ຂ່າວການເຄື່ອນໄຫວ

3

ໜ່ວຍພັກສະຖາບັນຄົ້ນຄວ້າວັດທະນະທໍາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II

3

     ເພື່ອຜັນຂະຫຍາຍ ແລະ ບູລະນະກົງຈັກການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ແນໃສ່ບັນລຸເປົ້າໝາຍຍຸດທະສາດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢ່າງຍາວນານ, ໝັ້ນຄົງໃນຕໍ່ໜ້າ. ໃນຕອນເຊົ້າຂອງວັນທີ 9 ເມສາ 2025 ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າວັດທະນະທໍາ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງໜ່ວຍພັກຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ. ເດັ່ງຢ່າງ ກົງຈີ ຮັກສາການເລຂາໜ່ວຍພັກ; ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ; ມີບັນດາກໍາມະການຄະນະພັກ; ບັນດາເລຂາໜ່ວຍພັກ ມາຈາກໜ່ວຍພັກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນເຂົ້າຮ່ວມ ຈໍານວນ 29 ສະ ຫາຍ.

2

     ສະຫາຍ ປອ. ເດັ່ງຢ່າງ ກົງຈີ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງ ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະຊຸດເກົ່າ ເຊິ່ງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນ​ຕົ້ນ​ແມ່ນ​ປະ​ຕິ​ບັດໂຄງການຄົ້ນຄວ້າ, ການ​ຂຽນ​ບົດ​ວິ​ຊາ​ການ​ຕ່າງໆ​, ເຂົ້າຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງ​ວາ​ລະ​ສານ ແລະ ສື່​ສິ່ງ​ພິມ​ ເຊິ່ງ​ເປັນ​ຜົນງານ​ທີ່​ສະ​ຖາ​ບັນຄົ້ນຄວ້າວັດທະນະທໍາຍາດມາໄດ້ໃນຊຸມປີຜ່ານມາ ພ້ອມນັ້ນຍັງຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ.

     ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ແລະ ໄດ້ເອກະພາບເລືອກເອົາ ສະຫາຍ ປອ. ເດັ່ງຢ່າງ ກົງຈີ ເປັນເລຂາໜ່ວຍພັກ; ສະຫາຍ ໄຊສົມພອນ ຫາວັນນະລາດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ແພງຢ່າງ ເກຍປາວ ເປັນກໍາມະການພັກ ທັງເປັນປະທານກວດກາໜ່ວຍພັກ.

4

     ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ບັນດາສະຫາຍໃນຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ຖືສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມ, ບໍາລຸງກໍ່ສ້າງຖັນແຖວສະມາຊິກພັກພະນັກງານ ກໍຄືຖັນແຖວນັກຄົ້ນຄວ້າຂອງຕົນ ໃຫ້ມີແນວຄິດການການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຂັ້ນເທິງ; ເອົາໃຈໃສ່ນໍາພາຊີ້ນຳ ແລະ ສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ວິຊາສະເພາະດ້ວຍການກໍານົດຈຸດສຸມເປົ້າໝາຍຂອງການຄົ້ນຄວ້າໃຫ້ຈະແຈ້ງຂຶ້ນຕື່ມ; ເອົາໃຈໃສ່ກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ທີ່​ມີການພັດ​ທະ​ນາ​ຢ່າງ​ແຂງ​ແຮງ;  ປຸກລະດົມ​​ເຕົ້າ​ໂຮມຄວາມສາມັກຄີພາຍ​ໃນ​ໃຫ້ເປັນປຶກແຜ່ນ; ມີການປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ແລະ ເຂັ້ມງວດໃນການຊຸກຍູ້ຕິດຕາມ, ກວດກາ ແລະ ປະເມີນຜົນເປັນປົກກະຕິ; ພ້ອມດຽວກັນນັ້ນ ພາຍໃນຄະນະ​ໜ່ວຍພັກຕ້ອງມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເຊີດຊູຄວາມສາມັກຄີ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ນັ້ນສຳເລັດຢ່າງຈົບງາມ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ 

ຖ່າຍພາບ: ມຸນິນ ພົນສັກດາ

1

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ

1

     ຕອນເຊົ້າຂອງວັນທີ 7 ເມສາ 2025 ທີ່ຫ້ອງປະຊຸມຕຶກການນໍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ລັດດາວັນ ຊົງວິໄລ ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ; ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ; ມີບັນດາກໍາມະການຄະນະພັກ, ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມທັງຜູ້ແທນກອງປະຊຸມ ເຂົ້າຮ່ວມທັງໝົດ 33 ສະຫາຍ.

     ສະຫາຍ ນາງ ລັດດາວັນ ຊົງວິໄລ ເລຂາໜ່ວຍພັກ ສຄສພ ໄດ້ຂຶ້ນກ່າວເປີດກອງປະຊຸມພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະຊຸດເກົ່າ ເຊິ່ງບາງຕອນຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະດ້ານການເມືອງແນວຄິດ, ​ຄວາມສາມັກຄີປອງດອງ, ແບບແຜນນໍາພາວິທີເຮັດວຽກ ພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ. ກອງປະຊຸມໄດ້ນໍາໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີໄດ້ເລືອກເອົາ ສະຫາຍ ນາງ ລັດດາວັນ ຊົງວິໄລ ເປັນເລຂາໜ່ວຍພັກ; ສະຫາຍ ປອ. ວັນໄຊ ໄຊຍະວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸລະໄຊ ບຸນທິເດດ ເປັນກໍາມະການພັກ ທັງເປັນປະທານກວດກາໜ່ວຍພັກ.

2

     ໃນກອງປະຊຸມ ໄດ້ຮັບຟັງຄໍາໂອ້ລົມຈາກ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ສະແດງອອກໃນໄລຍະຜ່ານມາ ພ້ອມທັງໃຫ້ຊີ້ທິດເຍືອງທາງໃຫ້ແກ່ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ຈົ່ງພ້ອມກັນເສີມຂະຫຍາຍ, ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກໃຫ້ເລິກເຊິ່ງ, ຕໍ່ເນື່ອງ ເໝືອນຝົນຝອຍທີ່ ເຮັດໃຫ້ດິນມີຄວາມຊຸ່ມຊື່ນ ພ້ອມກັນປັບປຸງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເອົາ ໃຈໃສ່ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃຫ້ໝົດໄປ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍຄາດໝາຍສູ້ຊົນແຜນ 5 ປີໃນແຕ່ລະດ້ານໃຫ້ປະກົດຜົນເປັນຈິງ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ສວສສຊ ເຂົ້າວາງພວງມະລາໄວ້ອາໄລເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ

1

     ຕອນບ່າຍ ວັນທີ 4 ເມສາ 2025 ເວລາ 14ໂມງ30 ທີ່ຫໍປະຊຸມແຫ່ງຊາດ. ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາພາຄະນະພັກ-ຄະນະນຳ ເຂົ້າຮ່ວມພິທີວາງພວງມະລາ ແລະ ໄວ້ອາໄລ ເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ເພື່ອສະແດງຄວາມເຄົາລົບຮັກ ແລະ ເປັນການແບ່ງເບົາຄວາມໂສກເສົ້າຕໍ່ຄອບຄົວສີພັນດອນ.

2

     ໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ຕາງໜ້າສະມາຊິກພັກ-ພະນັກງານ ເຊັນປື້ມໄວ້ອາໄລ ມີເນື້ອໃນວ່າ: ຂໍສະແດງຄວາມເສຍໃຈ ແລະ ອາໄລອາວອນຢ່າງສຸດຊື້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນມາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການສູນເສຍທີ່ໃຫຍ່ຫຼວງຂອງພັກ-ລັດ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ທ່ານເປັນຜູ້ນຳທີ່ໄດ້ວາງແນວທາງຂອງພັກ ແລະ ຮາກຖານການເມືອງຂອງປະເທດ, ເປັນຜູ້ລີເລີ່ມ ແລະ ຊີ້ນຳຫຼາຍໆຂົງເຂດ; ໃນນັ້ນ, ການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ກໍ່ຄືຂົງເຂດການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມຂອງຊາດ ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍສະແດງຄວາມຮູ້ບູນຄຸນ, ເຄົາລົບຮັກທ່ານ ແລະ ຈະສືບຕໍ່ບູລະນະແນວທາງຕາມເຈດຕະນາລົມຂອງທ່ານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄປ.

3
4
5

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກສະຖາບັນຄົ້ນຄວ້າສັງຄົມວິທະຍາ

1

     ເພື່ອຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໃຫ້ປະກົດຜົນເປັນຈິງ ກໍຄືການກໍ່ສ້າງປັບປຸງວຽກງານພັກໃຫ້ມີຄວາມໜັ້ກແໜ້ນ, ເຂັ້ມແຂງຂຶ້ນເທື່ອລະກ້າວ. ໜ່ວຍພັກສະຖາບັນຄົ້ນຄວ້າສັງຄົມວິທະຍາຈຶ່ງໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງຕົນຂຶ້ນຢ່າງເປັນທາງການໃນວັນທີ 04 ເມສາ 2025 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ບຸນສີ ພຸດທະວົງ ຮັກສາການເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າສັງຄົມວິທະຍາ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍບັນດາກຳມະການຄະນະພັກ, ເລຂາໜ່ວຍພັກຈາກບັນດາສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ; ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 27 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ທັງສອງພາກ, ແຜນພັດທະນາ ສຄສ 5 ປີ ຄັ້ງທີ II  ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາ-ວິທີເຮັດວຽກ, ການນໍາພາຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວຽກງານຂະບວນການຕ່າງໆ ພ້ອມທັງຍົກໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນຳຂອງຄະນະໜ່ວຍພັກໃນໄລຍະທີ່ຜ່ານມາ. ໃນກອງປະຊຸມຍັງໄດ້ນໍາໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ປອ. ບຸນສີ ພຸດທະວົງ ເປັນເລຂາໜ່ວຍພັກ, ສະຫາຍ ປທ. ທັດປານີ  ແພງຄໍາສີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ປອ. ນ. ເກດມະນີ ອິນທະວົງ ເປັນກໍາມະການ ທັງເປັນປະທານກວດກາໜ່ວຍພັກ.

