ສວສສຊ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຸກຍູ້ການຫັນເປັນດິຈິຕ້ອນ ໄລຍະປີ 2026-2031

WhatsApp Image 2026-10-23 at 10.16.06

        ວັນທີ 22 ຕຸລາ 2026, ທີ່ສູນການຄ້າ ລາວ-ໄອເຕັກ, ໃນງານສັບປະດາດິຈິຕ້ອນລາວ 2026, ສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດວິທະຍາສາດເສດຖະກິດ ແລະ ສັງ ຄົມ ໄລຍະປີ 2026-2031. ຕາງໜ້າລົງນາມໃນຄັ້ງນີ້ມີ ທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ມີບັນດາຮອງປະທານ, ຮອງລັດຖະມົນຕີ ແລະ ແຂກຖືກເຊີນຈາກທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

        ຈຸດປະສົງການລົງນາມ MoU ຮ່ວມກັນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍການຫັນເປັນດີຈີຕ້ອນຂອງ ສປປ ລາວ ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ໂດຍສະເພາະການຮ່ວມມືກັນໃນການຄົ້ນຄວ້າ, ການພັດທະນາ, ການນຳໃຊ້, ການບໍລິການ ແລະ ການຄຸ້ມຄອງການຫັນເປັນດິຈິຕ້ອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ສຳລັບເນື້ອໃນຕົ້ນຕໍ ແມ່ນສຸມໃສ່ການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ແລະ ວິທະຍາສາດທຳມະຊາດ ທີ່ຕິດພັນກັບການນຳໃຊ້ເຕັກໂນໂລຊີ, ນະວັດຕະກຳໃໝ່ ແລະ ການຫັນເປັນດິຈິຕ້ອນ, ຍົກລະດັບການນຳໃຊ້ເຄື່ອງມື ແລະ ໂປຣແກຣມ ເພື່ອປັບປຸງລະບົບການຄຸ້ມຄອງ-ບໍລິຫານຂອງບັນດາຫ້ອງການ, ກົມ ແລະ ສະຖາບັນຄົ້ນຄວ້າຢູ່ພາຍໃນ ສວສສຊ ໃຫ້ທັນສະໄໝ. ຊ່ວຍພັດທະນາຊັບພະຍາກອນມະນຸດດ້ານໄອຊີທີ, ຈັດກອງປະຊຸມວິທະຍາສາດ, ສ້າງເຄືອຂ່າຍວິຊາການ ແລະ ລະດົມທຶນຮອນ, ພ້ອມທັງສະໜອງການບໍລິການຜົນການຄົ້ນຄວ້າແກ່ພັກ, ລັດຖະບານ ແລະ ສັງຄົມ ໂດຍມີການຄຸ້ມຄອງ ຄວາມປອດໄພ ແລະ ປ້ອງກັນບໍ່ໃຫ້ຂໍ້ມູນຮົ່ວໄຫຼ.

        ການຮ່ວມມືຄັ້ງນີ້ ຖືເປັນບາດກ້າວໜຶ່ງສຳຄັນໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ຜົນສຳເລັດຂອງການຮ່ວມມື ຈະເປັນພື້ນຖານອັນໜັກແໜ້ນໃນການວາງແນວທາງນະໂຍບາຍ ແລະ ປະຕິບັດວິໄສທັດ, ແຜນຍຸດທະສາດລວມ ຮັບໃຊ້ການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ.

WhatsApp Image 2026-10-23 at 10.16.16
WhatsApp Image 2026-10-23 at 10.16.18

                      ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