ໃນຕອນເຊົ້າຂອງວັນທີ 17 ມັງກອນ 2023 ເວລາ 9:00ໂມງ ຢູ່ຫ້ອງຮັບແຂກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ. ສອນທະນູ ທໍາມະວົງ, ປະທານ ສວສສຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung Soo), ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ. ລາວ ເນື່ອງໃນໂອກາດທີ່ມາຮັບໜ້າທີ່ໃໝ່. ພ້ອມກັນນັ້ນ, ທ່ານຍັງໄດ້ຕາງໜ້າໃຫ້ ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ. ເກົາຫຼີ (KOTRA) ປຶກສາຫາລື ເພື່ອຊອກຫາໂອກາດການຮ່ວມມືໃນຂົງເຂດຕ່າງໆ ໂດຍສະເພາະ ແມ່ນໃນຂົງເຂດການຄົ້ນຄວ້າວິທະຍາສາດຂົງເຂດເສດຖະກິດ-ສັງຄົມ.

   ໃນການພົບປະຄັ້ງນີ້, ທ່ານ ປອ. ສອນທະນູ ທໍາມະວົງ, ໄດ້ແຈ້ງສະພາບການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສວສສຊ ໃນໄລຍະຜ່ານມາຈົນມາເຖິງປັດຈຸບັນ ຕໍ່ທ່ານ ຈອງ ຢອງ ຊູ (Jung Yung Soo), ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ. ລາວ ພ້ອມທັງຕີລາຄາສູງ ຕໍ່ກັບການພົວພັນລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃນລະດັບປະເທດ ເຊິ່ງລິເລີ່ມຈາກສອງປະເທດ ໄດ້ສ້າງຕັ້ງສາຍພົວພັນທາງການທູດນັບແຕ່ປີ 1995 ເປັນຕົ້ນມາ. ໃນນັ້ນ, ມີການພົວພັນຮ່ວມມືສອງຝ່າຍດ້ານການເມືອງ-ການທູດ, ການຮ່ວມມືເພື່ອການພັດທະນາ, ການຄ້າ ແລະ ການລົງທຶນ ຮ່ວມທັງການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ.   

     ສປປ. ລາວ ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ສ.ເກົາຫຼີ ຫຼາຍໂຄງການ. ໂດຍສະເພາະ, ການຊ່ວຍເຫຼືອໃນຂະແໜງການພັດທະນາຊົນນະບົດ (ພາຍໃຕ້ຮູບແບບ ແຊມາອຶນອຸ່ນດົງ ຂອງ ສ.ເກົາຫຼີ), ພັດທະນາຄູກັນເຈື່ອນແຄມຂອງ, ການຊ່ວຍເຫຼືອໂຄງການເກັບກູ້ລະເບີດບໍ່ທັນແຕກ, ຂະແໜງສາທາລະນະສຸກ, ຂະແໜງການພັດທະນາຊັບພະຍາກອນມະນຸດ, ວຽກງານການສຶກສາ ແລະ ວຽກງານການພັດທະນາຂົງເຂດອື່ນໆ ກໍກຳລັງໄດ້ຮັບການຈັດຕັ້ງປະຕິບັດປະຈຸບັນມີທັງໝົດ 16 ໂຄງການ ລວມມູນຄ່າ 125,1 ລ້ານໂດລາສະຫະລັດ. ໂດຍສະເພາະແມ່ນ ໃນຊ່ວງການລະບາດຂອງເຊື້ອພະຍາດໂຄວິດ-19 ລັດຖະບານ ສ.ກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດ ສຳລັບປ້ອງກັນ ແລະ ຄວບຄຸມພະ ຍາດ ລວມມູນຄ່າ 200,000 ໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

     ສໍາລັບ ສວສສຊ ໃນໄລຍະຜ່ານມາ ໄດ້ມີພົວພັນຮ່ວມມືກັບ ສະຖາບັນສິ່ງແວດລ້ອມ ສ.ເກົາຫຼີ (KEI) ເຊິ່ງສອງຝ່າຍໄດ້ ເຊັນບົດບັນທຶກຄວາມເຂົ້າໃຈ ໃນປີ 2012 ເປັນຕົ້ນມາ ແລະ ໄດ້ຕໍ່ອາຍຸ ໃນທ້າຍປີ 2022. ໃນນັ້ນ, ໄດ້ປຶກສາຫາລືຂົງເຂດການຄົ້ນຄວ້າຮ່ວມກັນຄື: ການພັດທະນາແບບຍືນຍົງ; ການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນ; ການປ່ຽນແປງດິນຟ້າອາກາດ ແລະ ການປ່ອຍທາດກາກບອນຕ່ຳ; ລະບົບນິເວດ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ.