ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັກກຳປູເຈຍ

ໃນລະຫວ່າງວັນທີ 29-30 ກັນຍາ 2025 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ເຊິ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ເຊິ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy, ເລຂາທິການແຫ່ງລັດ, ລັດຖະມົນຕີປະຈຳຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມ ສຳມະນາວິທະຍາສາດຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການ ເຊິ່ງກັນ ແລະ ກັນ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ທີ່ກົມກຽວ ຢູ່ ສປປ ລາວ, ສສ ຫວຽດນາມ ແລະ ກຳປູເຈຍ.
ທ່ານ Sok Touch, ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ ຖືເປັນໂອກາດໃໝ່ ທີ່ພວກເຮົາຈະໄດ້ຮ່ວມກັນແລກປ່ຽນຄວາມຄິດເຫັນ ແລະ ຍົກລະດັບຄວາມຮ່ວມມືໃຫ້ມີປະສິດທິຜົນຫຼາຍຂຶ້ນ ທ່າມກາງບໍລິບົດການປ່ຽນແປງ ຂອງ ພູມິລັດທະສາດ ແລະ ຄວາມທ້າທາຍ ທັງພູມິພາກ ແລະ ທົ່ວໂລກ ເຊິ່ງໄດ້ກຳນົດຄວາມທ້າທາຍ ແລະ ໂອກາດໃໝ່ໆ ໃນຄວາມສຳພັນລະຫວ່າງສາມປະເທດ, ການແລກປ່ຽນຄວາມຄິດເຫັນ ແລະ ຍຸດທະສາດ ເພື່ອເສີມສ້າງສັນຕິພາບຄວາມສາມັກຄີ ແລະ ຄວາມໝັ້ນຄົງ, ນຳສະເໜີແນວທາງຄວາມຮ່ວມມື ທີ່ສາມາດປະຕິບັດໄດ້ຈິງ, ສົ່ງເສີມການເຊື່ອມໂຍງ ລະຫວ່າງນັກຄົ້ນຄວ້າ ແລະ ຜູ້ກຳນົດນະໂຍບາຍ, ສ້າງຈິດສຳນຶກ ດ້ານສັນຕິພາບ ແລະ ຄວາມເປັນເອກະພາບ ໃນຫມູ່ປະຊາຊົນ, ເສີມສ້າງຄວາມສຳພັນໃຫ້ເປັນມິດຕະພາບ ແລະ ຄວາມຮ່ວມມືທີ່ຍືນຍົງ, ຜັກດັນເຂດຊາຍແດນ ໃຫ້ເປັນຕົວຢ່າງ ຂອງຄວາມຮ່ວມມື, ສົ່ງເສີມຄວາມສຳພັນທາງວັດທະນະທຳ ເພື່ອສ້າງຄວາມເຂົ້າໃຈ ແລະ ການຢູ່ຮ່ວມກັນຢ່າງກົມກຽວ. ສະນັ້ນຄວາມສຳພັນລະຫວ່າງ ກຳປູເຈຍ–ລາວ–ຫວຽດນາມ ຈິງມີຮາກຖານຜູກພັນ ຢູ່ໃນ 3 ດ້ານຄື: ພູມິສາດ: ມີຊາຍແດນຕິດກັນ ປະຊາຊົນສາມາດເດີນທາງໄປມາຫາກັນໄດ້, ປະຫວັດສາດ: ເຄີຍຮ່ວມກັນຕໍ່ສູ້ເພື່ອອິດສະຫຼະ, ທຳມະຊາດ: ມີແມ່ນ້ຳ ແລະ ພູເຂົາ ຮ່ວມກັນ ເຊັ່ນ ແມ່ນ້ຳໂຂງດັ່ງນັ້ນ; ພວກເຮົາບໍ່ສາມາດແຍກອອກຈາກກັນໄດ້ ແລະ ຈະຕ້ອງສ້າງຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນເພື່ອເສີມສ້າງສັນຕິພາບ ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ
ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ໄດ້ມີຄໍາເຫັນຕໍ່ກອງປະຊຸມບາງຕອນວ່າ ການຈັດກອງປະຊຸມສຳມະນາວິທະຍາສາດສາກົນໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ທີ່ກົມກຽວ ຢູ່ ສປປ ລາວ, ຫວຽດນາມ ແລະ ກຳປູເຈຍ ປະຈຸບັນນີ້ ສູນກາງພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນ ອອກນະໂຍບາຍ, ນິຕິກຳ ແລະ ກົນໄກການຄຸ້ມຄອງ ແລະ ໄດ້ກຳນົດເອົາ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມທີ່ກົມກຽວກັນ ເປັນແນວທາງລວມຂອງການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດທາງດັ່ງ ກ່າວ ອັນໄດ້ເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຕາມແນວທາງດັ່ງກ່າວ ປະສົບຜົນສຳເລັດໃນລະດັບໃດໜຶ່ງ, ເປັນຕົ້ນແມ່ນ ໃນການພັດທະນາທາງດ້ານເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ. ຄຽງຄູ່ກັບຜົນສຳເລັດ ກໍ່ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍຢາງທີ່ຈະຕ້ອງໄດ້ປັບປຸງ ແລະ ແກ້ໄຂ ເປັນຕົ້ນແມ່ນ: ການຂະຫຍາຍຕົວຂອງເສດຖະກິດຍັງມີຫຼັກສະນະກະຕຸກຕົວສູງໃນຂະແໜງການທີ່ຕິດພັນກັບຊັບພະຍາກອນທຳມະຊາດ, ການບົກແຫ້ງຂອງຊັບພະຍາກອນທຳມະຊາດ ແລະ ການເສືອມໂຊມຂອງສິ່ງແວດລ້ອມ, ການເພີ່ມຂຶ້ນຂອງຄວາມບໍ່ສະເໜີພາບໃນສັງຄົມ, ການອະນຸລັກ-ຮັກສາເອກະລັກ ແລະ ວັດທະນາທຳອັນດີງາມຂອງຊາດ.
ກອງປະຊຸມໄດ້ຮັບຟັງການສະເໜີບົດສຳມະນາວິທະຍາສາດ, ສົນທະນາ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍແບ່ງອອກເປັນ 3 ວາລະຄື: ວາລະທີ 1: ໄດ້ຮັບຟັງການສະເໜີບົດສຳມະນາວິທະຍາສາດ, ສົນທະນາ, ປືກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບການ ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມທີກົມກຽວ; ວາລະທີ 2: ກ່ຽວກັບການປົກປັກຮັກສາເອກະລັກຂອງຊາດທາງດ້ານວັດທະນາທຳພາຍໃຕ້ເງື່ອນໄຂການເຊື່ອມໂຍງພາກພື້ນ ແລະ ສາກົນ; ແລະ ວາລະທີ 3: ກ່ຽວກັບນະໂຍບາຍສັງຄົມເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູເຈຍ. ບົດສຳມະນາວິທະຍາສາດ ແລະ ປະກອບຄຳຄິດ ຄໍາເຫັນຂອງບັນດານັກວິທະຍາກອນ ແລະ ສຳມະນາກອນ ໄດ້ຊີ້ໃຫ້ເຫັນກ່ຽວກັບຜົນສຳເລັດ, ຂໍ້ຄົງຄ້າງ, ກາລະລະໂອກາດ, ສິ່ງທ້າຍທາຍ ແລະ ມີຂໍ້ສະເໜີແນະໃນການເພີ່ມທະວີ ການຮ່ວມມືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ທີກົມກຽວ ຢູ່ ສປປ ລາວ, ສສ ຫວຽດນາມ ແລະ ຣາຊາອານາຈັກ ກຳປະເຈຍ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ ຈະສືບຕໍ່ຈັດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງທີ XIII ພາຍໄຕ້ຫົວຂໍ້: “ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ ລະຫວ່າ ລາວ, ຫວຽດນາມ ແລະ ກຳປູເຈຍ” ໃນລະຫວ່າງເດືອນ ກັນຍາ-ທັນວາ 2026, ຢູ່ທີ່ ສສ ຫວຽດນາມ, ພາຍໃຕ້ການເປັນເຈົ້າພາບ ຂອງ ສະຖາບັນ ບັນດິດວິທະຍາສາດສັງຄົມ ຂອງ ສສ ຫວຽດນາມ.


ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