ສວສສຊ ເຂົ້າຮ່ວມສຳມະນາວິທະຍາສາດສາກົນ ລາວ-ຫວຽດນາມ-ກຳປູເຈຍ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ພາຍໃຕ້ສະພາບການໃໝ່” ທີ່ ສສ.ຫວຽດນາມ
ກອງປະຊຸມສຳມະນາວິທະຍາສາດສາກົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ພາຍໃຕ້ສະພາບການໃໝ່” ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 15 ກັນຍາ 2026, ທີ່ໂຮງແຮມ ເຊລາຕັ້ນ (Sheraton Hotel), ແຂວງ ເງ້ອານ, ສສ. ຫວຽດນາມ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຈ. ປອ. ເລ່ ວັ່ນ ເລິ້ຍ (Prof. Dr. Le Van Loi), ກຳມະການສູນກາງພັກຄອມມູນິດຫວຽດນາມ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS); ທ່ານ ປອ. ລີເບີ ລີບົວປາວ (Dr. Leeber Leebouapao), ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES) ແລະ ທ່ານ ບັນດິດ ໂຊກໂຕຍ (Sok Touch), ປະທານຣາຊະບັນດິດສະພາກຳປູເຈຍ (RAC), ມີບັນດາຄະນະຜູ້ແທນຂັ້ນສູງ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ ຈາກສາມສະຖາບັນຂອງ ລາວ-ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງຟົດຟື້ນ.
ປອ. ລີເບີ ລີບົວປາວ ໄດ້ຂຶ້ນກ່າວຄໍາເຫັນໃນພິທີເປີດບາງຕອນວ່າ: ໃນສະພາບການໃໝ່ ບໍ່ວ່າຢູ່ພາຍໃນ, ພາກພື້ນ ແລະ ໂລກ ທີ່ມີການປ່ຽນແປງຢ່າງວ່ອງໄວ ແລະ ສັບສົນ, ທັງສ້າງໂອກາດ ແລະ ສິ່ງທ້າທາຍໃໝ່ໆ ຕໍ່ການພັດທະນາຂອງແຕ່ລະປະເທດ ແລະ ຂອງພາກພື້ນຮ່ວມກັນ. ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ ເປັນບັນຫາຍຸດທະສາດທີ່ສໍາຄັນ ແລະ ມີຄວາມຈໍາເປັນຕ້ອງເພີ່ມທະວີການປັບປຸງແກ້ໄຂການ ເພື່ອສ້າງໂອກາດໃນການຍົກລະດັບການພັດທະນາ ແລະ ຊຸກຍູ້ການເຕີບໂຕແບບຍືນຍົງໃນທົ່ວພາກພື້ນ. ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ບໍ່ພຽງແຕ່ເປັນເປົ້າໝາຍພັດທະນາເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງແມ່ນຄວາມຕ້ອງການອັນຮີບດ່ວນ ເພື່ອຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນ “ຈຸດເຊື່ອມຕໍ່ທາງບົກ” ທີ່ສໍາຄັນໃນອາຊີຕາເວັນອອກສຽງໃຕ້. ພາຍໃຕ້ແຜນປະຕິບັດງານເຊື່ອມໂຍງເສດຖະກິດ ລາວ-ຫວຽດ ນາມ-ກຳປູເຈຍ ຮອດປີ 2030, ກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້, ຈຶ່ງເປັນເວທີອັນລໍ້າຄ່າໃຫ້ບັນດານັກວິ ຊາການ, ນັກຄົ້ນຄວ້າ ແລະ ຜູ້ວາງນະໂຍບາຍ ຈາກສາມປະເທດ ໄດ້ປຶກສາຫາລືທັດສະນະຢ່າງເລິກເຊິ່ງ, ແລກ ປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບທິດທາງ ແລະ ມາດຕະການໃນການເພີ່ມທະວີການເຊື່ອມໂຍງພື້ນຖານໂຄງລ່າງໃຫ້ມີປະສິດທິພາບ ແລະ ຍືນຍົງ.
ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນກ່ຽວກັບ ການເພີ່ມທະວີການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ ເຊິ່ງມີຄວາມສໍາຄັນຕໍ່ກັບການພັດທະນາເສດຖະກິດ-ສັງ ຄົມລາວ-ຫວຽດນາມ-ກໍາປູເຈຍ ແລະ ພາກພື້ນ. ກອງປະຊຸມໄດ້ຈັດເປັນສາມວາລະສໍາຄັນ ຄື: 1) ສະພາບການຂອງ ພາກພື້ນ ແລະ ຂອງໂລກຕໍ່ການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ; 2) ສະພາບການຕົວຈິງຂອງການເຊື່ອມໂຍງພື້ນຖານໂຄງລ່າງຍຸດທະສາດ; ແລະ 3) ຄວາມມຸ່ງຫວັງ ແລະ ວິທີແກ້ໄຂໃນການເພີ່ມທະວີການເຊື່ອມໂຍງ. ຄະນະນັກຄົ້ນຄວ້າ ສວສສຊ ໄດ້ຂຶ້ນນຳສະເໜີບົດຄົ້ນຄວ້າສໍາຄັນຈໍານວນໜຶ່ງ ເຊິ່ງມີເນື້ອໃນຍົກໃຫ້ເຫັນຄວາມຈໍາເປັນໃນການເລັ່ງຍົກລະດັບເສັ້ນທາງຄົມມະນາຄົມຍຸດທະສາດ ແລະ ຈັດຕັ້ງປະຕິບັດກົນໄກອຳນວຍຄວາມສະດວກດ້ານການຄ້າຂ້າມຊາຍແດນ (ASEAN Single Window) ໃຫ້ເຂັ້ມແຂງ; ການເພີ່ມທະວີການເຊື່ອມໂຍງຕາຂ່າຍໄຟຟ້າແຮງສູງ (220KV–500KV) ໂດຍນຳໃຊ້ທ່າແຮງພະລັງງານສະອາດຂອງ ສປປ ລາວ ເພື່ອດຸ່ນດ່ຽງພະລັງງານ ແລະ ຍົກລະດັບສູ່ເຄືອຂ່າຍໄຟຟ້າອາຊຽນ (APG); ພ້ອມທັງສະເໜີປ່ຽນແນວຄິດຈາກການ “ກໍ່ສ້າງຖະໜົນ” ໄປສູ່ “ການສ້າງເຄືອຂ່າຍຄົມມະນາຄົມ ແລະ ແລວທາງໂລຈິສຕິກ” (Corridor Approach) ຜ່ານຂອບຍຸດທະສາດ 4 ລະດັບ (ພື້ນຖານ, ເຊື່ອມໂຍງ, ພາກພື້ນ, ຈຸດຄ່ຽນຖ່າຍສິນຄ້າ) ເພື່ອປ່ຽນຈາກການ “ຂົນສົ່ງຜ່ານ” ໄປສູ່ “ການສ້າງມູນຄ່າຕາມແລວທາງ” ຢ່າງຍືນຍົງ.
ບັນດາຜູ້ແທນຍັງໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາໃນຂົງເຂດບູລິມະສິດ ຄື: ການຄົມມະນາຄົມ ຂົນສົ່ງທາງລາງ ເປັນຕົ້ນແມ່ນ ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ທາງດ່ວນຮ່າໂນ້ຍ-ວຽງຈັນ, ຄວາມໝັ້ນຄົງຂອງພະລັງງານ (ການເຊື່ອມຕໍ່ເຄືອຂ່າຍໄຟຟ້າ ລາວ-ຫວຽດນາມ-ກໍາປູເຈຍ), ກະສິກຳ, ການຫັນເປັນດີຈີຕ້ອນ ແລະ ການຄ້າຜ່ານຊາຍແດນ ເຊິ່ງຜົນຂອງການປຶກສາຫາລື ຈະເປັນຂໍ້ມູນ ແລະ ສ້າງບາດກ້າວສຳຄັນໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນ “ຈຸດເຊື່ອມຕໍ່ທາງບົກ” ທີ່ສໍາຄັນໃນພາກພື້ນ. ພ້ອມກັນນັ້ນ, ກອງປະຊຸມໄດ້ພ້ອມກັນທົບທວນເຖິງຂໍ້ສະດວກ ແລະ ສິ່ງທ້າທາຍ ເປັນຕົ້ນແມ່ນ ຄວາມແຕກຕ່າງດ້ານລະບຽບການ, ມາດຕະຖານວິຊາການ, ການລະດົມແຫຼ່ງທຶນ, ການຫັນຂັ້ນຕອນຊາຍແດນໃຫ້ທັນສະໄໝ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
ກອງປະຊຸມດໍາເນີນໄປດ້ວຍເນື້ອໃນ, ຄວາມສາມັກຄີເປັນເອກະພາບ ແລະ ປະສົບຜົນສໍາເລັດຢ່າງຈົບງາມ, ໃນພິທີປິດ ປອ. ລີເບີ ລີບົວປາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຊົມເຊີຍຕໍ່ເຈົ້າພາບສະຖາບັນບັນດິດວິທະຍາສາດສັງຄົມແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈັດກອງປະຊຸມຢ່າງມີປະ ສິດທິພາບສູງຢູ່ແຂວງເງ້ອານ ເຊິ່ງເປັນແຜ່ນດິນວິລະກຳປະຫວັດສາດ, ບັນດາໝາກຜົນ, ທັດສະນະ ແລະ ຂໍ້ສະເໜີແນະທາງວິຊາການ ທີ່ໄດ້ຮ່ວມກັນປຶກສາຫາລືຢ່າງເລິກເຊິ່ງໃນຄັ້ງນີ້ ຈະເປັນພື້ນຖານອັນສຳຄັນຍິ່ງໃນການຜັນຂະຫຍາຍແຜນການຮ່ວມມືຍຸດທະສາດດ້ານການເຊື່ອມໂຍງພື້ນຖານໂຄງລ່າງ ແລະ ເສດຖະກິດຂອງສາມຊາດ ລາວ-ຫວຽດນາມ-ກຳປູເຈຍ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ ເພື່ອຮ່ວມກັນສ້າງບາດກ້າວບຸກທະລຸໃນການພັດ ທະນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງຢູ່ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊຽນ. ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄວາມພາກພູມໃຈ ແລະ ຍິນດີຮັບກຽດເປັນເຈົ້າພາບຈັດກອງປະຊຸມສຳມະນາວິທະຍາສາດສາກົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງຕໍ່ໄປ ໃນປີ 2027 ທີ່ນະຄອນຫຼວງວຽງຈັນ.
ຂຽນຂ່າວ ແລະ ຖ່າຍພາບ: ກຽງຄຳ ກັນຫາວົງ