3

     ໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ເອົາໃຈໃສ່ຈັດຕັ້ງເຜີຍແຜ່, ເຊື່ອມຊືມ, ກຳແໜ້ນເນື້ອໃນມະຕິກອງປະຊຸມໃຫ່ຍຄັ້ງນີ້ ໃຫ້ໜັກແໜ້ນ, ເລິກ ເຊິ່ງ ເພື່ອເປັນບ່ອນອີງໃນການສ້າງເປັນແຜນງານ, ໂຄງການ ຕິດພັນກັບວຽກງານວິຊາສະເພາະຂອງສະຖາບັນໃນແຕ່ລະໄລຍະ ໂດຍຖືເອົາການຄົ້ນຄວ້າວິທະຍາສາດໃຫ້ເປັນໃຈກາງ ແລະ ເປັນບັນຫາຕົ້ນຕໍທີ່ສໍາຄັນ ປະກອບສ່ວນເຂົ້າໃນການວາງແນວທາງນະໂຍບາຍຂອງພັກ-ລັດ; ເພີ່ມທະວີການສຶກສາອົບຮົມສະມາຊິກພັກພະນັກງານໃຫ້ເຂົ້າໃຈແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເປັນປົກກະຕິ, ຕໍ່ເນື່ອງ; ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັດສະນະຫຼັກໝັ້ນ ການເມືອງໜັກແໜ້ນ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ ເຂົ້າໃນການປັບປຸງວຽກງານວິຊາສະ ເພາະຂອງຕົນໃຫ້ນັບມື້ນັບດີຂື້ນ. ພ້ອມດຽວກັນນັ້ນ, ຕ້ອງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ຮັກສາມູນເຊື້ອການເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນຢ່າງຕໍ່ເນື່ອງຕະຫຼອດໄປ. ຖືເອົາການປັບປຸງແບບແຜນນໍາພາ, ວິທີເຮັດວຽກ  ໂດຍຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີການແບ່ງງານ ແລະ ຄວາມຮັບຜິດຊອບໃຫ້ທຸກຄົນຢ່າງຈະແຈ້ງ, ເຊີດຊູຄວາມຮັບຜິດຊອບທາງການເມືອງໃຫ້ສູງຂຶ້ນ, ຮັກສາຄວາມເປັນແບບຢ່າງນໍາໜ້າ, ຮ່ວມແຮງຮ່ວມໃຈກັນ ແລະ ຊ່ວຍເຫຼືອກັນ ເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຊຸກຍູ້ໃຫ້ອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດໜ້າທີ່ ຂອງແຕ່ລະອົງການ, ເພື່ອເປັນກຳລັງແຮງໃຫ້ຄະນະໜ່ວຍພັກ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງສະຖາບັນຄົ້ນຄວ້າສັງຄົມວິທະຍາ ກໍ່ຄືມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ ໃຫ້ປະກົດຜົນເປັນຈິງ, ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ຕາມຄາດໝາຍທີ່ວາງໄວ້

5
4
6

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II

1

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ໜ່ວຍພັກສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ສໍາເລັດລົງຢ່າງເປັນທາງການໃນ ວັນທີ 28 ມີນາ 2025  ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ເດືອນສະຫວັນ ພອນມີໄຊ ຮັກສາການເລຂາໜ່ວຍພັກ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະປະຈໍາພັກ, ກຳມະການຄະນະພັກ, ເລຂາໜ່ວຍພັກຈາກບັນດາສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 30 ກວ່າສະຫາຍ.

2

     ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ທັງສອງພາກ, ຮ່າງແຜນພັດທະນາ ສຂຝ 5 ປີ ຄັ້ງທີ II ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາ-ວິທີເຮັດວຽກ, ການນຳພາຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ຂະບວນການຕ່າງໆ. ພ້ອມທັງຍົກໃຫ້ເຫັນບັນຫາທີ່ຍັງຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຈຸດດີ – ຈຸດອ່ອນຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນຳ ຂອງຄະນະໜ່ວຍພັກໃນໄລຍະທີ່ຜ່ານມາ.

     ກອງປະຊຸມໄດ້ນໍາໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ ຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ. ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ເດືອນສະຫວັນ ພອນມີໄຊ ເປັນເລຂາໜ່ວຍພັກ, ສະຫາຍ ນ. ພູຄຽງ ໄຊສີລິ ເປັນຮອງເລຂາໜ່ວຍພັກ, ສະຫາຍ ສຸກນິລັນ ແສງພະຈັນ ເປັນກຳມະການ ທັງເປັນປະທານກວດກາໜ່ວຍພັກ.

3

     ໃນໂອກາດດັ່ງກ່າວນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃຫມ່ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມນຳພາ-ການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກ ງານພາຍໃຕ້ການຄຸ້ມຄອງຂອງຕົນໃຫ້ເປັນປົກກະຕິ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ໄດ້ກຳນົດໃນບົດລາຍງານການເມືອງກໍ່ຄືແຜນການສູ້ຊົນ 5 ປີ ໃຫ້ປະກົດຜົນເປັນຈິງ, ປັບປຸງແບບແຜນວິທີເຮັດວຽກວິທີນໍາພາ-ຄຸ້ມຄອງໃຫ້ໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ໃກ້ຊິດຕິດແທດກັບສະມາຊິກພັກພະນັກງານ, ເຕົ້າໂຮມຄວາມສາມາມັກຄີພາຍໃນພັກໃຫ້ເປັນປຶກແຜນ. ຄະນະໜ່ວຍພັກຕ້ອງເອົາໃຈໃສ່ນຳພາຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນແຕ່ລະປີ ຕິດພັນກັບການນໍາພາຊຸກຍູ້ວຽກງານ 3 ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມແຂງກວ່າເກົ່າ ໂດຍສະເພາະແມ່ນການກຳແໜ້ນແນວຄິິດຂອງສະມາຊິກພັກພະນັກງານ, ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນຢ່າງລະອຽດຈະແຈ້ງ, ການຍົກສູງຄວາມຮັບຜິດຊອບຂອງຕົນ, ການສຸມສະຕິປັນ ຍາຄວາມຮູ້, ຄວາມສາມາດ ເພື່ອເປັນກຳລັງແຮງໃນການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້.

