ສວສສຊ ແລະ ສະຖາບັນຄົ້ນຄວ້າຂົນສົ່ງ ສປ. ຈີນ ແລກປ່ຽນບົດຮຽນການເຊື່ອມຈອດຄົມມະນາຄົມຂົນສົ່ງ
ຕອນບ່າຍວັນທີ 21 ຕຸລາ 2026 ທີ່ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຈັນສະໝອນ ວົງໄພສິດ, ຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ໄດ້ຕ້ອນຮັບທ່ານ ດຣ. ຟ່ານ ຢີ່ຈຽງ (Fan Yijiang), ຮອງຫົວໜ້າສະຖາບັນຄົ້ນຄວ້າຂົນສົ່ງ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ. ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາພົບປະແລກປ່ຽນບົດຮຽນ ກ່ຽວກັບການເຊື່ອມຈອດຄົມມະນາຄົມ-ຂົນສົ່ງ ລາວ-ຈີນ.
ໃນໂອກາດນີ້, ທ່ານ ຈັນສະໝອນ ວົງໄພສິດ ໄດ້ນໍາສະເໜີເປົ້າໝາຍທີ່ສໍາຄັນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ແລະ ແຜນພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ໄລຍະປີ 2026-2030 ເພື່ອຍົກລະດັບການເຊື່ອມຈອດຄົມມະນາຄົມ-ຂົນສົ່ງລະດັບອະນຸພາກພື້ນ ແລະ ພາກພື້ນ. ພ້ອມນີ້ ຍັງໄດ້ລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດຂອງທາງລົດໄຟລາວ-ຈີນ ທີ່ຊ່ວຍຊຸກຍູ້ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຂະຫຍາຍຕົວສູງຂຶ້ນ ເຮັດ ໃຫ້ເສດຖະກິດມະຫາພາກມີສະເຖຍລະພາບ ແລະ ໝັ້ນທ່ຽງ. ສອງຝ່າຍຍັງໄດ້ລົງເລິກປຶກສາຫາລືກ່ຽວກັບໂຄງການເຊື່ອມຈອດຍຸດທະສາດຄື: ການຂະຫຍາຍທາງລົດໄຟ ລາວ-ຈີນ, ທາງດ່ວນວຽງຈັນ-ບໍ່ເຕັນ ແລະ ທາງດ່ວນນະຄອນ ຫຼວງວຽງຈັນ-ປາກເຊ. ການເຊື່ອມຈອດທາງລົດໄຟ ແລະ ທາງດ່ວນ ລາວ-ຫວຽດນາມ ເພື່ອຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນຢ່າງຄົບວົງຈອນ.
ການພົບປະແລກປ່ຽນຄັ້ງນີ້ ເປັນການແລກປ່ຽນທັດສະນະທາງດ້ານນະໂຍບາຍໃນການກຳນົດທິດທາງການພັດ ທະນາຮ່ວມກັນຂອງແລວການຄ້າທາງບົກ-ທາງທະເລສາກົນໃໝ່ ທັງເປັນບົດຮຽນໃຫ້ ສວສສຊ ໃນການຄົ້ນຄວ້າຕົວຊີ້ວັດໃນການຕິດຕາມປະເມີນຜົນປະສິດທິພາບດ້ານໂລຈິສຕິກ, ການຫຼຸດຕົ້ນທຶນການຂົນສົ່ງ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນໃນໄລຍະປີ 2026-2030.
ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