ສວສສຊ ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ແລະ ຜົນງານການຄົ້ນຄວ້າ ທີ່ແຂວງຫົວພັນ

1

     ໃນຕອນເຊົ້າຂອງວັນທີ 23 ທັນວາ 2025, ທີ່ ພະແນກ ການເງິນ ແຂວງຫົວພັນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ແລະ ຜົນງານການຄົ້ນຄວ້າວິທະຍາສາດ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງປະທານ ສວສສຊ ແລະ ທ່ານ ປອ. ບຸນວິໄຊ ກົງປະລີ, ຮອງປະທານຄະນະກຳມະການປົກຄອງແຂວງຫົວພັນ. ມີບັນດານັກຄົ້ນຄວ້າຈາກ ສວສສຊ ແລະ ພະນັກງານຫຼັກແຫຼ່ງຈາກ 17 ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 30 ທ່ານ. ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດຂອງສະຖາບັນ ພ້ອມທັງໄດ້ເຜີຍແຜ່ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນ ຂອງ ສວສສຊ ທີ່ຕິດພັນກັບສະພາບເສດຖະກິດລາວໃນປັດຈຸບັນ ແລະ ສະພາບການຂອງໂລກທີ່ມີການປ່ຽນແປງທີ່ຈະສົ່ງຜົນກະທົບຕໍ່ ສປປ ລາວ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນແຂວງຫົວພັນ. ໃນຕອນທ້າຍກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືໃນຂົງເຂດການຄົ້ນຄວ້າ ດ້ານວິຊາການລະຫວ່າງສະຖາບັນ ແລະ ແຂວງຫົວພັນ ເພື່ອນໍາໃຊ້ຜົນການຄົ້ນຄວ້າໃຫ້ແກ່ການວາງແຜນພັດທະນາຂອງແຂວງ.

2
3

     ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ມີຄໍາເຫັນໃນວາລະເປີດກອງປະຊຸມວ່າ ກອງປະຊຸມໃນຄັ້ງນີ້ ນອກຈາກຈະເປັນການນໍາສະເໜີພາບລວມກ່ຽວກັບພາລະບົດບາດໜ້າທີ່ ແລະ ຜົນງານການຄົ້ນຄວ້າພົ້ນເດັ່ນຂອງ ສວສສຊ ໃນໄລຍະຜ່ານແລ້ວ ແຕ່ຍັງແມ່ນເວທີສຳຄັນທີ່ພວກເຮົາຈະໄດ້ປຶກສາຫາລືກັນກ່ຽວກັບກົນໄກກການຮ່ວມມືານຄົ້ນຄວ້າຮ່ວມກັນໃນຕໍ່ໜ້າ ເພື່ອນໍາເອົາຜົນການຄົ້ນຄວ້າວິທະຍາສາດ ໄປຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງມີປະສິດທິພາບ ແລະ ເກີດປະໂຫຍດສູງສູງໃຫ້ແຂວງ ແລະ ໃນຕອນທ້າຍກອງປະຊຸມ

     ທ່ານ ປອ. ບຸນວິໄຊ ກົງປະລີ ໄດ້ຕີລາຄາສູງຕໍ່ຜົນກອງປະຊຸມໃນຄັ້ງນີ້ ແລະ ມີຄຳເຫັນເພີ່ມຕືມວ່າ “ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ພວກເຮົາຕ້ອງມີການຄົ້ນຄວ້າ ແລະ ອີງໃສ່ຜົນຂອງການຄົ້ນຄວ້າ, ວິເຄາະ-ວິໄຈ ຢ່າງມີຫຼັກວິທະຍາສາດ ເພື່ອວາງແຜນພັດທະນາໃຫ້ໄປຖືກທິດ. ສະນັ້ນ ການນຳເອົາຜົນການຄົ້ນຄວ້າມາເຜີຍແຜ່ໃນຄັ້ງນີ້ ໄດ້ຊ່ວຍສ້າງຄວາມເຂົ້າໃຈໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງ ຮັບຮູ້ ແລະ ກຳໄດ້ສະພາບການຕົວຈິງທາງດ້ານເສດຖະກິດ ແລະ ການເມືອງ ເພື່ອນຳໄປໝູນໃຊ້ເຂົ້າໃນການກຳນົດແຜນງານ, ປັບປຸງຂໍ້ຄົງຄ້າງ ແລະ ເສີມຂະຫຍາຍທ່າແຮງຂອງແຂວງຢ່າງມີປະສິດທິພາບ ແລະ ປະສິດທິຜົນ.” ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ສະຖາບັນສືບຕໍ່ປະສານງານ ແລະ ຊ່ວຍສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ພະນັກງານໃນວຽກງານຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ການພັດທະນາຂອງແຂວງຫົວພັນ.

4
5
8

     ເວົ້າລວມແລ້ວ, ກອງປະຊຸມໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວສຳຄັນ ໃນການຮັດແໜ້ນການຮ່ວມມືທາງດ້ານວິຊາການ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບ ອົງການປົກຄອງແຂວງຫົວພັນ, ຜົນສຳເລັດຈາກກອງປະຊຸມ ຈະກາຍເປັນພື້ນຖານທາງທິດສະດີ ແລະ ພຶດຕິກຳທີ່ສຳຄັນ ໃຫ້ແກ່ບັນດາພະແນກການຂອງແຂວງ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເພື່ອແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຄວາມທຸກຍາກຂອງປະຊາຊົນ ບົນພື້ນຖານວິທະຍາສາດ ຢ່າງມີປະສິດທິຜົນໃນຕໍ່ໜ້າ.

6
7
9

ຂຽນຂ່າວ ແລະ ຖ່າຍພາບ: ຈັນທູ ແກ້ວອ່ອນວົງໄຊ