ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນ ທີ່ມະຫາວິທະຍາໄລແຫ່ງຊາດລາວ


ວັນທີ 16 ສິງຫາ 2025 ທີ່ຜ່ານມາ ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍ ປອ. ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ VI ພາຍໃຕ້ຫົວຂໍ້: “ບົດຮຽນການກຳອຳນາດຂອງພັກການເມືອງທີ່ຖືທິດສະດີມາກ-ເລນິນ” ເຊິ່ງຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໂດຍການເປັນເຈົ້າພາບຂອງມະຫາວິທະຍາໄລແຫ່ງຊາດລາວ, ມີບັນດາຄູ ອາຈານ, ນັກຄົ້ນຄວ້າ, ວິທະຍາກອນ ແລະ ແຂກຖືກເຊີນມາຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ, ສະມາຄົມປັດຊະຍາຫວຽດນາມ, ມະຫາວິທະຍາໄລກວາງຊີ ແລະ ມະຫາວິທະຍາໄລຊານຕົງ ສປ. ຈີນ ເຂົ້າຮ່ວມຈຳນວນ 120 ທ່ານ.
ໃນພິທີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໃຫ້ຮູ້ວ່າ: ພັກປະຊາຊົນປະຕິວັດລາວ ຍຶດໝັ້ນ ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເປັນເຂັມຊີ້ທິດ ໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງພັກ. ເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ນຳພາປະຊາຊົນບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ກໍ່ສ້າງລະ ບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ, ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 5 ຫຼັກການ, 3 ທິດນໍາ
ແຕ່ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງໃໝ່ດັ່ງກ່າວ ຂອງພັກ ປະຊາຊົນ ປະຕິວັດ ລາວ ແມ່ນໄດ້ດຳເນີນ ບົນພື້ນຖານຫຼັກການ ຢືດໝັ້ນໃນລັດທິມາກ-ເລນິນ ແລະ ແນວທາງການກ້າວ ຂື້ນສູ່ສັງຄົມນິຍົມ ຢ່າງໝຽວແໜ້ນ. ເຊິ່ງເປັນອັນພົ້ນເດ່ັນ ແຕກຕ່າງ ກັບ ການປ່ຽນແປງໃໝ່ ຂອງລາຍປະເທດ ອະດີດສັງຄົມນິຍົມ ຢູ່ ທະວີບ ເອີລົບ.
ຜ່ານ ການຄົ້ນຄວ້າ ແລະ ໝູນໃຊ້ ທິດສະດີ ມາກ-ເລນິນ ເຂົ້າໃນພາລະກິດ ຕໍ່ສູ້ກູ້ຊາດ ກໍ່ຄື ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງພັກປະຊາຊົນປະຕິວັດລາວ ສາມາດຖອດຖອນໄດ້ບາງບົດຮຽນ ໄດ້ຄື:
ໜື່ງ:ພັກປະຊາຊົນປະຕິວັດລາວ ເປັນຜູ້ນໍາພາໂດຍກົງ-ຮອບດ້ານ, ເດັດຂາດ ເປັນແກນກາງ ໃນລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ ເພື່ອຮັບປະກັນ ການບູລະນະລະບອບປະຊາທິປະໄຕ ປະຊາຊົນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ສປປ ລາວ; ສອງ: ຢືດໝັ້ນ ລັດທິມາກ-ເລນິນ ແລະ ແນວທາງ ກ້າວຂື້ນສູ່ສັງຄົມນີຍົມ ຢ່າງໜັກແໜ້ນ ໂດຍບໍ່ ຫວັ່ນໄຫວ ຄອນແຄນ ຕໍ່ສະພາບການປ່ຽນແປງໃດໆຂອງພາກພື້ນ, ຂອງໂລກ; ສາມ: ໝູນໃຊ້ ທິດສະດີມາກ-ເລນິນ ຢ່າງມີຫົວຄິດປະດິດສ້າງ, ແທດເໝາະກັບສະພາບການຕົວຈິງຂອງໂລກ ແລະ ສະພາບການພາຍໃນປະເທດ ແຕ່ລະໄລຍະ; ຫຼີກລ້ຽງ ການນຳໃຊ້ ທິດສະດີດັ່ງກ່າວ ແບບອັດຕະວິໄສ, ຄຳພີຕາຍຕົວ; ສີ່: ສຸມໃສ່ພັດທະນາກຳລັງການຜະລິດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ວ່ອງໄວ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂື້ນຢ່າງບໍ່ຍຸດຍັ້ງ ສ້າງປະຖົມປັດໃຈ ເພື່ອກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວ ດ້ວຍຫຼາຍຮູບການ, ຫຼາຍວິທີການ ແລະ ມາດຕາການ.
ສະຫຼຸບແລ້ວ ໃນຕະຫຼອດປະຫວັດສາດການເມືອງຂອງພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ຍາມໃດກໍ່ລ້ວນແຕ່ໄດ້ຢຶດໝັ້ນທິດສະດີວິທະຍາສາດເປັນທິດຊີ້ນຳ, ອີງໃສ່ຈຸດຢືນຂອງປະຊາຊົນເປັນພື້ນຖານ, ແລະ ໄດ້ຍຶດໝັ້ນທິດທາງພັດທະນາຂອງຕົນ ໃນຍຸກສະໄໝ. ບໍ່ວ່າຈະຢູ່ໃສ, ຄວາມມຸ່ງມາດປາດຖະໜາ ແລະ ພາລະກິດ ອັນສະເໝີຕົ້ນສະເໝີປາຍຂອງ ພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ກໍ່ແມ່ນການສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ການພັດທະນາຂອງປະເທດນັ້ນໆ. ບົດຮຽນພຶດຕິກໍາຕົວຈິງ ແລະ ແນວຄິດທິດສະດີ, ທີ່ໄດ້ແບ່ງປັນຈາກນັກສຳມະນາກອນໃນຄັ້ງນີ້ ສະແດງໃຫ້ເຫັນຄວາມມີຊີວິດຊີວາ ໃນຄົ້ນຄວ້າບົດຮຽນການກຳອຳນາດຂອງພັກການເມືອງ ທີ່ຍຶດຖືລັັດທິມາກ-ເລນິນ ແລະ ກໍ່ໄດ້ສ້າງຂົວມິດຕະພາບອັນໝັ້ນແກ່ນໃນການແລກປ່ຽນຢ່າງເລິກເຊິ່ງໃນເວທີວິຊາການສາກົນ. ການຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳ ຂອງຈີນ, ລາວ ແລະ ຫວຽດນາມ ບໍ່ພຽງແຕ່ແມ່ນການນຳໃຊ້ແນວຄວາມຄິດຂອງ ລັດທິມາກ-ເລນິນ ໃນຄວາມເວົ້າທີ່ວ່າ “ຄອບຄົວດຽວກັນໃນໂລກນີ້” ເທົ່ານັ້ນ, ແຕ່ຍັງເປັນທາງເລືອກທີ່ແນນອນຂອງຜົນປະໂຫຍດລວມຂອງປະຊາຊົນບັນດາປະເທດ.


ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