Month: ເດືອນພຶດສະພາ 2025

01

ຄະນະນຳ ສວສສຊ ວາງພວງມາລາໄວ້ອາໄລເຖິງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ

01

     ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2025 ທີ່ຜ່ານມາ, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ນາງ ປອ. ແກ້ວວິວອນ ອຸດທະຈັກ ຄະນະພັກ, ຮອງປະທານສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນຳພາຄະນະ ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 20 ພຶດສະພາ 2025 ຜ່ານມາ.

02
3

ສະຫາຍ ເຈິ່ນ ດຶກ ເລືອງ ແມ່ນການນຳຂັ້ນສູງ ຂອງ ສສ. ຫວຽດນາມ, ເຄີຍດຳລົງຕໍາແໜ່ງຮອງປະທານ ສະພາຜູ້ແທນລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ປະທານປະເທດ ແຫ່ງ ສສ. ຫວຽດນາມ; ເປັນຜູ້ແທນສະ ພາແຫ່ງຊາດ ຊຸດທີ VII, VIII, X; ເປັນກຳມະການສູນກາງພັກສະໄໝທີ V (ສຳຮອງ),VI, VII, VIII, IX; ເປັນກໍາມະການຄະນະປະຈໍາກົມການເມືອງສະໄໝທີ VIII ແລະ ກໍາມະການກົມການເມືອງສະໄໝທີ IX.  ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງຮອບດ້ານ ແລະ ໝັ້ນຄົງທະນົງແກ່ນຕະຫຼອດມາຮອດປັດຈຸບັນ.

         ໃນໂອກາດນີ້, ສະຫາຍ ນາງ ປອ. ແກ້ວວິວອນ ອຸດທະຈັກ ໄດ້ຂຽນປື້ມໄວ້ອາໄລເພື່ອສະແດງຄວາມເສົ້າສະຫຼົດໃຈ ເຊິ່ງມີເນື້ອໃນ ຄື:  ຂ້າພະເຈົ້າຕາງໜ້າຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍສະແດງຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປ ໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ການຈາກໄປຂອງສະຫາຍ ໄດ້ນຳເອົາຄວາມໂສກເສົ້າເສຍໃຈແກ່ຄອບຄົວ, ຍາດພີ່ນ້ອງ ແລະ ພັກ-ລັດ, ປະຊາຊົນຫວຽດນາມ ສະຫາຍແມ່ນເພື່ອນມິດ ທີ່ໃກ້ຊິດສະໜິດສະໜົມ ແລະ ເພື່ອນທີ່ຮັກແພງຂອງພັກ-ລັດ ແລະ ປະຊາຊົນລາວ. ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍແບ່ງເບົາຄວາມໂສກເສົ້າ, ສະຫຼົດໃຈມາຍັງຄອບຄົວ, ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສະຫາຍໄປສູ່ສຸຄະຕິ ດ້ວຍເທີ້ນ.

5
04

ຂຽນຂ່າວ:ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ວິໄຈ ເດດວົງສອນ

1

ສະຫະພັນກໍາມະບານ ສວສສຊ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ

1

     ໃນຕອນເຊົ້າວັນທີ 23 ພຶດສະພາ 2025 ສະຫະພັນກໍາມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ ( 01 ພຶດສະພາ 1886 – 01 ພຶດສະພາ 2025 ) ໂດຍການເປັນປະທານຂອງ ສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ, ຜູ້ຊີ້ນໍາວຽກງານ 03 ອົງການຈັດຕັ້ງມະຫາຊົນ ສວສສຊ, ມີບັນດາຄະນະພັກ-ຄະນະນໍາ, ບັນດາກໍາມະບານຮາກຖານອ້ອມຂ້າງ ແລະ ພະນັກງານລັດຖະກອນ ພາຍໃນ ສວສສຊ ເຂົ້າຮ່ວມ ຈໍານວນ 115 ສະຫາຍ, ຍິງ 47 ສະຫາຍ.

