ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ

ຕອນເຊົ້າວັນທີ 30 ເມສາ 2025 ທີ່ຜ່ານມາ ຢູ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ. ສາຍຄໍາ ວໍລະເດດ ເລຂາໜ່ວຍພັກ ຫ້ອງການຄຸ້ມຄອງວິທະຍາສາດ; ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ບັນດາຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງ, ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 28 ສະຫາຍ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຫ້ອງການຄຸ້ມຄອງ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ແລະ ບົດປະກອບຄໍາເຫັນຢ່າງພາວະວິໄສ ຈຶ່ງເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກໍານົດໃວ້ໃນກົດລະບຽບຂອງພັກ ແລະ ໄດ້ເອກະພາບເລືອກເອົາ ສະຫາຍ ປອ. ສາຍຄໍາ ວໍລະເດດ ເປັນເລຂາໜ່ວຍພັກ; ສະຫາຍ ນາງ ວິໄລວັນ ອຸດົມ ເປັນຮອງເລຂາ ແລະ ສະຫາຍ ນາງ ສິນລາວັນ ອຸດຕະມະວິຈິດ ເປັນກໍມະການໜ່ວຍພັກ ທັງເປັນປະທານກວດກາ.

ໃນໂອກາດອັນສໍາຄັນນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຊຸດໃໝ່ຂອງຫ້ອງການຄຸ້ມຄອງວິທະຍາສາດ ຕ້ອງ ເພີ່ມທະວີ ແລະ ຖືສໍາຄັນການດຳເນີນວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ເຂັ້ມແຂງຂຶ້ນ ກວ່າເກົ່າ, ເຂັ້ມງວດໃນການຕິດຕາມປະເມີນຜົນໂຄງການຄົ້ນຄວ້າ, ຊຸກຍູ້ອຳນວຍຄວາມສະດວກໃຫ້ການຕິບັດ ວຽກງານຄົ້ນຄວ້າວິທະຍາສາດຂອງ ສວສສຊ ໃຫ້ສໍາເລັດໜ້າຕາມແຜນການທີ່ວາງໄວ້, ມີຄຸນນະພາບ, ເປັນປະ ໂຫຍດຕໍ່ສັງຄົມ ແລະ ປະທດຊາດ. ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ ຫ້ອງການຄຸ້ມຄອງວິທະຍາສາດ ຈົ່ງເຊີດຊູສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ຈຶ່ງຈະສາມາດເຮັດໃຫ້ວຽກງານຫ້ອງການຄຸ້ມຄອງວິທະຍາສາດ ມີການຫັນ ປ່ຽນຢ່າງຕັ້ງໜ້າ ທັງເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍພັກຫ້ອງການຄຸ້ມຄອງວິທະຍາສາດ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍດ້ວຍຄວາມຮັບຜິດຊອບສູງ.

ຂຽນຂ່າວ: ພວງດພັດ ຈັນທະລີວົງ
ຖ່າຍພາບ: ມຸນິນ ພົນສັກດາ