ສວສສຊ ສຳມະນາກ່ຽວກັບທ່າອ່ຽງເສດຖະກິດ ແລະ ການປ່ຽນແປງທາງການຄ້າຂອງພາກພື້ນ
ໃນວັນທີ 24 ຕຸລາ 2025 ທີ່ຜ່ານມານີ້, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້: ທ່າອ່ຽງເສດຖະກິດ ແລະ ການປ່ຽນແປງທາງການຄ້າຂອງພາກພື້ນ (Geoeconomics and Regional Trade Dynamics) ຂຶ້ນທີ່ໂຮງແຮມ ຄຣາວພາຣາຊ່າ ໂດຍສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຖານທູດອົດສະຕຣາລີປະຈໍາລາວ ແລະ ສະມາຄົມມິດຕະພາບລາວ-ອົດສະຕຣາລີ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ທ່ານ ນາງ ເມແກນ ຈອນສ (Megan Jones), ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມຂອງບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ມະຫາວິທະຍາໄລແຫ່ງຊາດ ແລະ ພາກເອກະຊົນເຂົ້າຮ່ວມ.
ພາຍໃນກອງປະຊຸມໄດ້ມີການນໍາສະເໜີທ່າອ່ຽງສະພາບເສດຖະກິດຂອງອາຊີ, ສະພາບເສດຖະກິດຂອງລາວ, ຕ່ອງໂສ້ມູນຄ່າເພີ່ມຂອງຂະແໜງການປຸງແຕ່ງໄມ້ລາວໃນພາກພື້ນ ແລະ ຜົນກະທົບຕ່າງໆຕໍ່ພາກພື້ນ ແລະ ສປປ ລາວ ຂອງບັນດານັກຄົ້ນຄວ້າສອງຝ່າຍ. ກອງປະຊຸມສົນທະນາປືກສາຫາລືກ່ຽວກັບສິ່ງທ້າທາຍໃນການເຊື່ອມໂຍງເສດຖະກິດສາກົນທີ່ບໍ່ມີຄວາມແນ່ນອນຢູູ່ໃນສາກົນ ແລະ ພາກພື້ນ ທີ່ເປັນສິ່ງທ້າທາຍຕໍ່ເສດຖະກິດໂລກ ເປັນຕົ້ນຄວາມຂັດແຍ່ງທາງດ້ານການທະຫານ, ຄວາມບໍ່ສະຫງົບໃນຂົງເຂດຕາເວັນອອກກາງ ແລະ ບັນຫາສົງຄາມການຄ້າທີ່ຮຸນແຮງຂຶ້ນ ຈາກນະໂຍບາຍການຄ້າຂອງປະເທດມະຫາອໍານາດ ທີ່ກະທົບຕໍ່ການຄ້າ ແລະ ການລົງທຶນຢູ່ໃນຫຼາຍຂົງເຂດ ລວມທັງ ສປປ ລາວ. ນອກຈາກນັ້ນ ຍັງມີສິ່ງທ້າທາຍທາງດ້ານການປ່ຽນແປງສະພາບດິນຟ້າອາກາດ ເຊັ່ນ: ໄພນໍ້າຖ້ວມ, ພາຍຸ ແລະ ແຜ່ນດິນໄຫວ. ສຳລັບ ສປປ ລາວ ໄດ້ຕັ້ງໜ້າແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາໜີ້ສິນ, ການເໜັງຕີງຂອງອັດຕາແລກປ່ຽນ ແລະ ບັນຫາລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ໄດ້ສ້າງຄວາມທ້າທາຍໃນການຄຸ້ມຄອງເສດຖະກິດມະຫາພາກພໍສົມຄວນ.
ໃນໂອກາດນີ້, ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືຄັ້ງນີ້ວ່າ: ການພົວພັນມິດຕະພາບລະຫວ່າງລາວ ແລະ ອົດສະຕຣາລີ ແມ່ນນັບມື້ນັບເຂັ້ມແຂງໃນຫຼາຍຂົງເຂດ ເຊັ່ນ: ດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ໂຄງການພັດທະນາອື່ນໆ. ໃນນັ້ນ, ການສ້າງຕັ້ງສະມາຄົມມິດຕະພາບລາວ-ອົດສະຕຣາລີ ໄດ້ເປັນກົນໄກໜຶ່ງທີ່ຂັບເຄື່ອນການຮ່ວມມືພົວພັນມິດຕະພາບລາວ-ອົດສະຕຣາລີ ຜ່ານການເຄື່ອນໄຫວກິດຈະກຳຈຳນວນໜຶ່ງໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ສະນັ້ນ, ການຈັດກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ເປັນອີກການຮ່ວມມືໜຶ່ງໃນດ້ານການແລກປ່ຽນຄວາມຮູ້ວິຊາການຂອງສອງຝ່າຍ ເຊິ່ງຈະໄດ້ເສີມຂະຫຍາຍໃຫ້ມີຄວາມຮອບດ້ານຍິ່ງໆຂຶ້ນໃນຕໍ່ໜ້າ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