2

     ໃນພິທີດັ່ງກ່າວ ສະຫາຍ ຄໍາສຸກ ພອນໄຊສະຫວັດ ຮອງປະທານສະຫະພັນກໍາມະບານ ສວສສຊ ໄດ້ໃຫ້ກຽດຂື້ນປາຖະກະຖາ ໂດຍຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ພາລະກຳປະຫວັດສາດຂອງຂະບວນການກຳມະກອນສາກົນ, ພ້ອມທັງຮຽນຮູ້ເຖິງທາດແທ້ມູນເຊື້ອປະຕິວັດ ແລະ ລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແຕ່ອະດີດເຖິງປະຈຸບັນ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາກ່ຽວກັບສະພາບແວດລ້ອມ ແລະ ເງື່ອນໄຂຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຕໍ່ສູ້ຂອງຊົນຊັ້ນກຳມະກອນສາກົນຕະຫຼອດໄລຍະ 139 ປີ, ພ້ອມທັງເຊື່ອມໂຍງກັບການປະກອບສ່ວນຂອງຊົນຊັ້ນກຳມະກອນລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ, ຄຽງຄູ່ກັບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ທີ່ຕິດພັນກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງໃນຕໍ່ໜ້າ.

3

     ຫຼັງຈາກນັ້ນ ສະຫາຍ ປອ ແກ້ວວິຈິດ ໄຂຄໍາພິທູນ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ສວສສຊ ໄດ້ໃຫ້ກຽດຂື້ນຜ່ານແຜນພັດທະນາກໍາມະບານ 05 ປີ ( 2025-2029 ) ສະຫາຍໄດ້ຍົກໃຫ້ເຫັນ ທິດທາງລວມ, ຄາດໝາຍສູ້ຊົນ, ແຜນງານຈຸດສູມໃນແຕ່ລະດ້ານ ພ້ອມທັງມາດຕະການຈັດຕັ້ງປະຕິບັດ.

4

     ໃນຕອນທ້າຍຂອງພິທີ, ສະຫາຍ ປອ ກິແກ້ວ ຈັນທະບູຣີ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງຄະນະບໍລິຫານງານສະຫະພັນກຳມະບານ ແລະ ສະມາຊິກກຳມະບານ ສວສສຊ ທຸກສະຫາຍ ທີ່ໄດ້ຕັ້ງໜ້າເຄື່ອນໄຫວວຽກງານດ້ວຍຜົນສຳເລັດເປັນແຕ່ລະໄລຍະ. ສະຫາຍ ໄດ້ເນັ້ນຢໍ້າບາງຈຸດທີ່ສໍາຄັນຕື່ມອີກວ່າ: ໃຫ້ສືບຕໍ່ເສີມສ້າງ ຄວາມສາມັກຄີ ພາຍໃນ ແລະ ພາຍນອກ, ສືບຕໍ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານ ຢ່າງຕັ້ງໜ້າຜ່ານການດໍາເນີນຊີວິດການເມືອງ ແລະ ສ້າງຂະບວນການເຄື່ອນໄຫວຢ່າງເປັນປົກກະຕິ ເພື່ອຜັນຂະຫຍາຍມະຕິກອງປະຊຸມຕ່າງໆ ທີ່ສໍາຄັນຂອງພັກ ແລະ ອົງການຈັດຕັ້ງກຳມະບານ ໃຫ້ເກີດດອກອອກຜົນ, ພັດທະນາສະມາຊິກກຳມະບານໃຫ້ກາຍເປັນ ມະຫາຊົນຜູ້ກ້າວໜ້າ ທີ່ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການ ແລະ ສ້າງນັກຄົ້ນຄວ້າຢ່າງຕໍ່ເນື່ອງ ເພື່ອເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ, ເອົາໃຈໃສ່ຍົກລະດັບວຽກງານທິດສະດີການເມືອງ ຄຽງຄູ່ກັບການຍົກລະດັບດ້ານວິຊາສະເພາະໃຫ້ແກ່ສະມາຊິກກຳມະບານ ແລະ ພະນັກງານຢ່າງແຂງແຮງ, ປະຕິບັດມະຕິ ແລະ ຄໍາສັ່ງທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຫ້າວຫັນຢ່າງມີຜົນສໍາເລັດສູງ.

     ພິທີປາຖະກະຖາຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ສຳຄັນ, ເຊິ່ງຈະເປັນພື້ນຖານໃຫ້ແກ່ການສືບຕໍ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນກຳມະບານ ສວສສຊ ໃນຕໍ່ໜ້າ.

