ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ປຶກສາຫາລືໃສ່ຮ່າງຜົນການຄົ້ນຄວ້າກ່ຽວກັບເດັກນ້ອຍ

1

     ວັນທີ 2 ພຶດສະພາ 2025 ທີ່ຜ່ານມານີ້ ທີ່ ສວສສຊ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ  ໄດ້ຮ່ວມກັບອົງການ UNICEF ຈັດກອງປະຊຸມວິຊາການຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ເຂົ້າຮ່ວມມີທ່ານ ບິນລາລ ອູແຣັງເຊັບ ດູຣານິ ຜູ້ຕາງໜ້າຈາກອົງການ UNICEF ປະຈຳລາວ, ມີທີມງານຈາກຂະແໜງສາທາລະນະສຸກ, ສະພາແຫ່ງຊາດ, ສຶກສາທິການ ແລະ ກິລາ, ການເງິນ, ແຜນການ ແລະ ການລົງທຶນ, ສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ອົງການ UNFPA, ຊ່ຽວຊານຕ່າງປະເທດ ແລະ ວິຊາການຈາກ ສຄນສ ເຂົ້າຮ່ວມຫຼາຍກວ່າ 35 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືປະກອບຄໍາເຫັນໃສ່ຮ່າງຜົນການຄົ້ນຄວ້າເບື້ອງຕົ້ນ ໃນຫົວຂໍ້ “ຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງກ່ອນໄວໃນ ສປປ ລາວ” ເຊິ່ງຈັດຂຶ້ນເປັນຄັ້ງທີ 2 ພາຍຫຼັງຈາກສຳເລັດການເກັບຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ.

     ໃນກອງປະຊຸມ ທ່ານ ລາດຊະວົງ ບຸນສີພົມ, ຮອງຫົວໜ້າ ສຄນສ ໄດ້ສະເໜີຮ່າງຜົນການຄົ້ນຄວ້າເບື້ອງຕົ້ນກ່ຽວກັບ “ຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງກ່ອນໄວ ຢູ່ ສປປ ລາວ” ເຊິ່ງໄດ້ຍົກໃຫ້ເຫັນ ທ່າອ່ຽງການແຕ່ງດອງກ່ອນໄວ ແລະ ການເກີດລູກກ່ອນໄວຢູ່ ສປປ ລາວ ຂອງແມ່ຍິງໃນອາຍຸລະຫວ່າງ 20-24 ປີ ທີ່ແຕ່ງ ດອງກ່ອນອາຍຸ 18 ປີ ແມ່ນກວມເອົາ 30.5% ອີງຕາມການສໍາຫຼວດດັດຊະນີໝາຍສັງຄົມຂອງລາວຫຼ້າສຸດ ຄັ້ງທີ III ໃນປີ 2023, ສູງກວ່າອັດຕາສ່ວນຂອງແມ່ຍິງອາຍຸ 25-29 ປີ (28.4 %) ແລະ ອາຍຸ 30-34 (28.2 %) ຕາມ ລຳດັບ, ສິ່ງນີ້ຊີ້ໃຫ້ເຫັນວ່າ ການແຕ່ງດອງກ່ອນໄວໄດ້ເພີ່ມຂຶ້ນໃນທົດສະວັດທີ່ຜ່ານມາ. ປັດໄຈດ້ານວັດທະນະທຳ, ເສດຖະກິດ-ສັງຄົມຫຼາຍດ້ານແມ່ນສົ່ງຜົນໃຫ້ອັດຕາການແຕ່ງດອງກ່ອນໄວຍັງກວມອັດຕາສ່ວນສູງໃນ ສປປ ລາວ. ນອກຈາກນີ້, 17.4% ຂອງແມ່ຍິງອາຍຸ 20-24 ປີ ໄດ້ມີລູກຄົນທໍາອິດກ່ອນອາຍຸ 18 ປີ. ໃນບາງປະເທດ, ການເກີດລູກກ່ອນໄວແມ່ນກວມອັດຕາສ່ວນສູງ ເຊັ່ນ: ເດັກຈໍານວນຫຼາຍທີ່ເກີດຈາກແມ່ທີ່ມີອາຍຸຕໍ່າກວ່າ 18 ປີ ອາດຈະເກີດຈາກການທີ່ບໍ່ໄດ້ແຕ່ງດອງ. ເຖິງຢ່າງໃດກໍ່ຕາມ, ຢູ່ ສປປ ລາວ ການເກີດລູກກ່ອນໄວ ສ່ວນຫຼາຍແມ່ນເກີດຈາກການແຕ່ງດອງໃນໄວເດັກ.

