ກອງປະຊຸມ “ເຜີຍແຜ່ການຄົ້ນຄວ້າ ແລະ ສົນທະນາທາງດ້ານນະໂຍບາຍ: ຜົນກະທົບທາງດ້ານເສດຖະກິດຈາກການແຕ່ງດອງໃນໄວເດັກໃນ ສປປ ລາວ”

1

     ໃນວັນທີ 10 ຕຸລາ 2025 ທີ່ໂຮງແຮມຄຣາວພາຊ່າ, ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ອົງການຢູນີເຊັບ ປະຈໍາ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມ “ເຜີຍແຜ່ຜົນການຄົ້ນຄວ້າ ແລະ ສົນທະນາທາງດ້ານນະໂຍບາຍກ່ຽວກັບຜົນກະທົບທາງດ້ານເສດຖະກິດຈາກການແຕ່ງດອງໃນໄວເດັກໃນ ສປປ ລາວ”, ໂດຍການເປັນປະທານຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ ແລະ ທ່ານ ບິນລາລ ອຸລັງ ເຊັບ ດູລານີ ຜູ້ຕາງໜ້າຈາກອົງການຢູນີເຊັບ ປະຈໍາ ສປປ ລາວ, ມີບັນດາທ່ານຈາກຂະແໜງສາທາລະນະສຸກ, ສະພາແຫ່ງຊາດ, ສຶກສາທິການ ແລະ ກິລາ, ການເງິນ, ແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນແມ່ຍິງ, ສູນກາງຊາວໜຸ່ມ, ຄູ່ຮ່ວມພັດທະນາ, ຊ່ຽວຊານ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 45 ທ່ານ. ຈຸດປະສົງກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລື ແລະ ສົນທະນາທາງດ້ານະໂຍບາຍທີ່ກ່ຽວຂ້ອງກັບການແຕ່ງດອງໃນໄວເດັກໃນ ສປປ ລາວ ເພື່ອຢຸດຕິການແຕ່ງດອງກ່ອນໄວຂອງເດັກ ໃນ ສປປ ລາວ ສະເໜີຕໍ່ລັດຖະບານໃນການວາງນະໂຍບາຍໃນຕໍ່ໜ້າ.

     ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ໄດ້ມີຄຳເຫັນກ່າວເປີດບາງຕອນວ່າ: ປັດຈຸບັນ ການແຕ່ງງານໃນໄວເດັກໃນຫຼາຍປະເທດທົ່ວໂລກມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ, ແຕ່ຫຼາຍພື້ນທີ່ຂອງ ສປປ ລາວ ການແຕ່ງງານໃນໄວເດັກຍັງກວມເອົາ 30.5% ກາຍເປັນບັນຫາສັງຄົມໜຶ່ງທີ່ໜ້າເປັນຫ່ວງ; ເດັກເຫຼົ່ານີ້ໄດ້ຮັບຜົນກະທົບມາຈາກຄວາມ ທຸກຍາກ, ຮີດຄອງປະເພນີ ແລະ ດ້ອຍໂອກາດທາງສັງຄົມ ທີ່ກໍ່ໃຫ້ເກີດຄວາມບໍ່ເທົ່າທຽມກັນທາງດ້ານເພດ, ການເຂົ້າເຖິງການສຶກສາ, ການປິ່ນປົວຮັກສາສຸຂະພາບ. ນອກຈາກນັ້ນ ຍັງສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດຄອບ ຄົວ, ສັງຄົມ ແລະ ປະເທດຊາດ. ສະແດງອອກໃນຜົນການສຶກສາຂອງຫຼາຍເມືອງຂອງແຂວງຜົ້ງສາລີ ແລະ ບໍລິຄໍາໄຊ ໃຫ້ເຫັນວ່າຕົ້ນທຶນທາງເສດຖະກິດທີ່ເກີດຂຶ້ນຈາກການແຕ່ງງານໄວ ແມ່ນການສູນເສຍໂອກາດການສຶກສາ ການຫຼຸດລົງຂອງຜົນຜະລິດຕະພັນພາຍໃນ ແລະ ການເພີ່ມຂຶ້ນຂອງຄ່າໃຊ້ຈ່າຍດ້ານສຸຂະພາບ ແລະ ສັງຄົມ. ສປປ ລາວ ໄດ້ມີຫຼາຍມາດຕະການກຳນົດເຂົົ້າຫຼາຍນະໂຍບາຍ ແລະ ແຜນງານ ເປັນຕົ້ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ, ຍຸດທະສາດການພັດທະນາເຍົາວະຊົນ ແລະ ໄວໜຸ່ມ, ແຜນປະຕິບັດງານແຫ່ງຊາດກ່ຽວກັບການຕ້ານ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ແຜນປະຕິບັດງານແຫ່ງຊາດກ່ຽວກັບແມ່ ແລະ ເດັກ, ນະໂຍບາຍທາງດ້ານປະຊາກອນ ແລະ ການພັດທະນາແຫ່ງຊາດ ແລະ ແຜນງານນາງນ້ອຍ ແຕ່ກໍຍັງບໍ່ສາມາດຢຸດຕິການແຕ່ງງານກ່ອນໄວ. ຜົນການຄົ້ນຄວ້ານີ້ ໄດ້ນໍາສະເໜີເຫດຜົນທາງດ້ານເສດຖະກິດທີ່ຊັດເຈນໃນການຢຸດຕິບັນຫາດັ່ງກ່າວ ແລະ ຍັງສະແດງໃຫ້ເຫັນການເຊື່ອມໂຍງລະຫວ່າງການຂາດແຄນໂອກາດດ້ານການສຶກສາ, ການຈຳກັດທາງເລືອກໃນຕະຫຼາດແຮງງານ, ບັນຫາທາງສັງຄົມ ແລະ ວົງຈອນແຫ່ງຄວາມທຸກຍາກທີ່ສືບຕໍ່ກັນໄປ.

