຢ່າງຍືນຍົງ.

WhatsApp Image 2026-09-16 at 13.27.03 (2)
WhatsApp Image 2026-09-16 at 13.27.04

        ບັນດາຜູ້ແທນຍັງໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາໃນຂົງເຂດບູລິມະສິດ ຄື: ການຄົມມະນາຄົມ ຂົນສົ່ງທາງລາງ ເປັນຕົ້ນແມ່ນ ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ທາງດ່ວນຮ່າໂນ້ຍ-ວຽງຈັນ, ຄວາມໝັ້ນຄົງຂອງພະລັງງານ (ການເຊື່ອມຕໍ່ເຄືອຂ່າຍໄຟຟ້າ ລາວ-ຫວຽດນາມ-ກໍາປູເຈຍ), ກະສິກຳ, ການຫັນເປັນດີຈີຕ້ອນ ແລະ ການຄ້າຜ່ານຊາຍແດນ ເຊິ່ງຜົນຂອງການປຶກສາຫາລື ຈະເປັນຂໍ້ມູນ ແລະ ສ້າງບາດກ້າວສຳຄັນໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນ “ຈຸດເຊື່ອມຕໍ່ທາງບົກ” ທີ່ສໍາຄັນໃນພາກພື້ນ. ພ້ອມກັນນັ້ນ, ກອງປະຊຸມໄດ້ພ້ອມກັນທົບທວນເຖິງຂໍ້ສະດວກ ແລະ ສິ່ງທ້າທາຍ ເປັນຕົ້ນແມ່ນ ຄວາມແຕກຕ່າງດ້ານລະບຽບການ, ມາດຕະຖານວິຊາການ, ການລະດົມແຫຼ່ງທຶນ, ການຫັນຂັ້ນຕອນຊາຍແດນໃຫ້ທັນສະໄໝ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

        ກອງປະຊຸມດໍາເນີນໄປດ້ວຍເນື້ອໃນ, ຄວາມສາມັກຄີເປັນເອກະພາບ ແລະ ປະສົບຜົນສໍາເລັດຢ່າງຈົບງາມ, ໃນພິທີປິດ ປອ. ລີເບີ ລີບົວປາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຊົມເຊີຍຕໍ່ເຈົ້າພາບສະຖາບັນບັນດິດວິທະຍາສາດສັງຄົມແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈັດກອງປະຊຸມຢ່າງມີປະ ສິດທິພາບສູງຢູ່ແຂວງເງ້ອານ ເຊິ່ງເປັນແຜ່ນດິນວິລະກຳປະຫວັດສາດ, ບັນດາໝາກຜົນ, ທັດສະນະ ແລະ ຂໍ້ສະເໜີແນະທາງວິຊາການ ທີ່ໄດ້ຮ່ວມກັນປຶກສາຫາລືຢ່າງເລິກເຊິ່ງໃນຄັ້ງນີ້ ຈະເປັນພື້ນຖານອັນສຳຄັນຍິ່ງໃນການຜັນຂະຫຍາຍແຜນການຮ່ວມມືຍຸດທະສາດດ້ານການເຊື່ອມໂຍງພື້ນຖານໂຄງລ່າງ ແລະ ເສດຖະກິດຂອງສາມຊາດ ລາວ-ຫວຽດນາມ-ກຳປູເຈຍ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ ເພື່ອຮ່ວມກັນສ້າງບາດກ້າວບຸກທະລຸໃນການພັດ ທະນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຢູ່ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊຽນ. ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄວາມພາກພູມໃຈ ແລະ ຍິນດີຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດສາກົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງຕໍ່ໄປ ໃນປີ 2027 ທີ່ນະຄອນຫຼວງວຽງຈັນ.

WhatsApp Image 2026-09-16 at 13.27.02 (1)
WhatsApp Image 2026-09-16 at 13.27.03
WhatsApp Image 2026-09-16 at 13.27.02

ຂຽນຂ່າວ ແລະ ຖ່າຍພາບ: ກຽງຄຳ ກັນຫາວົງ

WhatsApp Image 2026-09-17 at 15.24.27

ສວສສຊ ເປີດໂຄງການຄົ້ນຄວ້າ ເພື່ອສຶກສານະໂຍບາຍ ເພື່ອຂ້າມຜ່ານການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC)

