ສຄມຍ ຈັດກອງປະຊຸມສຳມະນາວິທະຍາສາດ ປະຈຳປີ 2025
ໃນວັນທີ 17 ທັນວາ 2025, ສະຖາບັນຄົ້ນຄວ້າການເມືອງວິທະຍາ (ສຄມຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດປະຈຳປີ 2025 ພາຍໃຕ້ຫົວຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການເສີມຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດ: ທິດສະດີ ແລະ ພຶດຕິກຳ”. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ແກ້ວວິຈິດ ໄຂຄຳພິທູນ, ຫົວໜ້າສະຖາບັນຄົ້ນຄວ້າການເມືອງວິທະຍາ, ມີບັນດາທ່ານຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ, ນັກຄົ້ນຄວ້າ ແລະ ພະນັກງານພາຍໃນ ສຄມຍ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງການສຳມະນາຄັ້ງນີ້ ແມ່ນເພື່ອຮ່ວມກັນແລກປ່ຽນທັດສະນະທາງດ້ານທິດສະດີ ກ່ຽວກັບການຫັນປ່ຽນແນວຄິດ ແລະ ການນໍາພາໃຫ້ທັນສະໄໝ ຕາມແນວທາງຂອງພັກ. ພ້ອມທັງວິເຄາະບັນຫາ ແລະ ຖອດຖອນບົດຮຽນຕົວຈິງຈາກການປະຕິບັດໜ້າທີ່ຂອງນັກຄົ້ນຄວ້າ ເພື່ອແນໃສ່ປັບປຸງກົນໄກການເຮັດວຽກໃຫ້ມີປະສິດທິພາບສູງຂຶ້ນ, ເຊື່ອມໂຍງທິດສະດີເຂົ້າສູ່ພຶດຕິກຳຕົວຈິງ ໂດຍຍົກສູງລະບຽບວິໄນ, ຄຸນສົມບັດສິນທຳປະຕິ ວັດ ແລະ ຄວາມຮັບຜິດຊອບການເມືອງຂອງພະນັກງານ.ໃນກອງປະຊຸມ, ບັນດານັກວິທະຍາກອນໄດ້ນໍາສະເໜີບົດຄົ້ນຄວ້າວິທະຍາສາດທີ່ສຳຄັນທັງໝົດ 05 ບົດ ຄື: (1) ການເພີ່ມທະວີການຝຶກຝົນຮໍ່າຮຽນ ແລະ ຈັດຕັ້ງປະຕິບັດຄຸນສົມບັດສິນທຳປະຕິວັດ. (2) ການປະຕິບັດໜ້າທີ່ການເມືອງໃນວຽກງານຄົ້ນຄວ້າວິທະຍາສາດ ໄລຍະປີ 2021-2025. (3) ການຍົກສູງສະຕິການປະຕິບັດກົດໝາຍໃນແຕ່ລະໄລຍະ. (4) ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ ຢ່າງແຂງແຮງ. (5) ການປັບປຸງ ແລະ ບູລະນະຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ໃນສະພາບການປັດຈຸບັນ.
ກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເຮັດໃຫ້ບັນຍາກາດເປັນໄປຢ່າງຟົດຟື້ນ. ຖືເປັນບາດກ້າວສຳຄັນໃນການແບ່ງປັນຄວາມຮູ້ ແລະ ປະສົບການ ເພື່ອຂັບເຄື່ອນວຽກງານຄົ້ນຄວ້າຂອງແຕ່ລະພາກສ່ວນໃຫ້ມີຄວາມຊັດເຈນ, ສອດຄ່ອງ ແລະ ທັນກັບສະພາບການ.
ຂຽນຂ່າວ ແລະ ຖ່າຍພາບ: ສາຍເພັດ ພັດກົມຄຳ