     ກອງປະຊຸມໄດ້ຮັບຟັງການນໍາສະເໜີຜົນການຄົ້ນຄວ້າກ່ຽວກັບຜົນກະທົບທາງດ້ານເສດຖະກິດຈາກການແຕ່ງດອງໃນໄວເດັກໃນ ສປປ ລາວ, ການແຕ່ງດອງໃນໄວເດັກ ແລະ ການຖືພາຂອງໄວໝຸ່ມຢຸ່ ສປປ ລາວ ແລະ ການແຕ່ງດອງໃນໄວເດັກ:​ ຫຼຸດຜ່ອນວົງຈອນຂອງຄວາມທຸກຍາກ, ການປະລະການຮຽນ, ບັນຫາສຸຂະພາບ ແລະ ການສູນເສຍໂອກາດຂອງເດັກໃນ ສປປ ລາວ. ການວິເຄາະຜົນກະທົບທາງດ້ານເສດຖະກິດຂອງການແຕ່ງດອງຂອງເດັກນ້ອຍ ໃນ ສປປ ລາວ ສະແດງໃຫ້ເຫັນວ່າ: ເກືອບ 1/3 ຂອງແມ່ຍິງອາຍຸ 20-24 ປີ (30.5 %) ໄດ້ແຕ່ງດອງກ່ອນອາຍຸ 18 ປີ ເຊິ່ງເປັນອັດຕາທີ່ສູງທີ່ສຸດໃນບັນດາປະເທດສະມາຊິກອາຊຽນ. ການ​ແຕ່ງ​ດອງ​ຂອງ​ເດັກ​ແມ່ນ​ຕິດ​ພັນ​ກັບ​ການ​ເກີດ​ລູກ​ໄວ, ການ​ອອກ​ໂຮງ​ຮຽນ ແລະ ​ການ​ຫຼຸດ​ຜ່ອນ​ລາຍ​ຮັບ​ຕະຫຼອດ​ຊີ​ວິດ, ການປະ​ກອບ​ສ່ວນ​ເຂົ້າ​ໃນ​ຮອບ​ວຽນ​ຂອງ​ຄວາມ​ທຸກ​ຍາກ​ ແລະ​ ຄວາມ​ບໍ່​ສະ​ເໝີພາບ. ກອງ​ປະ​ຊຸມໄດ້​ພ້ອມກັນປຶກສາຫາລື ແລະ ສົນທະນາຕໍ່ກັບຜົນການ​ສຶກ​ສາ​ກ່ຽວ​ກັບ​ຜົນ​ກະ​ທົບ​ທາງ​ເສດ​ຖະ​ກິດ​ການ​ແຕ່ງ​ງານ​ໃນ​ໄວ​ເດັກ​ຢ່າງກົງໄປກົງມາ, ມີບັນຍາກາດ ແລະ ເປັນເອກະພາບສູງ.