WhatsApp Image 2026-09-17 at 15.24.27

        ເພື່ອຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການອອກຈາກສະຖານະປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ໂດຍສະເພາະການກໍານົດບັນດານະໂຍບາຍ ແລະ ມາດຕະການທີ່ສຳຄັນ ໃນໄລຍະຂ້າມຜ່ານໄປສູ່ປະເທດພັດທະນາຢ່າງ ໝັ້ນທ່ຽງ. ໃນວັນທີ 10 ກັນຍາ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເປີດໂຄງການສຶກສາຄົ້ນຄວ້າ ພາຍໃຕ້ຫົວຂໍ້: “ສຶກສານະໂຍບາຍເສດຖະກິດ-ສັງຄົມ ເພື່ອຂ້າມຜ່ານການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງໂລ່ງລ່ຽນ” ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ (UN), ກະຊວງການຕ່າງປະເທດ, ບັນດາກະຊວງ-ຂະແໜງການອ້ອມຂ້າງ, ນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

WhatsApp Image 2026-09-17 at 15.24.23

        ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ສປປ ລາວ ມີແຜນທີ່ຈະປະກາດການຫຼຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາ (LDC) ຢ່າງເປັນທາງການໃນທ້າຍປີ 2026 ທີ່ຈະມາເຖິງນີ້. ເຖິງຢ່າງໃດກໍຕາມ, ໃນຊ່ວງໄລຍະຂ້າມຜ່ານ (ປີ 2027-2029) ສປປ ລາວ ຍັງຕ້ອງປະເຊີນກັບສິ່ງທ້າທາຍ ແລະ ຄວາມສ່ຽງຮອບດ້ານ ເປັນຕົ້ນແມ່ນ: ດ້ານເສດຖະກິດມີການເຕີບໂຕຍັງມີຄວາມບອບບາງ, ປະເຊີນກັບອັດຕາເງິນເຟີ, ພາລະໜີ້ສິນ, ຄວາມຜັນຜວນຂອງອັດຕາແລກປ່ຽນ, ລວມທັງຄວາມສ່ຽງຈາກການສູນເສຍສິດທິພິເສດທາງດ້ານການຄ້າ (GSP), ການຍົກເວັ້ນພາສີ ແລະ ການຫຼຸດລົງຂອງທຶນຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນອະນາຄົດ; ດ້ານສັງຄົມ ມີບັນຫາຄຸນນະພາບການຮຽນ-ການສຶກສາ ແລະ ໂພຊະນາການທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ; ດ້ານສິ່ງແວດລ້ອມ ມີຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ. ​ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະ ບັບເລກທີ 33/ນຍ, ລັດຖະບານຈຶ່ງໄດ້ມອບໝາຍໃຫ້ ສວສສຊ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ໃນການຄົ້ນຄວ້າ, ວິເຄາະ ແລະ ສະເໜີແນວທາງນະໂຍບາຍທີ່ສອດຄ່ອງ ເພື່ອຮັບປະກັນໃຫ້ ສປປ ລາວ ຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງໂລ່ງລ່ຽນ ແລະ ບໍ່ຕົກຢູ່ໃນກັບດັກຂອງປະເທດກຳລັງພັດທະນາ. ໂຄງການຄົ້ນຄວ້ານີ້ ຈະສຸມໃສ່ 3 ທິດທາງຕົ້ນຕໍຄື: ດ້ານເສດຖະກິດຈະສ້າງຄວາມເຂັ້ມແຂງຈາກພາຍໃນ, ສົ່ງເສີມການຜະລິດ, ການຄ້າ, ການລົງທຶນ ແລະ ການຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມໝັ້ນຄົງ; ດ້ານສັງຄົມມີການພັດທະນາຊັບພະຍາກອນມະນຸດ, ຍົກລະດັບລະບົບສາທາລະນະສຸກ, ການສຶກສາ ແລະ ການປະກັນສັງຄົມ; ດ້ານນະໂຍບາຍ ແລະ ສະທຽນລະພາບຈະເພີ່ມຂີດຄວາມສາມາດໃນການຮັບມືກັບວິກິດການ ແລະ ໄພພິບັດຕ່າງໆ.

WhatsApp Image 2026-09-17 at 15.24.24
WhatsApp Image 2026-09-17 at 15.24.25 (1)

        ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າການກະກຽມອອກຈາກສະຖານະພາບປະເທດດ້ອຍພັດ ທະນາຂອງ ສປປ ລາວ ນຳສະເໜີໂດຍ ທ່ານ ເພັດວັນໄຊ ຄູສະກຸນ, ຫົວໜ້າພະແນກ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ບົດປະເມິນຄວາມພ້ອມຂອງ ສປປ ລາວ ໃນການກະກຽມອອກຈາກສະຖານະພາບປະເທດດ້ອຍພັດ ທະນາ (LDC Graduation Readiness Assessment – GRA) ນຳສະເໜີໂດຍ ປອ. ພັນທະນູສອນ ເຄນນະວົງ, ຊ່ຽວຊານອົງການສະຫະປະຊາຊາດ (UN). ກອງປະຊຸມໄດ້ແລກປ່ຽນຄຳເຫັນ, ຕັ້ງຄຳຖາມ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ເພື່ອຮວບຮວມຂໍ້ມູນ-ປະເດັນທີ່ສຳຄັນເຂົ້າໃນກອບການຄົ້ນຄວ້າ. ຜົນການຄົ້ນຄວ້າຂອງໂຄງການດັ່ງກ່າວນີ້ ຈະສັງລວມເປັນບົດລາຍງານສະເໜີຕໍ່ລັດຖະບານ ແລະ ນຳໃຊ້ເປັນຂໍ້ມູນອ້າງອີງທີ່ສຳຄັນໃນການຜັນຂະຫຍາຍແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

