ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
LAO ACADEMY OF SOCIAL AND ECONOMIC SCIENCES
ໃນຕອນບ່າຍຂອງວັນທີ 23 ຕຸລາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ບຸນສີ ພຸດທະວົງ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ ໄດ້ຕ້ອນຮັບ ທ່ານ ນາງ ຕ້ວນ ຢຽນນານ (Mrs. Duan Yanna) ຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມສາດ ແຂວງຢູນນານ, ສປ. ຈີນ ພ້ອມຄະນະທີ່ໄດ້ເດີນທາງມາພົບປະແລກປ່ຽນບົດຮຽນທາງດ້ານວິຊາການຢູ່ ສປປ ລາວ.
ໃນໂອກາດນີ້ ທັງສອງຝ່າຍໄດ້ໄດ້ປຶກສາຫາລືເຖິງບັນຫາສໍາຄັນກ່ຽວກັບສະພາບປະຊາກອນ ແລະ ນະໂຍບາຍປະຊາກອນຂອງລາວ; ການຮ່ວມມືດ້ານການສຶກສາລະຫວ່າງຈີນ-ລາວ; ຜົນກະທົບຂອງການເປີດນຳໃຊ້ທາງລົດໄຟຈີນ-ລາວ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ເຊິ່ງເປັນໂຄງການສັນຍາລັກຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທັນສະໄໝເຊື່ອມຕໍ່ສອງປະເທດ; ສະພາບການດຳເນີນທຸລະກິດ ແລະ ການຈ້າງງານຂອງວິສາຫະກິດຈີນໃນລາວ ທີ່ນັບມື້ນັບເຂົ້າມາລົງທຶນ ແລະ ດຳເນີນທຸລະກິດໃນລາວ. ພ້ອມນັ້ນ ຍັງມີຄວາມສົນໃຈຕໍ່ການແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ສະໜອງຂໍ້ມູນຂ່າວ ສານການຄົ້ນຄວ້າທາງວິຊາການໃນອະນາຄົດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ; ເຊື່ອໝັ້ນຢ່າງຍິ່ງວ່າສອງສະຖາບັນຄົ້ນຄວ້າຈະສາມາດມີບົດບາດຢ່າງຕັ້ງໜ້າຫຼາຍຂຶ້ນໃນການສົ່ງເສີມການຮ່ວມມືທາງວິຊາການລະຫວ່າງລາວ-ຈີນ ແລະ ເສີມຂະຫຍາຍສາຍພົວພັນຂອງສອງປະເທດໃຫ້ສູງຂຶ້ນ.
ຂຽນຂ່າວ ແລະ ຖ່າຍພາບ: ມູນນິນ ພົນສັກດາ