     ໃນຕອນທ້າຍກອງປະຊຸມ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ໄດ້ກ່າວສະຫຼຸບວ່າ: ການແຕ່ງດອງໃນເດັກ ເຮັດໃຫ້ເດັກຍິງຂາດສິດທິໃນການສຶກສາ, ສຸຂະພາບ ແລະ ເສຍໂອກາດທາງສັງຄົມ. ການລົງທຶນໃນເດັກຍິງ ເປັນການສ້າງກໍາລັງແຮງງານໃນອະນາຄົດ ແລະ ການຂະຫຍາຍຕົວແບບຍືນຍົງຂອງ ສປປ ລາວ. ລັດຖະບານໄດ້ມຸ່ງຫມັ້ນທີ່ຈະເລັ່ງຄວາມພະຍາຍາມໃນທຸກຂະແໜງການ ເພື່ອຮັບປະກັນວ່າເດັກຍິງທຸກຄົນສາມາດບັນລຸຄວາມສາມາດຂອງຕົນ. ການ​ແຕ່ງດອງ​ຂອງ​ເດັກນ້ອຍ​ ເຮັດ​ໃຫ້​ ສປປ ລາວ ເສຍມູນຄ່າທາງເສດຖະກິດ​ເປັນ​ເງິນ​ຫຼາຍ​ 10 ​ລ້ານໂດ​ລາ​ຕໍ່​ປີ ໂດຍສະເພາະຈາກ​ການ​ສຶກສາ​ ແລະ​ ຜະລິດ​ຕະພັນ​ທີ່​ຫຼຸດ​ລົງ. ການຢຸດຕິການແຕ່ງດອງກ່ອນໄວສາມາດສ້າງຜົນປະໂຫຍດສູງ 41.2 ລ້ານໂດລາ ຫຼື 790 ຕື້ກີບໃນແຕ່ລະປີ; ໃນນີ້, ຜົນປະໂຫຍດຈາກການຫຼຸດຜ່ອນການອອກໂຮງ ຮຽນເທົ່າກັບ 21.9 ລ້ານໂດລາສະຫະລັດ ຫຼື 473 ຕື້ກີບ,  ຜົນປະໂຫຍດຈາກການຫຼຸດການຂາດສານອາຫານແບບຊໍາເຮື້ອໃນເດັກອາຍຸຕໍ່າກວ່າ 5 ປີ ເທົ່າກັບ 13.9 ລ້ານໂດລາສະຫະລັດ ຫຼື 299 ຕື້ກວ່າກີບ ແລະ ຜົນປະໂຫຍດຈາກການຫຼຸດອັດຕາການຕາຍຂອງເດັກຕໍ່າກວ່າ  5 ປີ ເທົ່າກັບ 5.4 ລ້ານໂດລາ ຫຼື 116 ຕື້ກວ່າກີບ.

     ທ່ານ ບິນລາລ ອຸລັງ ເຊັບ ດູລານີ ຜູ້ຕາງໜ້າຈາກອົງການຢູນີເຊັບ ປະຈໍາ ສປປ ລາວ ກ່າວມີຄຳເຫັນວ່າ: ໃນແຕ່ລະປີ ເດັກຍິງທີ່ໄດ້ຮັບການສຶກສາ ແລະ ຮຽນຈົບ ຈະສາມາດເພີ່ມລາຍຮັບຕະຫຼອດຊີວິດ ແລະ ເສີມສ້າງຊຸມຊົນຂອງເຂົາເຈົ້າໃຫ້ເຂັ້ມແຂງ ແລະ ຍືນຍົງ. ນອກຈາກດ້ານເສດຖະກິດ, ການສຶກສາແລ້ວ ເດັກຍິງທີ່ແຕ່ງດອງກ່ອນໄວອັນຄວນ ຍັງປະເຊີນກັບຄວາມສ່ຽງດ້ານສຸຂະພາບທີ່ສູງຂຶ້ນ, ໂອກາດທີ່ຈໍາກັດ ແລະ ອໍານາດໃນການຕັດສິນໃຈຕໍ່າ. ການ​ຢຸດຕິ​ການ​ແຕ່ງດອງ​ຂອງ​ເດັກ​ບໍ່​ພຽງ​ແຕ່​ແມ່ນ​ບຸລິມະສິດ​ດ້ານ​ສິດທິ​ມະນຸດ​ເທົ່າ​ນັ້ນ ແຕ່ມັນ​ຍັງ​ເປັນ​ການ​ລົງທຶນ​ທີ່​ດີ ​ເພື່ອ​ການພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ. ອົງການ UNICEF ພ້ອມສະໜັບສະໜູນລັດຖະບານ ແລະ ຄູ່ຮ່ວມງານ ເພື່ອປົກປ້ອງສິດທິຂອງເດັກຍິງ, ຂະຫຍາຍການເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ສົ່ງເສີມຄວາມສະເໝີພາບ ສຳລັບທຸກຄົນ.

2

ຂຽນຂ່າວ: ສຸລິຕາ ສຸກມົນຕີ

ຖ່າຍພາບ:  ຄໍາແສນ ໝື່ນຕາແສງ