     ຜ່ານຂະບວນການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເຫັນວ່າການແຕ່ງດອງໄວ ຖືວ່າເປັນການລະເມີດສິດທິມະນຸດຂອງເດັກ ໂດຍສະເພາະເດັກຍິງ ແລະ ຈໍາກັດໂອກາດທີ່ເດັກຍິງທີ່ຄວນຈະໄດ້ຮັບ; ການຢຸດຕິການແຕ່ງດອງກ່ອນໄວຈະຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ໃນອະນາຄົດ ແລະ ຫຼຸດຜ່ອນຜົນເສຍຫາຍດ້ານເສດຖະກິດຢ່າງຫຼວງຫຼາຍຕໍ່ກັບ ສປປ ລາວ ໂດຍສະເພາະໃນການລົງທຶນແບບມີເປົ້າໝາຍຂອງລັດຖະບານ ເພື່ອກໍ່ສ້າງຊັບພະຍາກອນມະນຸດ ເຊັ່ນ: ການສຶກສາ, ສຸຂະພາບຈະເລີນ ພັນ ແລະ ປັບປຸງບັນດານະໂຍບາຍທີ່ເປັນມິດຕໍ່ກັບເດັກຍິງ ໂດຍສະເພາະກົດໝາຍທີ່ກ່ຽວຂ້ອງແມ່ນເປັນສິ່ງສໍາຄັນໃນການຮັບປະກັນອະນາຄົດທີ່ດີໃຫ້ກັບເດັກຍິງລາວ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ໄດ້ມີບາງຄໍາເຫັນເພີ່ມຕື່ມວ່າ: ຜົນ ການຄົ້ນຄວ້ານີ້ ມີຄວາມສໍາຄັນຫຼາຍ, ສາມາດຊ່ວຍລັດຖະບານໃນການແກ້ໄຂ ແລະ ຊຸກຍູ້ການພັດທະນາເສດຖະ ກິດ ແລະ ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ ເວົ້າລວມ, ເວົ້າສະເພາະ ເດັກຍິງໄດ້ຮັບການພັດທະນາ ຮອບດ້ານຫຼາຍຂຶ້ນ. ສຳລັບ ຂັ້ນຕອນຕໍ່ໄປຈະມີການເຜີຍແຜ່ຂໍ້ມູນໃຫ້ແກ່ຜູ້ວາງນະໂຍບາຍ ທັງລະດັບຊາດ ແລະ ທ້ອງຖິ່ນ (ບັນດາອົງການຈັດຕັ້ງສາກົນ ຜູ້ໃຫ້ທຶນຊ່ວຍເຫຼືອ, ສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ) ແລະ ສະໜັບສະໜູນຄວາມພະຍາຍາມຂອງບັນດາອົງການຈັດຕັ້ງທາງສັງຄົມ, ຜູ້ປະຕິບັດງານລະດັບທ້ອງຖິ່ນ ໃຫ້ນໍາໃຊ້ຜົນຂອງການຄົ້ນຄວ້ານີ້ ເພື່ອສ້າງການຫັນປ່ຽນໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີໝາກຜົນ.

2
3

ຂຽນຂ່າວ: ສຸລິຕາ 

ຖ່າຍພາບ: ສາຍເພັດ ພັດກົມຄຳ