ສຄສ ຈັດກອງປະຊຸມສະຫຼຸບຜົນງານປະຈຳປີ 2025 ແລະ ທິດທາງແຜນການ ປີ 2026

1

     ໃນວັນທີ 16 ທັນວາ 2025, ທີ່ຫ້ອງປະຊຸມ 111, ສະຖາບັນຄົ້ນຄວ້າສັງຄົມວິທະຍາ (ສຄສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ບຸນສີ ພຸດທະວົງ, ຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ແລະ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ຜູ້ຊີ້ນຳວຽກງານ ສຄສ, ພ້ອມດ້ວຍຄະນະໜ່ວຍພັກ, ຄະນະນຳ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ລັດຖະກອນ ພາຍໃນ ສຄສ ເຂົ້າຮ່ວມຢ່າງພ້ອມພຽງ.

2
4

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສັງເກດຕີລາຄາຜົນສຳເລັດທີ່ ສຄສ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ຖອດຖອນບົດຮຽນຈາກຂໍ້ຄົງຄ້າງ ເພື່ອນຳມາປັບປຸງແກ້ໄຂ ໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີປະສິດທິຜົນຍິ່ງຂຶ້ນ, ມຸ່ງເນັ້ນໃຫ້ບັນລຸ ແລະ ລື່ນຄາດໝາຍຕາມມະຕິກອງປະຊຸມໃຫຍ່ໜ່ວຍພັກ ສຄສ ຄັ້ງທີ II ທີ່ໄດ້ວາງໄວ້.

     ໃນກອງປະຊຸມ ໄດ້ມີການຜ່ານບົດສະຫຼຸບຜົນງານປະຈຳປີ 2025 ແລະ ທິດທາງແຜນການປີ 2026. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຟັງການນຳສະເໜີວິໄສທັດໃນການພັດທະນາ ສຄສ ຈາກບັນດາຫົວໜ້າ ແລະ ຮອງພະແນກ, ລວມທັງໄດ້ເປີດກວ້າງການສົນທະນາ, ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເປັນພື້ນຖານໃຫ້ແກ່ການຄົ້ນຄວ້າໃນຄັ້ງຕໍ່ໄປ.

5
6

     ພິເສດ, ໃນວາລະພາກບ່າຍ ໄດ້ມີການເຜີຍແຜ່ຜົນງານການຄົ້ນຄວ້າທີ່ສຳເລັດຂອງ ສຄສ ຈໍານວນ 6 ຫົວຂໍ້ ດັ່ງນີ້: 1) ການທ່ອງທ່ຽວຕິດພັນກັບການຫຼຸດຜ່ອນຄວາມທຸກຍາກຢູ່ເມືອງວັງວຽງ; 2) ສຶກສາຄົ້ນຄວ້າຊົນເຜົ່າກະຕາງຢູ່ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ; 3) ການນຳໃຊ້ສື່ສັງຄົມອອນລາຍຂອງໄວໜຸ່ມ; 4) ຜົນກະທົບຂອງການພັດທະນາຕໍ່ການນຳໃຊ້ທີ່ດິນຢູ່ແຂວງວຽງຈັນ; 5) ການປ່ຽນແປງຄ່ານິຍົມຄວາມເຊື່ອໃນພິທີກຳທາງພຸດທະສາສະໜາ ຢູ່ນະຄອນຫຼວງວຽງຈັນ ແລະ 6) ຜົນກະທົບຈາກໂຄວິດ 19 ຕໍ່ການດຳລົງຊີວິດຂອງປະຊາຊົນຢູ່ 3 ແຂວງພາກໃຕ້ຂອງລາວ, ເຊິ່ງຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນໃສ່ຜົນການຄົ້ນຄວ້າດັ່ງກ່າວ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສ້າງສັນ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຍົກລະດັບຄຸນນະພາບວຽກງານວິຊາການຂອງສະຖາບັນ.

7

ຂຽນຂ່າວ ແລະ ຖ່າຍພາບ: ເພັດ ສາຍທານ