WhatsApp Image 2025-03-31 at 13.31.52_ab76570d

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນນິນ ພົນສັກດາ

1

ກອງປະຊຸມວິຊາການລະດົມຄວາມຄິດເຫັນ ຕໍ່ການສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ

     ໃນວັນທີ 5 ມີນາ 2025 ທີ່ຜ່ານມາ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ ຮ່ວມກັບອົງການ ສະຫະປະຊາຊາດ ສໍາລັບເດັກ (UNICEF), ໄດ້ຈັດກອງປະຊຸມວິຊາການລະດົມຄວາມຄິດເຫັນ ໃສ່ກອບເນື້້ອໃນການຄົ້ນຄວ້າ ຫົວຂໍ້ “ສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ” ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ບິນລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ສໍາລັບເດັກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຈາກບັນດາຂະແໜງການຕ່າງໆເປັນຕົ້ນແມ່ນ:  ກະຊວງສາທາລະນະສຸກ, ສະພາແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ແນວລາວສ້າງຊາດ, ສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ; ນອກນັ້ນຍັງມີຜູ້ຕາງໜ້າຈາກອົງການ UNICEF, ອົງການສະຫະປະຊາຊາດ ສໍາລັບປະຊາກອນ (UNFPA), ສະຖານທູດອົດສະຕາລີ ປະຈໍາ ສປປ ລາວ, ຊ່ຽວຊານຕ່າງປະເທດ ແລະ ພະນັກງານສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ເຂົ້າຮ່ວມຫຼາຍກວ່າ 30 ທ່ານ.

     ຈຸດປະສົງກອງປະຊຸມ ເພື່ອລະດົມຄວາມຄິດເຫັນຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ໃສ່ກອບແນວຄວາມຄິດໃນການຄົ້ນຄວ້າ ແລະ ບັນດາເຄື່ອງມື ເພື່ອຮັບປະກັນໃຫ້ການຄົ້ນຄວ້າມີປະສິດທິພາບ, ປະສິດທິຜົນ ແລະ ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍໃນການຄົ້ນຄວ້າ. ພ້ອມທັງປຶກສາຫາລືລະດົມຄວາມຄິດເຫັນຕໍ່ການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນການປະກອບບຸກຄະລາກອນໃສ່ທີມງານຄົ້ນຄວ້າອີກດ້ວຍ; ເຊິ່ງບົດສະເໜີທີ່ສໍາຄັນນຳມາສະ ເໜີຄັ້ງນີ້ມີ: 1). ການສຶກສາຜົນກະທົບທາງເສດຖະກິດຂອງການແຕ່ງງານກ່ອນໄວຂອງເດັກນ້ອຍຢູ່ ສປປ ລາວ, ນໍາສະເໜີໂດຍ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ແລະ 2). ພາບລວມຂອງອົງປະກອບດ້ານຄຸນນະພາບຂອງການສຶກສາ ແລະ ເຄື່ອງມືໃນການເກັບກຳຂໍ້ມູນ ນໍາສະເໜີໂດຍ ທ່ານ ນ. ສຸລິຕາ ສຸກມົນຕີ, ຮອງຫົວໜ້າພະແນກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ.

2
3

     ຈາກຂໍ້ມູນເບື້ອງຕົ້ນພົບວ່າ: ສປປ ລາວ ມີອັດຕາ​ການ​ແຕ່ງງານໃນໄວເດັກສູງທີ່ສຸດໃນບັນດາປະເທດສະມາຊິກ​ອາ​ຊຽນ. ໃນຂະນະດຽວກັນ, ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດຍັງມີໜ້ອຍໃນທົດສະວັດທີ່ຜ່ານມາ ເຊິ່ງ ສປປ ລາວ ກໍ​ຄື​ຫຼາຍ​ປະ​ເທດ ທີ່ໄດ້ປະສົບກັບ​ວິກິດການຢ່າງຕໍ່ເນື່ອງ ເຮັດໃຫ້ມີ​ຄວາມ​ສ່ຽງ ​ຫຼື ຜົນກະທົບຮ້າຍແຮງຕໍ່ເດັກຍິງ ແລະ ເດັກ​ຊາຍ ໃນ ສປປ ລາວ. ໃນນີ້, ການແຕ່ງງານກ່ອນໄວອັນຄວນຍັງມີການແຜ່ຫຼາຍ ໂດຍ​ສະ​ເພາະ​ແມ່ນ​​ເດັກຍິງບາງຊົນເຜົ່າ ທີ່ມີອັດຕາສ່ວນການແຕ່ງງານໃນໄວເດັກຈໍານວນຫຼາຍ ແລະ ມີຄວາມແຕກຕ່າງກັນໄປໃນແຕ່ລະເຂດພື້ນທີ່ຂອງ ສປປ ລາວ ໂດຍເຫັນໄດ້ວ່າ ອັດຕາສ່ວນແມ່ຍິງອາຍຸ 20-24 ປີ ທີ່ແຕ່ງງານກ່ອນອາຍຸ 18 ປີ ສູງທີ່ສຸດ ແມ່ນຢູ່ເຂດພາກເໜືອ ກວມ 40.4% ແລະ ເຂດຫ່າງໄກສອກຫຼີກກວມ 36.3%, ເຊິ່ງນອນຢູ່ໃນແຂວງຫົວພັນ ກວມ 53.2%, ແຂວງໄຊສົມບູນ ກວມ 42.9%, ແຂວງຫຼວງພະບາງ ກວມ 42.2%, ແຂວງອຸດົມໄຊ ກວມ 41.7%, ແຂວງຜົ້ງສາລີ ກວມ 39.7% ແລະ ແຂວງບໍລິຄໍາໄຊ ກວມ 38.2%.

