ສຳມະນາວິທະຍາສາດສາກົນ ຫວຽດນາມ, ລາວ, ກໍາປູເຈຍ ແລະ ສ.ເກົາຫຼີ ໃນຫົວຂໍ້: “ການສະໜອງທຶນໃຫ້ແກ່ການເຕີບໂຕສີຂຽວ: ບົດຮຽນຂອງ ສ.ເກົາຫຼີ ແລະ ກາລະໂອກາດສຳລັບການຮ່ວມມືລະດັບພາກພື້ນ”

WhatsApp Image 2026-09-17 at 15.02.34 (1)

        ໃນວັນທີ 16 ກັນຍາ 2026, ຄະນະນໍາ ສວສສຊ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາ ກົນ 4 ສະຖາບັນ ລະຫວ່າງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES), ຣາຊະບັນດິດສະພາກຳປູເຈຍ (RAC) ແລະ ສະຖາບັນສິ່ງແວດລ້ອມເກົາຫຼີ (KEI) ພາຍໃຕ້ຫົວຂໍ້: “ການສະໜອງທຶນໃຫ້ແກ່ການເຕີບໂຕສີຂຽວໃນຫວຽດນາມ, ລາວ ແລະ ກຳປູເຈຍ: ບົດຮຽນຂອງ ສ.ເກົາຫຼີ ແລະ ກາລະໂອກາດສຳລັບການຮ່ວມມືລະດັບພາກພື້ນ” ເຊິ່ງຈັດຂຶ້ນທີ່ໂຮງແຮມ ເຊີຣາຕັ້ນ (Sheraton Hotel), ນະຄອນວິນ, ແຂວງເຫງະອານ, ສສ. ຫວຽດນາມ ໂດຍເປັນປະທານຮ່ວມຂອງ ທ່ານ ສຈ. ປອ. ເລ ວັນ ເລີ້ຍ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ; ທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ; ທ່ານ ບັນດິດ ໂຊກໂຕຍ, ປະທານຣາຊະບັນດິດສະພາກຳປູເຈຍ ແລະ ທ່ານ ປອ. ຮຸນ ຊາງ, ຮອງປະທານສະຖາບັນສິ່ງແວດລ້ອມເກົາຫຼີ, ທ່ານ ຫວໍ ຈ້ອງ ຫາຍ, ປະທານຄະນະກຳມະການປະຊາຊົນແຂວງເຫງະອານ, ມີບັນດານັກວິຊາການ, ນັກຄົ້ນຄວ້າ ແລະ ແຂກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

WhatsApp Image 2026-09-17 at 15.02.40

        ກອງປະຊຸມໄດ້ລົງເລິກປຶກສາຫາລືກ່ຽວກັບ ກອບນະໂຍບາຍລະດັບຊາດທາງດ້ານການເງິນສີຂຽວຂອງບົດ ຮຽນຂອງ ສ.ເກົາຫຼີ ໃນການຫັນຈາກກອບການຈັດປະເພດສີຂຽວ (Taxonomy) ໄປສູ່ການລະດົມທຶນ; ການສະເໜີວິທີການລະດົມທຶນສີຂຽວ; ການນຳໃຊ້ກົນໄກການເງິນສີຂຽວໃນຂະແໜງການສະເພາະ ເຊັ່ນ: ການຄຸ້ມຄອງຊັບ ພະຍາກອນນ້ຳ, ການຜະລິດກະສິກຳ, ເສດຖະກິດໝູນວຽນ, ການວາງແຜນຜັງ ແລະ ຂະແໜງຂົນສົ່ງ; ພ້ອມທັງການສົ່ງເສີມການຮ່ວມມືສາກົນລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ-ລາວ-ກໍາປູເຈຍ ເພື່ອຫັນຈາກການແລກປ່ຽນຄວາມຮູ້ໄປສູ່ການຈັດຕັ້ງປະຕິບັດໂຄງການຮ່ວມກັນ. ໃນໂອກາດດັ່ງກ່າວ, ຄະນະນັກຄົ້ນຄວ້າຝ່າຍລາວ ໄດ້ສະເໜີພາບລວມຍຸດທະສາດການເງິນສີຂຽວຂອງ ສປປ ລາວ ຢ່າງເປັນລະບົບ ໂດຍເນັ້ນໃສ່ການເລັ່ງສ້າງກອບການຈັດປະ ເພດສີຂຽວແຫ່ງຊາດ (Green Taxonomy) ໃຫ້ເຊື່ອມໂຍງກັບອາຊຽນ, ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອຄາບອນ ແລະ ການອອກພັນທະບັດສີຂຽວ ເພື່ອແກ້ໄຂຊ່ອງຫວ່າງດ້ານທຶນຮອນ. ນອກຈາກນັ້ນ, ຍັງໄດ້ສະເໜີການຫັນເປັນສີຂຽວໃນຂະແໜງຂົນສົ່ງ ໂດຍຜ່ານການຊຸກຍູ້ຍານພາຫະນະໄຟຟ້າ (EV Vehicle) ໃຫ້ບັນລຸ 30% ໃນປີ 2030, ການພັດທະນາລະບົບລົດເມດ່ວນ (BRT), ການຂະຫຍາຍໂຄງຮ່າງສະຖານີສາກໄຟ ແລະ ການນຳໃຊ້ກົນໄກສິນເຊື່ອສີຂຽວ. ພ້ອມທັງເນັ້ນໃສ່ການເພີ່ມທະວີການຮ່ວມມືສາກົນ ໂດຍສະເພາະກອບການຮ່ວມມືການປ່ອຍອາຍແກສເຮືອນແກ້ວສຸດທິເປັນສູນ (Net-Zero) ລາວ-ເກົາຫຼີ ແລະ ກົນໄກເພື່ອດຶງດູດການຖ່າຍໂອນເຕັກໂນໂລຊີ, ການຮ່ວມມືຕະຫຼາດຄາບອນຕາມມາດຕາ 6 ຂອງສັນຍາປາຣີ, ການຍົກລະດັບມາດຕະຖານສິ່ງແວດລ້ອມ, ສັງຄົມ ແລະ ທຳມາພິບານ (ESG) ໃນຂະແໜງທະນາຄານ ແລະ ການຫຼຸດຜ່ອນຕົ້ນທຶນທີ່ສູນເສຍໃຫ້ແກ່ຜູ້ຊ່ຽວຊານຕ່າງປະເທດ ເພື່ອຮັບປະກັນການພັດທະນາຢ່າງຍືນຍົງ.

