ຄະນະນຳ ສວສສຊ ວາງພວງມາລາໄວ້ອາໄລເຖິງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2025 ທີ່ຜ່ານມາ, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ນາງ ປອ. ແກ້ວວິວອນ ອຸດທະຈັກ ຄະນະພັກ, ຮອງປະທານສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນຳພາຄະນະ ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 20 ພຶດສະພາ 2025 ຜ່ານມາ.


ສະຫາຍ ເຈິ່ນ ດຶກ ເລືອງ ແມ່ນການນຳຂັ້ນສູງ ຂອງ ສສ. ຫວຽດນາມ, ເຄີຍດຳລົງຕໍາແໜ່ງຮອງປະທານ ສະພາຜູ້ແທນລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ປະທານປະເທດ ແຫ່ງ ສສ. ຫວຽດນາມ; ເປັນຜູ້ແທນສະ ພາແຫ່ງຊາດ ຊຸດທີ VII, VIII, X; ເປັນກຳມະການສູນກາງພັກສະໄໝທີ V (ສຳຮອງ),VI, VII, VIII, IX; ເປັນກໍາມະການຄະນະປະຈໍາກົມການເມືອງສະໄໝທີ VIII ແລະ ກໍາມະການກົມການເມືອງສະໄໝທີ IX. ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງຮອບດ້ານ ແລະ ໝັ້ນຄົງທະນົງແກ່ນຕະຫຼອດມາຮອດປັດຈຸບັນ.
ໃນໂອກາດນີ້, ສະຫາຍ ນາງ ປອ. ແກ້ວວິວອນ ອຸດທະຈັກ ໄດ້ຂຽນປື້ມໄວ້ອາໄລເພື່ອສະແດງຄວາມເສົ້າສະຫຼົດໃຈ ເຊິ່ງມີເນື້ອໃນ ຄື: ຂ້າພະເຈົ້າຕາງໜ້າຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍສະແດງຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປ ໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ການຈາກໄປຂອງສະຫາຍ ໄດ້ນຳເອົາຄວາມໂສກເສົ້າເສຍໃຈແກ່ຄອບຄົວ, ຍາດພີ່ນ້ອງ ແລະ ພັກ-ລັດ, ປະຊາຊົນຫວຽດນາມ ສະຫາຍແມ່ນເພື່ອນມິດ ທີ່ໃກ້ຊິດສະໜິດສະໜົມ ແລະ ເພື່ອນທີ່ຮັກແພງຂອງພັກ-ລັດ ແລະ ປະຊາຊົນລາວ. ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍແບ່ງເບົາຄວາມໂສກເສົ້າ, ສະຫຼົດໃຈມາຍັງຄອບຄົວ, ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສະຫາຍໄປສູ່ສຸຄະຕິ ດ້ວຍເທີ້ນ.


ຂຽນຂ່າວ:ເພັດທະນູໄຊ ວົງຍະໄຊ
ຖ່າຍພາບ: ວິໄຈ ເດດວົງສອນ