ສວສສຊ ປຶກສາຫາທາງດ້ານວິຊາການ ຕໍ່ບັນຫາແຮງງານ ແລະ ອັດຕາແລກປ່ຽນ

ໃນຕອນເຊົ້າຂອງວັນທີ 19 ກັນຍາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປີດກອງປະຊຸມປຶກສາຫາລືທາງດ້ານວິຊາການ ພາຍໃຕ້ຫົວຂໍ້: ສະພາບບັນຫາແຮງງານໃນ ສປປ ລາວ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ໂດຍການເປັນປະທານຂອງ ທ່ານ ບົວສອນ ບຸບຜາວັນ, ອາດີດກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີ; ເຂົ້າຮ່ວມກອງປະຊຸມມີທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ; ມີບັນດາຫົວໜ້າສະຖາບັນຄົ້ນຄວ້າ ພ້ອມດ້ວຍທີມງານນັກຄົ້ນຄວ້າເຂົ້າຮ່ວມຈໍານວນໜຶ່ງ.


ກອງປະຊຸມໄດ້ຮັບຟັງການນໍາສະເໜີສະພາບການເຄື່ອນຍ້າຍແຮງງານໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດ; ສະ ພາບການຂາດແຄນແຮງງານ ແລະ ສະພາບການເໜັງຕີງຂອງອັດຕາແລກປ່ຽນໃນລາວ ເຊິ່ງເນື້ອໃນບາງຕອນກ່າວວ່າ: ເສດຖະກິດຂອງລາວລິເລີ່ມຟື້ນຕົວ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ເປັນປັດໄຈພື້ນຖານອັນສໍາຄັນ ເອື້ອອໍານວຍໃຫ້ແກ່ການພັດທະນາ, ການດໍາເນີນທຸລະກິດ, ການຜະລິດ ແລະ ການບໍລິການ; ໃນນັ້ນ ກໍາລັງແຮງງານຖືວ່າມີຄວາມສຳຄັນຫຼາຍ ໃນການປະກອບສ່ວນຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຫັນເປັນອຸດສາຫະກໍາທັນສະໄໝເທື່ອລະກ້າວ. ປັດຈຸບັນ, ສປປ ລາວ ລາວມີປະຊາກອນຢູ່ໃນເກນອາຍຸໄວອອກແຮງງານ ຈໍານວນ 5,3 ລ້ານຄົນ. ໃນນັ້ນ, ຜູ້ທີ່ມີວຽກເຮັດງານທໍາກວມເອົາ 2,4 ລ້ານຄົນ ຂອງກໍາລັງແຮງງານທັງໝົດ. ຢ່າງໃດກໍຕາມ ໃນໄລຍະ 2-3 ປີທີ່ຜ່ານມາ ເສດຖະກິດຂອງລາວຍັງມີຄວາມບອບບາງ ແລະ ປະເຊີນກັບຄວາມສ່ຽງຫຼາຍດ້ານ ທັງພາຍໃນ ແລະ ພາຍນອກ ເຊັ່ນ: ບັນຫາໄພເງິນເຟີ້, ອັດຕາແລກປ່ຽນ ແລະ ຄ່າຄອງຊີບທີ່ສູງຂຶ້ນ ເຮັດໃຫ້ຕະຫຼາດແຮງງານພາຍໃນຂະຫຍາຍຕົວຈໍາກັດ ຍ້ອນຄ່າຈ້າງແຮງງານທີ່ຕໍ່າບໍ່ດຸນດ່ຽງກັບຄ່າຄອງຊີບ ຈຶ່ງສົ່ງຜົນກະທົບໂດຍກົງຕໍ່ຜູ້ອອກແຮງງານ ເຮັດໃຫ້ໄວໜຸ່ມ-ໄວອອກແຮງງານຕັດສິນໃຈໄປຂາຍແຮງງານຕ່າງປະເທດສູງເຖິງ 500.000 ກວ່າຄົນ, ໃນປີ 2022-2024 ມີຈໍານວນຜູ້ອອກແຮງງານລົງທະບຽນທີ່ຜ່ານລະບົບທາງການປະມານ 255.700 ຄົນ ແລະ ປະ ມານ 96% ແມ່ນເຄື່ອນຍ້າຍໄປຂາຍແຮງງານຢູ່ປະເທດໄທ, 54% ຂອງແຮງງານແມ່ນເຮັດວຽກຢູ່ໃນຂະແໜງບໍລິການ.
ບັນດານັກຄົ້ນຄວ້າໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄໍາເຫັນຕໍ່ກັບສະພາບບັນຫາແຮງງານໃນ ລາວ ແລະ ການເໜັງຕີງຂອງອັດຕາແລກປ່ຽນຢ່າງກົງໄປກົງມາ, ມີການຄົ້ນຄວ້າ, ວິເຄາະ, ໄຈ້ແຍກ ແລະ ຕັ້ງຄໍາຖາມ ເພື່ອຊອກຫາວິທີການແກ້ໄຂສະເໜີຕໍ່ຂັ້ນເທິງ ນໍາໄປຈັດຕັ້ງຜັນຂະຫຍາຍເປັນນະໂຍບາຍ ແລະ ມາດຕະການໃຫ້ແທດ ເໝາະຕາມສະພາບການຕົວຈິງໃນຕໍ່ໜ້າ.
ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