        ກອງປະຊຸມດ້ຕີລາຄາສູງ ແລະ ມີຄວາມເຫັນເປັນເອກະພາບສູງວ່າ ການລະດົມທຶນແບບດັ້ງເດີມ ຫຼື ການອາໄສທຶນຊ່ວຍເຫຼືອລ້າ (ODA) ພຽງຢ່າງດຽວແມ່ນບໍ່ພຽງພໍ, ແຕ່ຕ້ອງກ້າວໄປສູ່ກົນໄກການເງິນແບບປະສານສົມ ທົບ (Blended Finance) ໂດຍໃຊ້ທຶນປະຊາຄົມສາກົນ ແລະ ທຶນລັດ ເປັນຕົວກະຕຸ້ນດຶງດູດທຶນຈາກພາກເອກະຊົນ. ສິ່ງສໍາຄັນ, ບົດຮຽນຂອງ ສ.ເກົາຫຼີ ໃນການສ້າງຕະຫຼາດຄາບອນ, ການຈັດປະເພດສີຂຽວ, ການອອກພັນທະ ບັດສີຂຽວ ແລະ ການຮ່ວມມືພາກລັດ-ເອກະຊົນ (PPP) ຖືເປັນບົດຮຽນອັນລ້ຳຄ່າ. ກອງປະຊຸມຍັງມີຄວາມເຫັນດີສູງຕໍ່ການເພີ່ມທະວີການຮ່ວມມືລະຫວ່າງ 4 ສະຖາບັນຄົ້ນຄວ້າ ເພື່ອສ້າງເຄືອຂ່າຍຄົ້ນຄວ້າຮ່ວມກັນ, ແລກປ່ຽນຂໍ້ມູນ-ຄວາມຮູ້, ສ້າງຄວາມສາມາດດ້ານ MRV ແລະ ຮ່ວມກັນພັດທະນາແຜນງານໂຄງການສີຂຽວໃນລະດັບພາກພື້ນ ເພື່ອສ້າງອະນາຄົດທີ່ສີຂຽວ, ສະອາດ ແລະ ຍືນຍົງ. ໃນປີ 2027 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈະໄດ້ກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດສາກົນ 4 ສະຖາບັນ ຄັ້ງທີ 14 ຢູ່ນະຄອນຫຼວງວຽງຈັນ.

WhatsApp Image 2026-09-17 at 15.02.38
WhatsApp Image 2026-09-17 at 15.02.38 (1)
WhatsApp Image 2026-09-17 at 15.02.35

ຂຽນຂ່າວ ແລະ ຖ່າຍພາບ: ກຽງຄຳ ກັນຫາວົງ