     ການປຶກສາຫາລືດັ່ງກ່າວ ໄດ້ຮັບຄວາມສົນໃຈ ແລະ ມີບັນຍາກາດຟົດຟື້ນ ບັນດາແຂກທີ່ເຂົ້າຮ່ວມໄດ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີເນື້ອໃນ ແລະ ມີຄວາມຮັບຜິດຊອບສູງ ແນໃສຮັບປະກັນໃຫ້ ຜົນການຄົ້ນຄວ້າມີຄຸນນະພາບ, ສາມາດນໍາໄປເປັນແນວທາງໃນການຈັດຕັ້ງປະຕິບັດ ແລະ ນໍາເອົາຜົນປະໂຫຍດ ມາສູ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

     ການສຶກສາຄັ້ງນີ້ ເປັນການຮ່ວມມືກັນກັບອົງການ UNICEF ເພື່ອສຶກສາຄົ້ນຄວ້າດ້ານນະໂຍບາຍ ໂດຍໄດ້ຮັບການສະໜັບສະໜູນງົບປະມານ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ຈາກອົງການ UNICEF ປະຈໍາ ສປປ ລາວ.​

ຂຽນຂ່າວ: ອານຸວົງ ຫຼວງໄຊ,  ສຄນສ, ສວສສຊ.

ຖ່າຍພາບ: ມູນິນ ພົນສັກດາ

1

ສວສສຊ ຈັດພິທີປະກາດການຈັດຕັ້ງຂັ້ນກົມ

1

     ເພື່ອຜັນຂະຫຍາຍຍຸດທະສາດ ແລະ ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ໃຫ້ມີການຫັນປ່ຽນຢ່າງເລິກເຊິ່ງ, ຮອບດ້ານ ແລະ ເຂັ້ມແຂງ ໃນຕໍ່ໜ້າພ້ອມທັງເປັນການກະກຽມບຸກຄະລາກອນໃນການດຳເນີນກອງປະຊຸມໃຫຍ່ 2 ຂັ້ນ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.  ໃນວັນທີ 5 ມີນາ2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີພີທີປະກາດການຈັດຕັ້ງພະນັກງານ ນໍາພາຂັ້ນກົມ ພາຍໃຕ້ການເປັນປະທານຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຄະນະປະຈໍາ, ຮອງປະທານ ສວສສຊ, ມີກໍາມະການຄະນະພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ-ພະນັກງານລັດຖະກອນ ຈາກ 11 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

2

     ໃນພິທີ, ທ່ານ ບຸນລັດ ແກ້ວອາສາ, ກຳມະການພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານເອກະສານດຳລັດຂອງນາຍົກລັດຖະມົນຕີ ຈຳນວນ 6 ສະບັບ ແລະ ມະຕິຕົກລົງຂອງເລຂາຄະນະພັກ ສວສສຊ ຈຳນວນ 1 ສະບັບ ດັ່ງນີ້: 1) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ ເປັນຫົວໜ້າສະຖາບັນການເມືອງວິທະຍາ; 2) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ບຸນສີ ພຸດທະວົງ ເປັນຫົວໜ້າສະຖາບັນສັງຄົມວິທະຍາ; 3) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ເດັ່ງຢ່າງ ກົງຈີ ເປັນຫົວໜ້າສະຖາບັນຄົ້ນຄວ້າວັດທະ ນະທຳ; 4) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ນາງ ກິນນະລອນ ພິມມະວົງ ເປັນຫົວໜ້າສະຖາບັນຄົ້ນຄວ້າພັດ ທະນາວິສາຫະກິດ; 5) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ວິໄລວອນ ພົມມະຈັນ ເປັນຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານ; 6) ດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ເດືອນສະຫວັນ ພອນມີໄຊ ເປັນຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; 7) ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ວິໄລວອນ ພົມມະຈັນ ເປັນຮັກສາການເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານ.

     ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: ໂດຍອິງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ-ລັດໃນໄລຍະໃໝ່ ກໍຄືຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄວາມຈຳເປັນຕ້ອງໄດ້ມີການປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດ ແລະ ສັບຊ້ອນຈັດວາງຕໍາແໜ່ງພະນັກງານຄືນໃໝ່ ໂດຍສະເພາະແມ່ນພະນັກງານນຳພາຂັ້ນຕ່າງໆໃຫ້ເປັນລະບົບຄົບຊຸດ. ເຫດຜົນທີ່ສໍາຄັນອັນໜຶ່ງແມ່ນເພື່ອກະກຽມບຸກຄະລາກອນເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງອົງຄະນະພັກ ສວສສຊ ທີ່ຈະຈັດຂຶ້ນໃນທ້າຍປີນີ້ ເຊິ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ນີ້ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ມີຜົນງານຫຼາຍດ້ານໃນໄລຍະຜ່ານມາທັງເປັນຜູ້ທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມດຸໝັ່ນອົດທົນ, ມີຄວາມສາມັກຄີ, ມີລະບຽບວິໄນ ແລະ ເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດໄດ້ດີ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຄະນະພັກ-ຄະນະນຳ ສະເໜີໃຫ້ຂັ້ນເທິງພິຈາລະນາແຕ່ງຕັ້ງ ແລະ ສັບຊ້ອນບັນດາສະຫາຍເຂົ້າຮັບໜ້າທີ່ຕຳແໜ່ງທີ່ມີຄວາມສຳຄັນດັ່ງກ່າວ. ການແຕ່ງຕັ້ງຄັ້ງນີ້ ເປັນການມອບໝາຍໜ້າທີ່ຄວາມຮັບ ຜິດຊອບສູງຂຶ້ນກວ່າເກົ່າແລ້ວຍັງເປັນການທົດສອບ, ຝຶກຝົນຫຼໍ່ຫຼອມກໍ່ສ້າງພະນັກງານນໍາພາໃຫ້ມີຄວາມຮູ້, ປະສົບການ ແລະ ບົດຮຽນຈາກພຶດຕິກຳຕົວຈິງ ເພື່ອນໍາພາພະນັກງານໃນການຄຸ້ມຄອງຂອງຕົນປະຕິບັດໜ້າທີ່ໃຫ້ສໍາເລັດ.

     ພ້ອມດຽວກັນນັ້ນ, ທ່ານຍັງໄດ້ມີບາງຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕື່ມວ່າ: ກ່ອນອື່ນໝົດ ບັນດາສະຫາຍຕ້ອງໄດ້ກຳແໜ້ນ ແລະ ຄົ້ນຄວ້າພາລະບົດບາດຂອງຕົນໃຫ້ເຂົ້າໃຈເລິກເຊິ່ງ, ມີຄວາມເປັນເອກະພາບສູງ ຕໍ່ການກຳນົດທິດທາງ ແລະ ເປົ້າໝາຍຂອງວຽກງານໃນແຕ່ລະໄລຍະ; ຕ້ອງຍຶດໝັ້ນຕາມຫຼັກການລວມສູນປະຊາທິ ປະໄຕ, ມີການແບ່ງງານແບ່ງຄວາມຮັບຜິດຊອບ, ປະຕິບັດຕາມມະຕິ ແລະ ສຽງສ່ວນຫຼາຍທີ່ໄດ້ຕົກລົງກັນ, ສ້າງຄວາມສາມັກຄີກັບໝູ່ເພື່ອນໃຫ້ໜັກແໜ້ນ, ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ກັບພະນັກງານ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ມີແບບແຜນໃນການດຳລົງຊີວິດທີ່ດີ, ປະພຶດຕົນເປັນແບບຢ່າງ ແລະ ຍົກສູງຄວາມຮູ້ຄວາມສາມາດ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ, ຍຸຕິທຳ.  ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກ, ພະ ນັກງານລັດຖະກອນທົ່ວ ສວສສຊ ຈົ່ງໃຫ້ຄວາມຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່  ສາມາດປະຕິບັດໜ້າທີ່ຢ່າງສະດວກ.

3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສວສສຊ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ

1

     ໃນຕອນເຊົ້າຂອງວັນທີ 28 ກຸມພາ 2025, ທ່ານ ເພັດໃສ ເພຍເທບ ຄະນະພັກ, ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະນຳ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ 3 ພາກສ່ວນຄື: ຫ້ອງການ ສວສສຊ, ກົມຈັດຕັ້ງ ແລະ ພະນັກງານ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຢ້ຽມຊົມ ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ, ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມຂອງໜ່ວຍພັກ.ການຢ້ຽມຊົມຄັ້ງນີ້ແມ່ນໄດ້ຮັບຟັງການບັນຍາຍຈາກຄະນະຮັບຜິດຊອບຫໍພິພິທະພັນ ສະແດງເຖິງການປະກອບສ່ວນອັນສຳຄັນ ແລະ ສົມກຽດ ໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫຼັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ. ຫຼັງຈາກນຳພາຢ້ຽມຊົມສຳເລັດແລ້ວ ກໍ່ຍັງໄດ້ຮັບຊົມຮູບເງົາປະຫວັດສາດການກອບກູ້ເອົາເອກະລາດຂອງພັກປະຊາຊົນປະຕິວັດລາວ.

