ກອງປະຊຸມສະຫຼຸບວຽກງານ ຫ້ອງການ ສວສສຊ ປະຈຳປີ 2025 ທີ່ ເມືອງວັງວຽງ

2

     ໃນຕອນບ່າຍຂອງວັນທີ 29 ທັນວາ 2025, ທີ່ ເມືອງວັງວຽງ ແຂວງວຽງຈັນ, ຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ, ປະທານ ສວສສຊ, ມີຄະນະນຳ, ຫົວໜ້າຫ້ອງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

1

     ກອງປະຊຸມໄດ້ຕີລາຄາຜົນງານພົ້ນເດັ່ນໃນ 1 ປີຜ່ານມາ ເຊິ່ງຫ້ອງການ ສວສສຊ ໄດ້ປະຕິບັດບົດບາດເສນາທິການ ແລະ ບໍລິຫານຮັບໃຊ້ຢ່າງມີປະສິດທິຜົນ, ສາມາດຄຸ້ມຄອງວຽກງານເອກະສານຂາເຂົ້າ-ຂາອອກ ຢ່າງເປັນລະບົບ ແລະ ບໍລິຫານງົບປະມານໄດ້ຢ່າງຖືກຕ້ອງຕາມລະບຽບການ. ພິເສດແມ່ນວຽກງານການຕ່າງປະເທດ ທີ່ມີຜົນສຳເລັດສູງ ໂດຍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບຄູ່ຮ່ວມມືຍຸດທະສາດ ແລະ ມີການແລກປ່ຽນຄະນະຜູ້ແທນທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນຂະບວນຟົດຟື້ນ.

     ສຳລັບທິດທາງປີ 2026, ກອງປະຊຸມໄດ້ເຫັນດີສູ້ຊົນຫັນວຽກງານຫ້ອງການສູ່ຄວາມທັນສະໄໝ (E-Office), ເອົາໃຈໃສ່ຄຸ້ມຄອງແຜນງົບປະມານໃຫ້ເກີດປະໂຫຍດສູງສຸດ ແລະ ສືບຕໍ່ຂະຫຍາຍການຮ່ວມມືກັບບັນດາສະຖາບັນຄົ້ນຄວ້າຕ່າງປະເທດຢ່າງແຂງແຮງ.

     ໃນວາລະທີ່ມີຄວາມໝາຍສຳຄັນນີ້, ຍັງໄດ້ຈັດພິທີ ຈັບມືແຂ່ງຂັນ ລະຫວ່າງ ບັນດາຄະນະພະແນກ ແລະ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ສວສສຊ, ເພື່ອເປັນການສ້າງຂະບວນການ ແລະ ຄຳໝັ້ນສັນຍາໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ວຽກງານການເມືອງ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ໃນປີ 2026.

     ໃນຕອນທ້າຍ, ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ໂດຍເນັ້ນໜັກໃຫ້ຄະນະຫ້ອງການ, ຄະນະພະແນກ ແລະ ພະນັກງານທຸກຄົນ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ແລະ ວິຊາສະເພາະ ຕາມເນື້ອໃນຂໍ້ແຂ່ງຂັນທີ່ໄດ້ຕົກລົງກັນ, ພ້ອມທັງປັບປຸງແກ້ໄຂຈຸດຄົງຄ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການປີ 2026 ບັນລຸຜົນສຳເລັດຢ່າງຈົບງາມ.

4

ຂຽນຂ່າວ ແລະ ຖ່າຍພາບ: ຫ້ອງການ ສວສສຊ