ການນຳ ສວສສຊ ອວຍພອນວັນຊາດ ຫວຽດນາມ

ໃນວັນທີ 20 ສິງຫາ 2025 ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳໂດຍ ສະຫາຍ ນ. ແກ້ວວິວອນ ອຸດທະຈັກ ຄະນະປະຈຳພັກ ຮອງປະທານ ສວສສຊ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025).
ໂອກາດນີ້ ທ່ານ ນ. ແກ້ວວິວອນ ອຸດທະຈັກ ໄດ້ຕາງໜ້າໃຫ້ຄະນະພັກ ສວສສຊ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ມີຄວາມໝາຍປະຫັວດສາດ ທີ່ປະຊາຊົນຫວຽດນາມຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນຳພາອັນປີຊາສາມາດ ຖືກຕ້ອງ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ອັນເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໝັ້ນທ່ຽງເຂັ້ມແຂງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນ. ແກ້ວວິວອນ ອຸດທະຈັກ ທີ່ໄດ້ນຳພາຄະນະມາອວຍພອນໃນໂອກາດ ວັນສະຖາປານາ ສສ ຫວຽດນາມ ຄົບຮອບ 80ປີ. ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ ຊຶ່ງນັບມື້ນັບກ້າວໜ້າເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ; ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງສະຖານທູດຫວຽດນາມ ແລະ ສວສສຊ ອັນໄດ້ປະກອບສ່ວນໃນການເພີ່ມພູນຄູນສ້າງ ສາຍສຳພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