4
3
2

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ສະຫະພັນກຳມະບານ ສວສສຊ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I

1

     ກອງປະຊຸມໃຫຍ່ສະມາຊິກກຳມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ກຸມພາ 2025, ທີ່ຫ້ອງປະ ຊຸມໃຫຍ່ ຊັ້ນ 3 ຕຶກວິຊາການ ພາຍໃຕ້ການເປັນປະທານຂອງສະຫາຍ ພອນ ວິພົນຮຽນ ປະທານສະຫະພັນກຳມະບານ ສວສສຊ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສູນກາງສະຫະພັນກຳມະການລາວ; ກອງປະຊຸມຍັງໄດ້ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ. ກິ ແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຜູ້ຊີ້ນໍາວຽກງານອົງການຈັດ ຕັ້ງມະຫາຊົນ; ພ້ອມນັນ, ຍັງມີບັນດາສະຫາຍຄະນະພັກ, ບັນດາເລຂາໜ່ວຍພັກ, ຕາງໜ້າສະຫະ ພັນແມ່ຍິງ ສວສສຊ, ຄະນະຊາວໜຸ່ມ ສວສສຊ, ສະຫະພັນກໍາມະບານອ້ອມຂ້າງຫຼັກ 6, ແຂກຖືກເຊີນຈາກສູນກາງສະຫະພັນກຳມະບານລາວ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມທັງໝົດ 150 ກວ່າສະຫາຍ.

4
5

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການບົດລາຍງານການເມືອງ ໂດຍ ສະຫາຍ ປອ. ບຸນສີ ພຸດທະວົງ ຮອງປະທານກໍາມະບານ ສວສສຊ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຮອບດ້ານ ທີ່ສະຫະພັນກຳມະບານ ສວສສຊ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ວາງທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ ໂດຍສະເພາະແມ່ນການຍົກສູງຄວາມເປັນເຈົ້າການ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ການສ້າງຖັນແຖວສະມາຊິກກຳມະບານໃຫ້ເຂັ້ມແຂງ, ກ້າວໜ້າ ແລະ ປະຕິບັດຂໍ້ແຂ່ງ 5 ເປັນເຈົ້າ ຂອງສູນກາງກຳມະບານລາວໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມ ສະຫາຍ ພອນ ວິພົນຮຽນ ປະທານສະຫະພັນກຳມະບານ ສວສສຊ ໄດ້ຜ່ານບົດສໍາຫຼວດ ການນໍາພາລວມຂອງຄະນະບໍລິຫານງານສະຫະພັນກໍາມະບານ ຕະຫຼອດໄລຍະ 4 ປີຜ່ານມາ ໂດຍໄດ້ຕີລາຄາໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນັ້ນ ຍັງໄດ້ຈັດພິທີປະດັບຫຼຽນກາໃຫ້ແກ່ ຄະນະສະຫະພັນກຳມະບານຊຸດເກົ່າ ແລະ ຄະ ນະພັກ-ຄະນະນໍາ ສວສສຊ ອີກດ້ວຍ.

     ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານສະຫະພັນກໍາມະບານ ສວສສຊ ຊຸດໃໝ່ ຈໍານວນ 9 ສະຫາຍ, ຍິງ 2 ສະຫາຍ; ກອງປະ ຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເລືອກເອົາສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ເປັນປະທານສະຫະ ພັນກໍາມະບານ ສວສສຊ; ສະຫາຍ ຄຳສຸກ ພອນໄຊສະຫວັດ ເປັນຮອງປະທານ ທັງເປັນປະທານ ກວດກາ ແລະ ສະຫາຍ ເພັດທະນູໄຊ ວົງຍະໄຊ ເປັນຮອງປະທານ

WhatsApp Image 2025-03-04 at 11.35.57_893b8bc1
WhatsApp Image 2025-03-04 at 11.36.13_9c3c66af

     ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ແລະ ສະຫາຍ ເລັດ ໄຊຍະພອນ ເຊິ່ງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສໍາເລັດ, ຜົນງານຂອງຄະນະບໍລິຫານງານກຳມະບານ ສວສສຊ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານກຳມະບານ ສວສສຊ ຊຸດໃໝ່ ໄດ້ນຳໄປຄົ້ນຄວ້າ ແລະ ຜັນຂະຫຍາຍ ເຂົ້າໃນການນຳພາ-ຊີ້ນຳວຽກງານກຳມະບານ ຂອງສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໃນຕໍ່ໜ້າ ໃຫ້ມີຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.

7

ຂຽນຂ່າວ ແລະ ຖ່າຍພາບ: ຄະນະຂ່າວສານ ສຂຝ

IMG_1455-768x512.jpg

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ຄັ້ງທີ I

IMG_1455

     ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 (ຕຶກວິຊາການ) ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ກຽງຄຳ ກັນຫາວົງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ທອງລີ ສີສຸລິດ ຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ;  ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ທັງເປັນຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ. ມີບັນດາສະຫາຍຄະນະພັກ, ເລຂາໜ່ວຍພັກ, ຕາງໜ້າສະຫະພັນກຳມະບານ ສວສສຊ, ສະຫະພັນແມ່ຍິງ ສວສສຊ, ຕາງໜ້າຄະນະຊາວໜຸ່ມຈາກບັນດາອົງການອ້ອມຂ້າງຫຼັກ 6, ບັນດາສະມາຊິກຊາວໜຸ່ມພາຍໃນ ສວສສຊ ແລະ ແຂກທີ່ມີກຽດຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມທັງໝົດ 119 ກວ່າສະຫາຍ.

     ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານເອກະສານລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາ ພ້ອມກັນພິຈາລະນາ ແລະ ປະກອບຄໍາເຫັນຕໍ່ເອກະສານດັ່ງກ່າວ ທີ່ໄດ້ຢັ້ງຢືນໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງແຫ່ງການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ວິຊາສະເພາະວຽກງານວິຊາສະເພາະຂອງຕົນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 4 ບຸກຂອງຊາວໜຸ່ມຢ່າງເປັນຂະບວນການຟົດຟື້ນ. ໃນບົດລາຍງານການເມືອງໄດ້ສະຫຼຸບຕີລາຄາບັນດາຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມຄັ້ງທີ I ຂອງຄະນະຊາວໜຸ່ມ ສວສສຊ ໃນໜຶ່ງສະໄໝຜ່ານມາ ແລະ ຮັບຮອງເອົາທິດທາງແຜນການຄາດໝາຍສູ້ຊົນໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ມີພິທີມອບທຸງໄຊນໍາໜ້າ 4 ບຸກ,  ຫຼຽນຊາວໜຸ່ມຕະລຸມບອນ, ຫຼຽນກາທີ່ລະນຶກຄົບຮອບ 65 ປີ ແລະ ໃບຍ້ອງຍໍໃຫ້ແກ່ຄະນະຊາວໜຸ່ມ, ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ບຸກຄົນ ທີ່ປະກອບສ່ວນເຂົ້າໃນວຽກງານຊາວໜຸ່ມໃນໄລຍະຜ່ານມາ.

7Y3A1266
IMG_1832
11
7Y3A1264

     ເພື່ອສືບຕໍ່ເສີມຂະຫຍາຍວຽກງານຊາວໜຸ່ມໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ສວສສຊ ຊຸດໃໝ່ ຕາມມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງສາມາດເລືອກໄດ້ຄະນະບໍລິຫານງານຊາວໜຸ່ມ ຈໍານວນ 13 ສະຫາຍ, ໃນນັ້ນໄດ້ເລືອກເອົາ ສະຫາຍ ເດືອນສະຫວັນ ພອນມີໄຊ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ, ສະຫາຍ ປອ. ວັນໄຊ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ແລະ ສະຫາຍ ນາງ ພູຄຽງ ໄຊສິລິ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ທັງເປັນປະທານກວດກາ.

4

     ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຊີດຊູຄວາມຮັບຜິດຊອບ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ເໝືອນກັບໂຕເຜິ້ງທີ່ມີລະບົບການຈັດຕັ້ງທີ່ເຂັ້ມແຂງ ແນໃສ່ກໍ່ສ້າງນັກຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບເປັນເຈົ້າການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງມະຕິກອງປະຊຸມຊາວໜຸ່ມຂອງຕົນທີ່ໄວ້ວາງອອກໃຫ້ປະກົດຜົນເປັນຈີງ ເຊິ່ງຄໍາເຫັນດັ່ງກ່າວ ມີຄວາມໝາຍຄວາມສຳຄັນ, ມີເນື້ອໃນອັນເລິກເຊິ່ງ ແລະ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ສວສສຊ ຊຸດໃໝ່ ແລະ ສະມາຊິກຊາວໜຸ່ມທັງໝົດ ໃຫ້ນຳໄປຄົ້ນຄວ້າຈັດຕັ້ງເຊື່ອມຊຶມ ແລະ ຫັນລົງສູ່ພາກປະຕິບັດໃຫ້ເກີດຜົນເປັນຈິງ.

     ໃນໂອກາດດຽວກັນນີ້ ສະຫາຍ ທອງລີ ສີສຸລິດ ໄດ້ກ່າວບາງຕອນຕໍ່ກອງປະຊຸມວ່າ: ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມເສຍສະຫຼະ ເພື່ອປະເທດຊາດ ເພື່ອປະຊາຊົນ; ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນໃນຖານະນັກຄົ້ນຄວ້າວິທະຍາສາດໃຫ້ສຳເລັດ; ເພີ່ມທະວີການປະສານສົມທົບກັບບັນດາສະມາຊິກຊາວໜຸ່ມ, ຄະນະຊາວໜຸ່ມບັນດາພາກສ່ວນອື່ນໆ ເພື່ອແລກປ່ຽນບົດຮຽນທີ່ດີເຂົ້າຮັບໃຊ້ໃນການພັດທະນາຊາວໜຸ່ມ ແລະ ການ ຈັດຕັ້ງໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວ ສວສສຊ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມ ເພື່ອເສີມຂະຫຍາຍມູນເຊື້ອຂອງອົງການຈັດຕັ້ງຊາວໜຸ່ມໃຫ້ພົ້ນເດັ່ນ, ປຸກລະດົມຄວາມສາມັກພາຍໃນພາຍນອກໃຫ້ເປັນປຶກແຜ່ນ ພ້ອມກັນເຮັດຫຼ້ອນໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ສວສສຊ ຄັ້ງທີ I ນີ້ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງ.

IMG_2177

ຂຽນຂ່າວ ແລະ ຖ່າຍພາບ: ຄະນະຮັບຜິດຊອບໂຄສະນາຊາວໜຸ່ມ ສວສສຊ