5

ຂຽນຂ່າວ ແລະ ຖ່າຍພາບ: ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

1

ໜ່ວຍພັກສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II

1

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ  ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຕຶກການນໍາ ສວສສຊ ໂດຍການເປັນປະທານຂອງ ສະຫາຍ ປອ. ວິໄລວອນ ພົມມະຈັນ, ເລຂາໜ່ວຍພັກສະຖາບັນຄົ້ນຄວ້າປະ ຫວັດສາດ ແລະ ບູຮານວິທະຍາ; ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈໍາ, ກໍາມະການຄະ ນະພັກ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ບັນດາຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 30 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງ ແລະ ຕີລາຄາຮອບດ້ານຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ຢ່າງພາວະວິ ໄສ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂຂອງກົດລະບຽບພັກສະໄໝທີ XI. ກອງປະຊຸມໄດ້ເອກະພາບເລືອກເອົາ ສະຫາຍ ປອ. ວິໄລວອນ ພົມມະຈັນ ເປັນເລຂາໜ່ວຍພັກ; ສະຫາຍ ວົງເດືອນ ລາດຊະວົງ ເປັນຮອງເລຂາ ແລະ ສະຫາຍ ອານາຈັນ ສຸກັນຍາ ເປັນກໍມະການໜ່ວຍພັກ ທັງເປັນປະທານກວດກາ.

3

     ເນື່ອງໃນໂອກາດມີຄວາມໝາຍອັນສໍາຄັນນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ຄະນະໜ່ວຍພັກຊຸດໃໝ່ຂອງສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ຕ້ອງໄດ້ເອົາໃຈໃສ່ເຊີດຊູ ແລະ ຍົກສູງບົດບາດການນໍາຂອງພັກໃຫ້ສູງຂຶ້ນ, ສະມາ ຊິກພັກທຸກສະຫາຍຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບໜ້າທີ່ການເມືອງ ແລະ ສາມາດນໍາພາປະຕິບັດວຽກງານຂອງໜ່ວຍພັກໃຫ້ສໍາເລັດຕາມແຜນທີ່ວາງໄວ້; ຄະນະພັກຊຸດໃໝ່ຕ້ອງເປັນຄັນທຸງນໍາໜ້າໃນການນໍາພາຕາມຫຼັກການລວມສູນປະຊາທິປະໄຕ, ມີການແບ່ງງານແບ່ງຄວາມຮັບຜິດ ຊອບຢ່າງຈະແຈ້ງ, ເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກຂອງລັດທີ່ໄດ້ວາງອອກ; ຖືເອົາຄວາມສາມັກຄີເປັນພື້ນຖານໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ການກະທໍາ ແລະ ການຈັດຕັ້ງ ໂດຍປະຕິບັດຕາມມະຕິພັກໄດ້ວາງອອກຢ່າງເຂັ້ມງວດ; ປະຕິບັດການຕໍານິຕິຊົມຕົນເອງ ເພື່ອກໍ່ສ້າງສະມາຊິກພັກ, ໜ່ວຍພັກໃຫ້ປອດໃສ ເຮັດມີການນໍາພາທີ່ເຂັ້ມແຂງ, ເພີ່ມທະວີການປ້ອງກັນໜ່ວຍພັກ ແລະ ຖືເອົາວຽກງານແນວຄິດເປັນສະໜາມຮົບ ແລະ ສອດຫ້ອຍໃນທຸກສ່ວນຂອງວຽກງານຂອງອົງການຈັດຕັ້ງພັກ; ໃນດ້ານວຽກງານວິຊາສະເພາະ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ການປະຕິບັດສິດໜ້າທີ່ ແລະ ພາລະບົດບາດຂອງຕົນ ໂດຍສະເພາະສຸມໃສ່ການຄົ້ນຄວ້າວິທະຍາສາດໃຫ້ພົ້ນເດັ່ນຂຶ້ຶ້ນ. ໃນນັ້ນ ໃຫ້ເອົາໃຈໃສ່ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ສູງຂຶ້ນ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ; ຍົກສູງບົດບາດຂອງ ສວສສຊ ໃຫ້ສູງຂຶ້ນ ແລະ ມີຜົນງານທີ່ມີຄຸນນະພາບອອກສູ່ສັງຄົມພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ນໍາເອົາເນື້ອໃນມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ສະມາຊິກພັກພະນັກງານຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ  ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ໄວ້