WhatsApp Image 2026-09-17 at 15.24.25
WhatsApp Image 2026-09-17 at 15.24.26
WhatsApp Image 2026-09-17 at 15.24.25 (2)

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

WhatsApp Image 2026-09-09 at 10.55.41

ສວສສຊ ຕ້ອນຮັບຜູ້ຊ່ຽວຊານຈາກປະເທດຍິ່ປຸ່ນ

WhatsApp Image 2026-09-09 at 10.55.41

        ໃນຕອນບ່າຍວັນທີ 04 ກັນຍາ 2026 ທີ່ຜ່ານມາ, ທ່ານ ປອ. ລີເບີ ລີບົວປາວ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ສຈ. ໂທຊິໂຣ ນິຊິຊາວະ (Prof. Toshiro Nishizawa), ທີ່ປຶກສາປະຈຳຫ້ອງການແຜນການ ແລະ ປະສານງານວິທະຍາໄລການອອກແບບ ແລະ ນັກຄົ້ນຄວ້າອະວຸໂສ ມະຫາວິທະຍາ ໄລໂຕກຽວ ເຊິ່ງເປັນຜູ້ຊ່ຽວຊານດ້ານການເງິນ ແລະ ເສດຖະກິດມະຫາພາກຂອງຍີ່ປຸ່ນ ໃນໂອກາດທີ່ທ່ານມາຢ້ຽມຢາມລາວເຊິ່ງເປັນສ່ວນໜຶ່ງໃນການປະຕິບັດໜ້າທີ່ເປັນນັກຄົ້ນຄວ້າຢູ່ສະຖາບັນທະນາຄານພັດທະນາອາຊີ (ADBI) ເພື່ອດຳເນີນການຄົ້ນຄວ້າຢູ່ ສປປ ລາວ.

        ປອ. ລີເບີ ລີບົວປາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືຕະຫຼອດໄລຍະຜ່ານມາຂອງຊ່ຽວຊານຍີ່ປຸ່ນໄດ້ໃຫ້ຄຳແນະນຳດ້ານເສດຖະກິດມະຫາພາກ ແລະ ການສະເໜີບາງແນວທາງແກ້ໄຂບັນຫາໜີ້ສິນຂອງ ສປປ ລາວ. ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະຢ່າງຈິງໃຈກ່ຽວກັບສະຖານະການເສດຖະກິດມະຫາພາກໃນປະຈຸບັນ ແລະ ທິດທາງການສ້າງນະໂຍບາຍໃນຕໍ່ໜ້າ, ໂດຍເນັ້ນໃສ່ປັດໄຈຂັບເຄື່ອນທາງເສດຖະກິດທີ່ສໍາຄັນ ເປັນຕົ້ນແມ່ນການຂະຫຍາຍຕົວຂອງເສດຖະກິດ (GDP), ການພັດທະນາທ່າເຮືອ, ໂຄງການສ້າງທາງດ່ວນ ລາວ-ຫວຽດນາມ ແລະ ການລົງທຶນໂດຍກົງຈາກຍິ່ປຸ່ນ ເຊັ່ນ:ໂຮງງານໂຕໂຍຕ້າຢູ່ ສປປ ລາວ.

         ທັງສອງຝ່າຍເຫັນດີສືບຕໍ່ເພີ່ທທະວີການຮ່ວມມືໃນຖານະຄູ່ຮ່ວມງານຍຸດທະສາດທີ່ສໍາຄັນເພື່ອໃຫ້ຄໍາປຶກສາ, ການວາງແຜນ, ການວິເຄາະ ແລະ ການປະເມີນຜົນ ແລະ ແລກປ່ຽນບົດຮຽນຕົວຈິງທາງດ້ານນະໂຍບາຍເສດຖະກິດມະຫາພາກ ແລະ ເສີມຂະຫຍາຍຄວາມສາມາດຂອງບຸກຄະລາກອນພາຍໃນ ສວສສຊ ກໍ່ຄື ສປປ ລາວ ໃຫ້ກ້າວຂຶ້ນສູ່ສາກົນຢ່າງແຂງແຮງ.

   

 

WhatsApp Image 2026-09-09 at 10.55.39

                            ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