ສະຫະພັນກໍາມະບານ ສວສສຊ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ

1

     ໃນຕອນເຊົ້າວັນທີ 23 ພຶດສະພາ 2025 ສະຫະພັນກໍາມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ ( 01 ພຶດສະພາ 1886 – 01 ພຶດສະພາ 2025 ) ໂດຍການເປັນປະທານຂອງ ສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ, ຜູ້ຊີ້ນໍາວຽກງານ 03 ອົງການຈັດຕັ້ງມະຫາຊົນ ສວສສຊ, ມີບັນດາຄະນະພັກ-ຄະນະນໍາ, ບັນດາກໍາມະບານຮາກຖານອ້ອມຂ້າງ ແລະ ພະນັກງານລັດຖະກອນ ພາຍໃນ ສວສສຊ ເຂົ້າຮ່ວມ ຈໍານວນ 115 ສະຫາຍ, ຍິງ 47 ສະຫາຍ.

2

     ໃນພິທີດັ່ງກ່າວ ສະຫາຍ ຄໍາສຸກ ພອນໄຊສະຫວັດ ຮອງປະທານສະຫະພັນກໍາມະບານ ສວສສຊ ໄດ້ໃຫ້ກຽດຂື້ນປາຖະກະຖາ ໂດຍຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ພາລະກຳປະຫວັດສາດຂອງຂະບວນການກຳມະກອນສາກົນ, ພ້ອມທັງຮຽນຮູ້ເຖິງທາດແທ້ມູນເຊື້ອປະຕິວັດ ແລະ ລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແຕ່ອະດີດເຖິງປະຈຸບັນ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາກ່ຽວກັບສະພາບແວດລ້ອມ ແລະ ເງື່ອນໄຂຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຕໍ່ສູ້ຂອງຊົນຊັ້ນກຳມະກອນສາກົນຕະຫຼອດໄລຍະ 139 ປີ, ພ້ອມທັງເຊື່ອມໂຍງກັບການປະກອບສ່ວນຂອງຊົນຊັ້ນກຳມະກອນລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ, ຄຽງຄູ່ກັບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ທີ່ຕິດພັນກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງໃນຕໍ່ໜ້າ.

3

     ຫຼັງຈາກນັ້ນ ສະຫາຍ ປອ ແກ້ວວິຈິດ ໄຂຄໍາພິທູນ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ສວສສຊ ໄດ້ໃຫ້ກຽດຂື້ນຜ່ານແຜນພັດທະນາກໍາມະບານ 05 ປີ ( 2025-2029 ) ສະຫາຍໄດ້ຍົກໃຫ້ເຫັນ ທິດທາງລວມ, ຄາດໝາຍສູ້ຊົນ, ແຜນງານຈຸດສູມໃນແຕ່ລະດ້ານ ພ້ອມທັງມາດຕະການຈັດຕັ້ງປະຕິບັດ.

4

     ໃນຕອນທ້າຍຂອງພິທີ, ສະຫາຍ ປອ ກິແກ້ວ ຈັນທະບູຣີ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງຄະນະບໍລິຫານງານສະຫະພັນກຳມະບານ ແລະ ສະມາຊິກກຳມະບານ ສວສສຊ ທຸກສະຫາຍ ທີ່ໄດ້ຕັ້ງໜ້າເຄື່ອນໄຫວວຽກງານດ້ວຍຜົນສຳເລັດເປັນແຕ່ລະໄລຍະ. ສະຫາຍ ໄດ້ເນັ້ນຢໍ້າບາງຈຸດທີ່ສໍາຄັນຕື່ມອີກວ່າ: ໃຫ້ສືບຕໍ່ເສີມສ້າງ ຄວາມສາມັກຄີ ພາຍໃນ ແລະ ພາຍນອກ, ສືບຕໍ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານ ຢ່າງຕັ້ງໜ້າຜ່ານການດໍາເນີນຊີວິດການເມືອງ ແລະ ສ້າງຂະບວນການເຄື່ອນໄຫວຢ່າງເປັນປົກກະຕິ ເພື່ອຜັນຂະຫຍາຍມະຕິກອງປະຊຸມຕ່າງໆ ທີ່ສໍາຄັນຂອງພັກ ແລະ ອົງການຈັດຕັ້ງກຳມະບານ ໃຫ້ເກີດດອກອອກຜົນ, ພັດທະນາສະມາຊິກກຳມະບານໃຫ້ກາຍເປັນ ມະຫາຊົນຜູ້ກ້າວໜ້າ ທີ່ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການ ແລະ ສ້າງນັກຄົ້ນຄວ້າຢ່າງຕໍ່ເນື່ອງ ເພື່ອເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ, ເອົາໃຈໃສ່ຍົກລະດັບວຽກງານທິດສະດີການເມືອງ ຄຽງຄູ່ກັບການຍົກລະດັບດ້ານວິຊາສະເພາະໃຫ້ແກ່ສະມາຊິກກຳມະບານ ແລະ ພະນັກງານຢ່າງແຂງແຮງ, ປະຕິບັດມະຕິ ແລະ ຄໍາສັ່ງທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຫ້າວຫັນຢ່າງມີຜົນສໍາເລັດສູງ.

     ພິທີປາຖະກະຖາຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ສຳຄັນ, ເຊິ່ງຈະເປັນພື້ນຖານໃຫ້ແກ່ການສືບຕໍ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນກຳມະບານ ສວສສຊ ໃນຕໍ່ໜ້າ.

5

ຂຽນຂ່າວ ແລະ ຖ່າຍພາບ: ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