ສວສສຊ ສຳເລັດການຝຶກອົບຮົມ ວິທີວິທະຍາການນໍາໃຊ້ສະຖິຕິພື້ນຖານເຂົ້າໃນການຄົ້ນຄວ້າ

1

     ໃນລະຫວ່າງວັນທີ 6-14 ຕຸລາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ສຳ ເລັດຊຸດຝຶກອົບຮົມສໍາລັບນັກຄົ້ນຄວ້າໜຸ່ມ ຊຸດທີ II; ໃຫ້ກຽດເປັນປະທານກ່າວເປີດຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ ແລະ ໃຫ້ກຽດກ່າວປິດຂອງ ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານ ສວສສຊ; ມີບັນດານັກສໍາມະນາກອນຈາກສະຖາບັນຄົ້ນຄວ້າອ້ອມຂ້າງ ສວສສຊ ເຂົ້າຮ່ວມ ຈໍານວນ 24 ທ່ານ.

2

     ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນແນ່ໃສ່ສົ່ງເສີມຄວາມອາດສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ, ກໍ່ຄືບັນດານັກຄົ້ນຄວ້າໄວໜຸ່ມຂອງ ສວສສຊ ໃຫ້ມີທັກສະ, ຂີດຄວາມສາມາດທາງດ້ານການຂີດຂຽນບົດຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຢ່າງມີປະສິດທິພາບ, ​ປະສິດທິຜົນ ແລະ ຄຸນນະພາບທີ່ສູງຂຶ້ນ, ເຊິ່ງການຝຶກອົບຮົມກໍ່ແມ່ນວຽກງານໜຶ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນ ສໍາລັບຂະບວນການຮຽນຮູ້ໃນບັນດາຫຼັກການຕ່າງໆ ຂອງການຄົ້ນຄວ້າວິທະຍາສາດ ພ້ອມທັງເປັນການສ້າງຄັງຄວາມຮູ້, ຄວາມເຂົ້າໃຈໃຫ້ເລິກເຊິ່ງໃນການເຮັດວຽກຕົວຈິງຂອງນັກຄົ້ນຄວ້າໄວໜຸ່ມຂອງ ສວສສຊ; ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ ຫ້າວຫັນແລກປ່ຽນຄໍາຄິດເຫັນ ແລະ ຕັ້ງຄໍາຖາມເຈາະຈີ້ມຖ້າຫາກບັນຫາໃດບໍ່ເຂົ້າໃຈ, ໂດຍອີງໃສ່ບົດຮຽນຕົວຈິງທີ່ໄດ້ປະຕິບັດຢ່າງສ້າງສັນ ແລະ ກົງໄປກົງມາ ສາມາດກໍາແໜ້ນເນື້ອໃນບົດຮຽນ ແລະ ສາມາດນໍາເອົາໄປໃຊ້ເຂົ້າໃນພຶດຕິກໍາຕົວຈິງ ໂດຍສະເພາະການຂຽນໂຄງການຄົ້ນຄວ້າ ໃຫ້ມີປະສິດທິພາບທີ່ສູງຂຶ້ນກວ່າເກົ່າ.

     ຊຸດຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການເກັບກໍາ ແລະ ສ້າງຖານຂໍ້ມູນດ້ານປະລິ ມານ; ການວິເຄາະຂໍ້ມູນແບບພັນລະນາ; ທິດສະດີການປະເມີນຄ່າ; ການທົດສອບສົມມຸດຕິຖານ; ການວິເຄາະຄວາມສໍາພັນ ແລະ ການວິເຄາະເສັ້ນທົດຖອຍແບບງ່າຍດາຍ, ມີການນຳສະເໜີໂຄງຮ່າງບົດສະເໜີການຄົ້ນຄວ້າ, ນັກສໍາມະນາກອນໄດ້ປະຕິບັດຕົວຈິງໃນການຂຽນບົດສະເໜີຫົວຂໍ້ໂຄງການຄົ້ນຄວ້າ ແລະ ມີການແບ່ງກຸ່ມຄົ້ນຄວ້າ ພ້ອມທັງຂຶ້ນນໍາສະເໜີຜົນງານຂອງກຸ່ມຕົນ;

     ທ່ານ ໄຊສົງຄາມ ມະໂນທັມ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນມີຄວາມຈຳເປັນ ແລະ ສຳຄັນເປັນຢ່າງຍິ່ງ, ທັງເປັນການສົ່ງເສີມທັກສະການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ໃຫ້ມີຄຸນນະພາບທີ່ດີຂຶ້ນເທື່ອລະກ້າວ ໂດຍສະເພາະແມ່ນການເສີມສ້າງຄວາມອາດສາມາດໃຫ້ບັນດານັກຄົ້ນຄວ້າໜຸ່ມ ພາຍໃນ ສວສສຊ ໃຫ້ໄດ້ຮັບຮູ້ເຖິງຂະບວນການຄົ້ນຄວ້າ ແລະ ບັນດາໂປຣແກມ ທີ່ນໍາມາໃຊ້ສຳລັບການວິເຄາະຂໍ້ມູນຕ່າງໆ ທີ່ເປັນປະໂຫຍດໃຫ້ແກ່ຜົນຂອງການຄົ້ນຄວ້າ. ບັນດານັກສໍາມະນາກອນ ສາມາດຮັບຮູ້, ເຂົ້າໃຈ ແລະ ກຳໄດ້ເຖິງບົດຮຽນຕ່າງໆທີ່ກ່າວມານັ້ນ ເພື່ອນໍາໄປໝູນໃຊ້ເຂົ້າໃນການຄົ້ນຄວ້າໃນຂົງເຂດທີ່ກ່ຽວຂ້ອງກັບສະຖາບັນຄົ້ນຄວ້າຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ໃນຕອນທ້າຍຂອງພິທີ ທ່ານຍັງໄດ້ໃຫ້ກຽດມອບມອບໃບຢັ້ງຢືນໃຫ້ກັບນັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມອີກດ້ວຍ.

3
4

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມຸນິນ ພົນສັກດາ