ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງສະຖາບັນວິທະຍາສາເສດຖະກິດ ແລະ ສັງຄົມແຫ່ງຊາດ

1

     ໃນຕອນເຊົ້າ ຂອງວັນທີ 25 ທັນວາ 2025 ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: “ກາລະໂອກາດ ແລະ ສິ່ງທ້າທາຍຂອງການພັດທະນາແບບຍືນຍົງ ແລະ ການອະນຸລັກ, ສົ່ງເສີມວັດທະນະທຳ ພາຍໃຕ້ເງື່ອນໄຂການເຊື່ອມໂຍງສາກົນ”. ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົງຄາມ ມະໂນທັມ, ຮອງປະທານ ສວສສຊ. ມີບັນດາທ່ານທີ່ມາຈາກຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນຄົ້ນຄວ້າ, ນັກວິທະຍາກອນ, ສຳມະນາກອນ, ພະນັກງານພາຍໃນ ສວສສຊ ແລະ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

4

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສ້າງໂອກາດໃຫ້ບັນດານັກຄົ້ນຄວ້າໄດ້ເຜີຍແຜ່ຜົນງານການຄົ້ນຄວ້າອອກສູ້ສັງຄົມ ກໍ່ຄື ເພື່ອໃຫ້ສັງຄົມພິຈາລະນາເອົາໄປໝູນໃຊ້ເຂົ້າໃນວຽກງານຕາມຄວາມເໝາະສົມ ແລະ ຕ້ອງການຕົວຈິງ, ຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ເພື່ອຈະໄດ້ນໍາໄປພິຈາລະນາປັບປຸງການຄົ້ນຄວ້າໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບຄວາມຕ້ອງການຂອງສັງຄົມສູງຂຶ້ນໃນຕໍ່ໜ້າ ແລະ ສິ່ງສຳຄັນທີ່ສຸດກໍ່ເພື່ອເສີມສ້າງຂີດຄວາມສາມາດໃນການສະເໜີ/ປະຊາສໍາພັນຜົນງານການຄົ້ນຄວ້າ ຂອງນັກຄົ້ນຄວ້າຢູ່ ສວສສຊ ໃຫ້ສູງຂື້ນເທື່ອລະກ້າວ.

     ກອງປະຊຸມໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າທັງໝົດ 12 ບົດ, ໂດຍແບ່ງອອກເປັນ 3 ວາລະສຳຄັນ ຄື: ວາລະທີ 1: ການຫັນປ່ຽນພຶດຕິກຳທາງເສດຖະກິດ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຍືນຍົງຢູ່ ສປປ ລາວ; ວາລະທີ 2: ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຄຸ້ມຄອງ, ອະນຸລັກຮີດຄອງປະເພນີ ແລະ ວັດທະນະທຳລາວ; ວາລະທີ 3: ສະພາບການ ແລະ ຜົນກະທົບຕໍ່ສັງຄົມໃນປະຈຸບັນ.

5
6
7

     ພາຍຫຼັງຮັບຟັງການສະເໜີ ແຕ່ລະວາລະບັນດານັກວິທະຍາກອນ, ສຳມະນາກອນ ແລະ ແຂກທີ່ມີກຽດທຸກໆ ທ່ານໄດ້ມີການສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາຢ່າງສ້າງສັນ ແລະ ມີບັນຍາກາດຟົດຟື້ນ. ໃນກອງປະຊຸມຄັ້ງນີ້ ສາມາດຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ ກາລະໂອກາດ ແລະ ສິ່ງສຳຄັນຫຼາຍປະການໃນການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາພາຍໃຕ້ເງື່ອນໄຂເຊື່ອມໂຍງສາກົນ, ໂດຍສະເພາະດ້ານການສຶກສາ, ການປ່ຽນແປງພາສາ, ວັດທະນະທຳ ແລະ ປະກົດການຫຍໍ້ທໍ້ທາງສັງຄົມອື່ນໆ ທີ່ ສປປ ລາວ ຈະໄດ້ສືບຕໍ່ແກ້ໄຂ. ພ້ອມກັນນັ້ນ, ບົດຄົ້ນຄວ້າຍັງໄດ້ສະເໜີວິທີການ ແລະ ມາດຕະການແກ້ໄຂທີ່ເປັນຮູບປະທຳ ເພື່ອເປັນບ່ອນອີງໃຫ້ແກ່ການວາງນະໂຍບາຍໃນຕໍ່ໜ້າ.

ຂຽນຂ່າວ ແລະ ຖ່າຍພາບ: ສຂຝ