4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

1

     ຕອນເຊົ້າວັນທີ 12 ພຶດສະພາ 2025 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໜ່ວຍພັກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ອູສະຫວັນ ທ່ຽງເທບວົງສາ ກຳມະການຄະນະພັກ, ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ; ໃຫ້ກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈໍາ, ກໍາມະການຄະນະພັກ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າ 3 ອົງການຈັດຕັ້ງມະຫາ ຊົນ, ບັນດາຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 34 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານສະຖາບັນຄົ້ນຄວ້ານະໂຍ ບາຍເສດຖະກິດ-ສັງຄົມ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ພ້ອມນັ້ນຍັງໄດ້ປະ ກອບຄໍາເຫັນຢ່າງພາວະວິໄສ ຈຶ່ງເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ກໍານົດໃວ້ໃນກົດລະບຽບຂອງພັກ.  ກອງປະຊຸມຄັ້ງປະຖົມມະ ລຶກໄດ້ເອກະພາບເລືອກເອົາ ສະຫາຍ ອູສະຫວັນ ທ່ຽງເທບວົງສາ ເປັນເລຂາໜ່ວຍພັກ; ສະຫາຍ ລາດຊະວົງ ບຸນສີພົມ ເປັນຮອງເລຂາ ແລະ ສະຫາຍ ສົມບັດ ແສງດາລາ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

3

     ໃນໂອກາດອັນສໍາຄັນນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຊຸດໃໝ່ຂອງສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ຕ້ອງໄດ້ເອົາໃຈໃສ່ເຊີດຊູ ແລະ ຍົກສູງບົດບາດການນໍາຂອງພັກໃຫ້ສູງຂຶ້ນ, ສະມາຊິກພັກທຸກສະຫາຍຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບໜ້າທີ່ການເມືອງ ແລະ ສາມາດນໍາພາປະຕິບັດວຽກງານຂອງໜ່ວຍພັກໃຫ້ສໍາເລັດຕາມແຜນທີ່ວາງໄວ້; ພ້ອມນັ້ນ ກໍຕ້ອງເປັນຄັນທຸງໃນການນໍາພາຕາມຫຼັກການລວມສູນປະຊາທິປະໄຕ, ມີການແບ່ງງານແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກຂອງລັດ; ຖືເອົາຄວາມສາມັກຄີເປັນພື້ນຖານນະໂຍບາຍ ໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ການກະທໍາ ແລະ ການຈັດຕັ້ງ ໂດຍປະຕິບັດບັດຕາມມະຕິພັກໄດ້ວາງອອກຢ່າງເຂັ້ມງວດ; ປະຕິບັດການຕໍານິຕິຊົມຕົນເອງ ເພື່ອກໍ່ສ້າງສະມາຊິກພັກ, ໜ່ວຍພັກໃຫ້ປອດໃສ ເຮັດມີການນໍາພາທີ່ເຂັ້ມແຂງ, ເພີ່ມທະວີການປ້ອງກັນໜ່ວຍພັກ ແລະ ຖືເອົາວຽກງານແນວຄິດເປັນສະໜາມຮົບ ແລະ ສອດຫ້ອຍໃນທຸກສ່ວນຂອງວຽກງານຂອງອົງການຈັດຕັ້ງພັກ; ໃນດ້ານວຽກງານວິຊາສະເພາະ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ການປະຕິິບັດສິດໜ້າທີ່ ແລະ ພາລະບົດບາດຂອງຕົນ ໂດຍສະເພາະການຄົ້ນຄວ້າວິທະຍາສາດ ເພື່ອວາງແຜນນະໂຍບາຍ ແລະ ຊອກຫາຊ່ອງແກ້ໄຂບັນຫາຕ່າງໆທາງດ້ານເສດຖະກິດ-ສັງຄົມຊ່ວຍພັກ ແລະ ລັດຖະບານ. ໃນນັ້ນ ໃຫ້ຍົກສູງການປະຕິບັດວຽກງານຕ້ອງໃຫ້ເປັນວິທະຍາສາດ, ຮູ້ນໍາໃຊ້ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ສູງຂຶ້ນ ເພື່ອກ້າວໄປສູ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຍົກສູງບົດບາດຂອງ ສວສສຊ ໃຫ້ສູງຂຶ້ນ ແລະ ມີຜົນງານທີ່ມີຄຸນນະພາບອອກສູ່ສັງ ຄົມພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ນໍາເອົາເນື້ອໃນມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ສະມາຊິກພະນັກງານຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ແລະ ມີປະສິດທຜົນສູງ.

