ສວສສຊ ມອບປື້ມໃຫ້ກະຊວງປ້ອງກັນຄວາມສະຫງົບ

ເພື່ອຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ສັງຄົມໄດ້ຮັບຮູ້ ແລະ ສົ່ງເສີມການອ່ານໃຫ້ມີຄວາມຫຼາກຫຼາຍ, ກວ້າງຂວາງ ແລະ ເຂົ້າເຖິງສະດວກ. ໃນວັນທີ 14 ຕຸລາ 2025 ທີ່ຜ່ານມາ, ສະຫາຍ ເພັດໃສ ເພຍເທບ, ຄະນະພັກ ສວສສຊ, ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນຳເອົາປື້ມ, ວາລະສານ ແລະ ສິ່ງພິມຕ່າງໆ ຈໍານວນ 1853 ຫົວ ໄປມອບໃຫ້ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ກະຊວງປ້ອງກັນຄວາມສະຫງົບ. ໃນໂອກາດນີ້, ສະຫາຍ ພົຈວ ປອ. ຄຳແຝງ ວັນດີໄຊ ຄະນະພັກກະຊວງ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ໄດ້ກ່າວຮັບ ແລະ ສະແດງຄວາມຂອບໃຈມາຍັງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ນຳເອົາປື້ມຈຳນວນດັ່ງກ່າວ ທີ່ມີຄຸນຄ່າສູງ ຖືວ່າເປັນສົມບັດທາງປັນຍາອັນລ້ຳຄ່າ ມາມອບໃຫ້ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນຳເອົາປື້ມດັ່ງກ່າວໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍຈະຮີບໂຮມໄວ້ໃນຫໍສະໝຸດ ປກສ ເພື່ອໃຫ້ພະນັກງານ-ນັກຣົບໃນຖັນແຖວ ປກສ ແລະ ປັນຍາຊົນທົ່ວໄປໄດ້ມາຄົ້ນຄວ້າສຶກສາຮ່ຳຮຽນ. ໃນຕອນທ້າຍ ທັງສອງຝ່າຍໄດ້ຖ່າຍຮູບຮ່ວມກັນ ແລະ ຈະເພິ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟັນຂຶ້ນກວ່າເກົ່າໃນຕໍ່ໜ້າ.

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ
ຖ່າຍພາບ: ທະນົງສຸກ ບຸນປະເສີດ