ກອງປະຊຸມສຳມະນາວິທະຍາສາດ 60 ປີ ແຫ່ງການຮ່ວມມືພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ

    ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ, ທົ່ວປວງຊົນລາວ ແລະ ຫວຽດນາມພວມຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ່ XI ຂອງພັກ ແລະ ປະຕິບັດຕາມການຕົກລົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນນາມໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບຂອງສອງຊາດ; ໃນຕອນເຊົ້າຂອງວັນທີ 24 ພະຈິກ 2022, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສອງຊາດລາວ-ຫວຽດນາມໄດ້ຮ່ວມກັນຈັດກອງປະຊຸມ ສໍາມະນາວິທະຍາສາດສາກົນພາຍໃຕ້ຫົວຂໍ້: 60 ປີແຫ່ງການຮ່ວມມືພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ: ທົບທວນຄືນ ແລະ ທິດທາງຕໍ່ໜ້າ (ໂດຍຜ່ານຮູບແບບວີດີໂອທາງໄກ) ຝ່າຍລາວນໍາພາໂດຍ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ, ຄະນະປະຈໍາພັກ, ປະທານກວດກາພັກ, ຮອງປະທານ ສວສສຊ, ພ້ອມດ້ວຍຄະນະ; ຝ່າຍຫວຽດນາມ ນໍາພາໂດຍ ທ່ານ ປອ. ດັ້ງ ຊວັ່ນ ແທ່ງ, ຮອງປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ພ້ອມດ້ວຍຄະນະ.

  ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 (45 ປີເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ -ຫວຽດນາມ 18/7/1977-18/7/2022 ແລະ 60 ປີແຫ່ງການສ້າງສາຍພົວພັນການທູດ 5/9/1962-5/9/2022).  ໃນກອງປະຊຸມປະກອບດ້ວຍ 2 ວາລະ; ໂດຍວາລະທີ 1: ບັນດານັກຄົ້ນຄວ້າວິທະຍາສາດໄດ້ຜັດປ່ຽນກັນນໍາສະເໜີບົດ ຈໍານວນ 4 ບົດ, ທີ່ມີຫົວຂໍ້ກ່ຽວພັນດ້ານການເມືອງ, ການທູດ, ປັອງກັນຊາດ, ປັອງກັນຄວາມສະຫງົບ; ແລະ ວາລະທີ 2: ບັນດານັກຄົ້ນຄວ້າວິທະຍາສາດຜັດປ່ຽນກັນນໍາສະເໜີບົດ ຈໍານວນ 5 ບົດ, ທີ່ມີຫົວຂໍ້ກ່ຽວພັນດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ.

   ກອງປະຊຸມວິທະຍາສາດໃນຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນຄົ້ນຄວ້າກ່ຽວກັບມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການພົວພັນການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ, ເປັນປັດໄຈຕັດສິນໄຊຊະນະ ແລະ ການປະຕິວັດ ກໍຄືການຄົງຕົວ, ຂະຫຍາຍຕົວຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ;  ພ້ອມກັນນີ້ ກໍຍັງເປັນການປະຕິບັດແຜນການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດລະຫວ່າງສອງສະຖາບັນ ໃຫ້ປະກົດຜົນເປັນຈິງ;  ກອງປະຊຸມດັ່ງກ່າວໄດ້ມີຄວາມໝາຍຢ່າງເລິກເຊີ່ງທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ທັງແມ່ນເຫດການໃໝ່ທີ່ປະກອບສ່ວນເຂົ້າໃນການບູລະນະແນວທາງປ່ຽນແປງໃໝ່ ທີ່ສອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພວມດໍາເນີນຢູ່ໃນປະຈຸບັນ;  ທັງປະກອບສ່ວນເຮັດໃຫ້ການເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫ່ຍ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃນເງື່ອນໄຂໃໝ່ທີ່ມີຄວາມໜັກແໜ້ນຍິ່ງຂຶ້ນ. ຜ່ານການປຶກສາຫາລືກັນໃນກອງປະຊຸມເປັນເວລາເຄິ່ງວັນ ໂດຍທັງສອງຝ່າຍໄດ້ຕີລາຄາສູງເຖິງຜົນສໍາເລັດຕໍ່ກອງປະຊຸມໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກຕໍ່ການເພີ່ມທະວີເສີມຂະຫຍາຍມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການພົວພັນການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ, ເປັນປັດໄຈຕັດສິນໄຊຊະນະ ແລະ ການປະຕິວັດ ກໍຄືການຄົງຕົວ, ຂະຫຍາຍຕົວຂອງສອງພັກລາວ ແລະ ຫວຽດນາມ ແລະ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດສູງ ໃນເວລາ 11: 45 ຕອນທ່ຽງຂອງວັນດຽວກັນ.