4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ປຶກສາຫາລືໃສ່ຮ່າງຜົນການຄົ້ນຄວ້າກ່ຽວກັບເດັກນ້ອຍ

1

     ວັນທີ 2 ພຶດສະພາ 2025 ທີ່ຜ່ານມານີ້ ທີ່ ສວສສຊ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ  ໄດ້ຮ່ວມກັບອົງການ UNICEF ຈັດກອງປະຊຸມວິຊາການຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ເຂົ້າຮ່ວມມີທ່ານ ບິນລາລ ອູແຣັງເຊັບ ດູຣານິ ຜູ້ຕາງໜ້າຈາກອົງການ UNICEF ປະຈຳລາວ, ມີທີມງານຈາກຂະແໜງສາທາລະນະສຸກ, ສະພາແຫ່ງຊາດ, ສຶກສາທິການ ແລະ ກິລາ, ການເງິນ, ແຜນການ ແລະ ການລົງທຶນ, ສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ອົງການ UNFPA, ຊ່ຽວຊານຕ່າງປະເທດ ແລະ ວິຊາການຈາກ ສຄນສ ເຂົ້າຮ່ວມຫຼາຍກວ່າ 35 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືປະກອບຄໍາເຫັນໃສ່ຮ່າງຜົນການຄົ້ນຄວ້າເບື້ອງຕົ້ນ ໃນຫົວຂໍ້ “ຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງກ່ອນໄວໃນ ສປປ ລາວ” ເຊິ່ງຈັດຂຶ້ນເປັນຄັ້ງທີ 2 ພາຍຫຼັງຈາກສຳເລັດການເກັບຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ.

     ໃນກອງປະຊຸມ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າ ສຄນສ ໄດ້ສະເໜີຮ່າງຜົນການຄົ້ນຄວ້າເບື້ອງຕົ້ນກ່ຽວກັບ “ຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງກ່ອນໄວ ຢູ່ ສປປ ລາວ” ເຊິ່ງໄດ້ຍົກໃຫ້ເຫັນ ທ່າອ່ຽງການແຕ່ງດອງກ່ອນໄວ ແລະ ການເກີດລູກກ່ອນໄວຢູ່ ສປປ ລາວ ຂອງແມ່ຍິງໃນອາຍຸລະຫວ່າງ 20-24 ປີ ທີ່ແຕ່ງ ດອງກ່ອນອາຍຸ 18 ປີ ແມ່ນກວມເອົາ 30.5% ອີງຕາມການສໍາຫຼວດດັດຊະນີໝາຍສັງຄົມຂອງລາວຫຼ້າສຸດ ຄັ້ງທີ III ໃນປີ 2023, ສູງກວ່າອັດຕາສ່ວນຂອງແມ່ຍິງອາຍຸ 25-29 ປີ (28.4 %) ແລະ ອາຍຸ 30-34 (28.2 %) ຕາມ ລຳດັບ, ສິ່ງນີ້ຊີ້ໃຫ້ເຫັນວ່າ ການແຕ່ງດອງກ່ອນໄວໄດ້ເພີ່ມຂຶ້ນໃນທົດສະວັດທີ່ຜ່ານມາ. ປັດໄຈດ້ານວັດທະນະທຳ, ເສດຖະກິດ-ສັງຄົມຫຼາຍດ້ານແມ່ນສົ່ງຜົນໃຫ້ອັດຕາການແຕ່ງດອງກ່ອນໄວຍັງກວມອັດຕາສ່ວນສູງໃນ ສປປ ລາວ. ນອກຈາກນີ້, 17.4% ຂອງແມ່ຍິງອາຍຸ 20-24 ປີ ໄດ້ມີລູກຄົນທໍາອິດກ່ອນອາຍຸ 18 ປີ. ໃນບາງປະເທດ, ການເກີດລູກກ່ອນໄວແມ່ນກວມອັດຕາສ່ວນສູງ ເຊັ່ນ: ເດັກຈໍານວນຫຼາຍທີ່ເກີດຈາກແມ່ທີ່ມີອາຍຸຕໍ່າກວ່າ 18 ປີ ອາດຈະເກີດຈາກການທີ່ບໍ່ໄດ້ແຕ່ງດອງ. ເຖິງຢ່າງໃດກໍ່ຕາມ, ຢູ່ ສປປ ລາວ ການເກີດລູກກ່ອນໄວ ສ່ວນຫຼາຍແມ່ນເກີດຈາກການແຕ່ງດອງໃນໄວເດັກ.

