ສວສສຊ ພົບປະແລກປ່ຽນບົດຮຽນກັບຄະນະຜູ້ແທນ ສສ. ຫວຽດນາມ

1

     ກອງປະຊຸມພົບປະແລກປ່ຽນ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບ ຄະນະຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ. ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ກັນຍາ 2025 ທີ່ ສວສສຊ. ຝ່າຍລາວນຳໂດຍ ປອ. ສາຍຄຳ ວໍລະເດດ ກຳມະການຄະນະພັກ, ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນຳໂດຍ ສະຫາຍ ຫງວຽນ ແມ່ງ ດົງ ຮອງຜູ້ອຳນວຍການວິທະຍາຄານການທູດ ກະຊວງການຕ່າງປະເທດ ສສ. ຫວຽດນາມ ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເຂົ້າຮ່ວມ.

2
3

     ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນທັດສະນະທາງດ້ານນະໂຍບາຍການຕ່າງປະເທດຂອງ ລາວຕໍ່ຜົນກະທົບຈາກສະພາບການພາກພື້ນ ແລະ ໂລກ ຕໍ່ບັນຫາດ້ານຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ ລວມທັງບັນຫາທະເລຈີນໃຕ້ ໃນປັດຈຸບັນ; ທັງສອງຝ່າຍໄດ້ສົນທະນາລົງເລິກໃນຫຼາຍບັນທີ່ສຳຄັນເປັນຕົ້ນແມ່ນການ​ແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ຂອງ​ຈີນ, ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​, ບົດ​ບາດ ແລະ​ ການ​ພົວ​ພັນ​​ລະ​ຫວ່າງບັນ​ດາ​ປະ​ເທດປານ​ກາງ​ກັບ​ອາ​ຊີ​ຕາເວັນ​ອອກ​ສ່ຽງ​ໃຕ້; ບັນ​ຫາ​ທະ​ເລ​ຈີນ​ໃຕ້, ການ​ຮ່ວມ​ມືແມ່​ນ້ຳ​ຂອງ ແລະ ການ​ພົວ​ພັນຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງລາວ-ຫວຽດ​ນາມ ໃນ​ຂົງ​ເຂດ​ຕ່າງໆ. ໃນໂອກາດນີ້ ຕາງໜ້າຜູ້ແທນຝ່າຍລາວ ໄດ້ຢັ້ງຢືນຢ່າງໜັກແໜ້ນ ສປປ ລາວ ຍຶດໝັ້ນແນວທາງການຕ່າງເທດໃນການສ້າງສັນຕິພາບ, ເອກກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການພົວພັນຮ່ວມມືແບບສອງຝ່າຍ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດນຳ “ເພີ່ມມິດຫລຸດຜ່ອນສັດຕູ” ເວົ້າລວມ, ເວົ້າສະເພາະກໍຄືການຍົກລະດັບ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ, ຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