ໜ່ວຍພັກສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ 3 ຕຶກການນໍາ ສວສສຊ ໂດຍການເປັນປະທານຂອງ ສະຫາຍ ປອ. ວິໄລວອນ ພົມມະຈັນ, ເລຂາໜ່ວຍພັກສະຖາບັນຄົ້ນຄວ້າປະ ຫວັດສາດ ແລະ ບູຮານວິທະຍາ; ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈໍາ, ກໍາມະການຄະ ນະພັກ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ບັນດາຜູ້ຕາງໜ້າຈາກໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 30 ສະຫາຍ.

ກອງປະຊຸມໄດ້ຮັບຟັງ ແລະ ຕີລາຄາຮອບດ້ານຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ຢ່າງພາວະວິ ໄສ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂຂອງກົດລະບຽບພັກສະໄໝທີ XI. ກອງປະຊຸມໄດ້ເອກະພາບເລືອກເອົາ ສະຫາຍ ປອ. ວິໄລວອນ ພົມມະຈັນ ເປັນເລຂາໜ່ວຍພັກ; ສະຫາຍ ວົງເດືອນ ລາດຊະວົງ ເປັນຮອງເລຂາ ແລະ ສະຫາຍ ອານາຈັນ ສຸກັນຍາ ເປັນກໍມະການໜ່ວຍພັກ ທັງເປັນປະທານກວດກາ.

ເນື່ອງໃນໂອກາດມີຄວາມໝາຍອັນສໍາຄັນນີ້ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ຄະນະໜ່ວຍພັກຊຸດໃໝ່ຂອງສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ ຕ້ອງໄດ້ເອົາໃຈໃສ່ເຊີດຊູ ແລະ ຍົກສູງບົດບາດການນໍາຂອງພັກໃຫ້ສູງຂຶ້ນ, ສະມາ ຊິກພັກທຸກສະຫາຍຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ສົມຄູ່ກັບໜ້າທີ່ການເມືອງ ແລະ ສາມາດນໍາພາປະຕິບັດວຽກງານຂອງໜ່ວຍພັກໃຫ້ສໍາເລັດຕາມແຜນທີ່ວາງໄວ້; ຄະນະພັກຊຸດໃໝ່ຕ້ອງເປັນຄັນທຸງນໍາໜ້າໃນການນໍາພາຕາມຫຼັກການລວມສູນປະຊາທິປະໄຕ, ມີການແບ່ງງານແບ່ງຄວາມຮັບຜິດ ຊອບຢ່າງຈະແຈ້ງ, ເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກຂອງລັດທີ່ໄດ້ວາງອອກ; ຖືເອົາຄວາມສາມັກຄີເປັນພື້ນຖານໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ການກະທໍາ ແລະ ການຈັດຕັ້ງ ໂດຍປະຕິບັດຕາມມະຕິພັກໄດ້ວາງອອກຢ່າງເຂັ້ມງວດ; ປະຕິບັດການຕໍານິຕິຊົມຕົນເອງ ເພື່ອກໍ່ສ້າງສະມາຊິກພັກ, ໜ່ວຍພັກໃຫ້ປອດໃສ ເຮັດມີການນໍາພາທີ່ເຂັ້ມແຂງ, ເພີ່ມທະວີການປ້ອງກັນໜ່ວຍພັກ ແລະ ຖືເອົາວຽກງານແນວຄິດເປັນສະໜາມຮົບ ແລະ ສອດຫ້ອຍໃນທຸກສ່ວນຂອງວຽກງານຂອງອົງການຈັດຕັ້ງພັກ; ໃນດ້ານວຽກງານວິຊາສະເພາະ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ການປະຕິບັດສິດໜ້າທີ່ ແລະ ພາລະບົດບາດຂອງຕົນ ໂດຍສະເພາະສຸມໃສ່ການຄົ້ນຄວ້າວິທະຍາສາດໃຫ້ພົ້ນເດັ່ນຂຶ້ຶ້ນ. ໃນນັ້ນ ໃຫ້ເອົາໃຈໃສ່ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ສູງຂຶ້ນ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ; ຍົກສູງບົດບາດຂອງ ສວສສຊ ໃຫ້ສູງຂຶ້ນ ແລະ ມີຜົນງານທີ່ມີຄຸນນະພາບອອກສູ່ສັງຄົມພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ນໍາເອົາເນື້ອໃນມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ສະມາຊິກພັກພະນັກງານຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ໄວ້

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