     ຜ່ານຂະບວນການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເຫັນວ່າການແຕ່ງດອງໄວ ຖືວ່າເປັນການລະເມີດສິດທິມະນຸດຂອງເດັກ ໂດຍສະເພາະເດັກຍິງ ແລະ ຈໍາກັດໂອກາດທີ່ເດັກຍິງທີ່ຄວນຈະໄດ້ຮັບ; ການຢຸດຕິການແຕ່ງດອງກ່ອນໄວຈະຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ໃນອະນາຄົດ ແລະ ຫຼຸດຜ່ອນຜົນເສຍຫາຍດ້ານເສດຖະກິດຢ່າງຫຼວງຫຼາຍຕໍ່ກັບ ສປປ ລາວ ໂດຍສະເພາະໃນການລົງທຶນແບບມີເປົ້າໝາຍຂອງລັດຖະບານ ເພື່ອກໍ່ສ້າງຊັບພະຍາກອນມະນຸດ ເຊັ່ນ: ການສຶກສາ, ສຸຂະພາບຈະເລີນ ພັນ ແລະ ປັບປຸງບັນດານະໂຍບາຍທີ່ເປັນມິດຕໍ່ກັບເດັກຍິງ ໂດຍສະເພາະກົດໝາຍທີ່ກ່ຽວຂ້ອງແມ່ນເປັນສິ່ງສໍາຄັນໃນການຮັບປະກັນອະນາຄົດທີ່ດີໃຫ້ກັບເດັກຍິງລາວ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ໄດ້ມີບາງຄໍາເຫັນເພີ່ມຕື່ມວ່າ: ຜົນ ການຄົ້ນຄວ້ານີ້ ມີຄວາມສໍາຄັນຫຼາຍ, ສາມາດຊ່ວຍລັດຖະບານໃນການແກ້ໄຂ ແລະ ຊຸກຍູ້ການພັດທະນາເສດຖະ ກິດ ແລະ ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ ເວົ້າລວມ, ເວົ້າສະເພາະ ເດັກຍິງໄດ້ຮັບການພັດທະນາ ຮອບດ້ານຫຼາຍຂຶ້ນ. ສຳລັບ ຂັ້ນຕອນຕໍ່ໄປຈະມີການເຜີຍແຜ່ຂໍ້ມູນໃຫ້ແກ່ຜູ້ວາງນະໂຍບາຍ ທັງລະດັບຊາດ ແລະ ທ້ອງຖິ່ນ (ບັນດາອົງການຈັດຕັ້ງສາກົນ ຜູ້ໃຫ້ທຶນຊ່ວຍເຫຼືອ, ສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ) ແລະ ສະໜັບສະໜູນຄວາມພະຍາຍາມຂອງບັນດາອົງການຈັດຕັ້ງທາງສັງຄົມ, ຜູ້ປະຕິບັດງານລະດັບທ້ອງຖິ່ນ ໃຫ້ນໍາໃຊ້ຜົນຂອງການຄົ້ນຄວ້ານີ້ ເພື່ອສ້າງການຫັນປ່ຽນໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີໝາກຜົນ.

2
3

ຂຽນຂ່າວ: ສຸລິຕາ 

ຖ່າຍພາບ: ສາຍເພັດ ພັດກົມຄຳ

1

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ

1

     ຕອນເຊົ້າວັນທີ 30 ເມສາ 2025 ທີ່ຜ່ານມາ ຢູ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ. ສາຍຄໍາ ວໍລະເດດ ເລຂາໜ່ວຍພັກ ຫ້ອງການຄຸ້ມຄອງວິທະຍາສາດ; ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ບັນດາຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງ, ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 28 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຫ້ອງການຄຸ້ມຄອງ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ແລະ ບົດປະກອບຄໍາເຫັນຢ່າງພາວະວິໄສ ຈຶ່ງເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກໍານົດໃວ້ໃນກົດລະບຽບຂອງພັກ ແລະ ໄດ້ເອກະພາບເລືອກເອົາ ສະຫາຍ ປອ. ສາຍຄໍາ ວໍລະເດດ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ວິໄລວັນ ອຸດົມ ເປັນຮອງເລຂາ ແລະ ສະຫາຍ ນາງ ສິນລາວັນ ອຸດຕະມະວິຈິດ ເປັນກໍມະການໜ່ວຍພັກ ທັງເປັນປະທານກວດກາ.

