ເພີ່ມທະວີການຮ່ວມມືດ້ານວິຊາການ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ

01

     ສປປ ລາວ ແລະ ສປ. ຈີນ ເປັນສອງປະເທດທີ່ມີສາຍພູ-ສາຍນໍ້າຕິດຈອດກັນ ແລະ ໄມຕີຈິດມິດຕະພາບ ລະຫວ່າງສອງຊາດແມ່ນມີມາແຕ່ດົນນານ; ໃນວັນທີ 29 ເມສາ 2025 ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນຈາກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ. ຈີນ, ນຳໂດຍ ທ່ານ ສຈ. Jia Dezhong ຮອງເລຂາຄະນະມະຫາວິທະຍາໄລ ພ້ອມດ້ວຍຄະນະ. ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ລົງເລິກການຮ່ວມມືໃນຂົງເຂດວັດທະນະທໍາ-ສັງຄົມ ເວົ້າລວມ ເວົ້າສະເພາະແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມືໃນຂົງແຂດການຄົ້ນຄວ້າ ວິທະຍາສາດສັງຄົມ. ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນ ພ້ອມທັງນໍາສະເໜີສະພາບພົ້ນເດັ່ນໂດຍຫຍໍ້ຂອງອົງການຕົນໃຫ້ກັນຮັບຊາບ, ແລກປ່ຽນສົນທະນາເຊິ່ງກັນ ແລະ ກັນ ກ່ຽວກັບການຮ່ວມມືທາງດ້ານວິຊາການ, ວຽກງານຄົ້ນຄວ້າໃນຂົງເຂດວັດທະນະທໍາສັງຄົມ, ຫົວຂໍ້ທີ່ສົນໃຈຄົ້ນຄວ້າຮ່ວມກັນ, ການຮ່ວມມືແລກປ່ຽນທາງດ້ານເຕັກນິກຂໍ້ມູນຂ່າວສານ ແລະ ການສ້າງບຸກຄະລາກອນໃນອະນາຄົດ, ພ້ອມນັ້ນຍັງໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ.ຈີນ ກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດນໍາອີກ.

2
03
04

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມູນີນ ພົນສັກດາ