3

     ໃນໂອກາດອັນສໍາຄັນນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຊຸດໃໝ່ຂອງຫ້ອງການຄຸ້ມຄອງວິທະຍາສາດ ຕ້ອງ ເພີ່ມທະວີ ແລະ ຖືສໍາຄັນການດຳເນີນວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ເຂັ້ມແຂງຂຶ້ນ ກວ່າເກົ່າ, ເຂັ້ມງວດໃນການຕິດຕາມປະເມີນຜົນໂຄງການຄົ້ນຄວ້າ, ຊຸກຍູ້ອຳນວຍຄວາມສະດວກໃຫ້ການຕິບັດ ວຽກງານຄົ້ນຄວ້າວິທະຍາສາດຂອງ ສວສສຊ ໃຫ້ສໍາເລັດໜ້າຕາມແຜນການທີ່ວາງໄວ້, ມີຄຸນນະພາບ, ເປັນປະ ໂຫຍດຕໍ່ສັງຄົມ ແລະ ປະທດຊາດ. ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ ຫ້ອງການຄຸ້ມຄອງວິທະຍາສາດ ຈົ່ງເຊີດຊູສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ຈຶ່ງຈະສາມາດເຮັດໃຫ້ວຽກງານຫ້ອງການຄຸ້ມຄອງວິທະຍາສາດ ມີການຫັນ ປ່ຽນຢ່າງຕັ້ງໜ້າ ທັງເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍດ້ວຍຄວາມຮັບຜິດຊອບສູງ.

4

ຂຽນຂ່າວ: ພວງດພັດ ຈັນທະລີວົງ

ຖ່າຍພາບ: ມຸນິນ ພົນສັກດາ

01

ເພີ່ມທະວີການຮ່ວມມືດ້ານວິຊາການ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ

01

     ສປປ ລາວ ແລະ ສປ. ຈີນ ເປັນສອງປະເທດທີ່ມີສາຍພູ-ສາຍນໍ້າຕິດຈອດກັນ ແລະ ໄມຕີຈິດມິດຕະພາບ ລະຫວ່າງສອງຊາດແມ່ນມີມາແຕ່ດົນນານ; ໃນວັນທີ 29 ເມສາ 2025 ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນຈາກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ. ຈີນ, ນຳໂດຍ ທ່ານ ສຈ. Jia Dezhong ຮອງເລຂາຄະນະມະຫາວິທະຍາໄລ ພ້ອມດ້ວຍຄະນະ. ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ລົງເລິກການຮ່ວມມືໃນຂົງເຂດວັດທະນະທໍາ-ສັງຄົມ ເວົ້າລວມ ເວົ້າສະເພາະແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມືໃນຂົງແຂດການຄົ້ນຄວ້າ ວິທະຍາສາດສັງຄົມ. ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນ ພ້ອມທັງນໍາສະເໜີສະພາບພົ້ນເດັ່ນໂດຍຫຍໍ້ຂອງອົງການຕົນໃຫ້ກັນຮັບຊາບ, ແລກປ່ຽນສົນທະນາເຊິ່ງກັນ ແລະ ກັນ ກ່ຽວກັບການຮ່ວມມືທາງດ້ານວິຊາການ, ວຽກງານຄົ້ນຄວ້າໃນຂົງເຂດວັດທະນະທໍາສັງຄົມ, ຫົວຂໍ້ທີ່ສົນໃຈຄົ້ນຄວ້າຮ່ວມກັນ, ການຮ່ວມມືແລກປ່ຽນທາງດ້ານເຕັກນິກຂໍ້ມູນຂ່າວສານ ແລະ ການສ້າງບຸກຄະລາກອນໃນອະນາຄົດ, ພ້ອມນັ້ນຍັງໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ.ຈີນ ກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດນໍາອີກ.

2
03
04

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມູນີນ ພົນສັກດາ