Month: ເດືອນກັນຍາ 2025

1

ສວສສຊ ພົບປະແລກປ່ຽນບົດຮຽນກັບຄະນະຜູ້ແທນ ສສ. ຫວຽດນາມ

1

     ກອງປະຊຸມພົບປະແລກປ່ຽນ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບ ຄະນະຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ. ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ກັນຍາ 2025 ທີ່ ສວສສຊ. ຝ່າຍລາວນຳໂດຍ ປອ. ສາຍຄຳ ວໍລະເດດ ກຳມະການຄະນະພັກ, ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນຳໂດຍ ສະຫາຍ ຫງວຽນ ແມ່ງ ດົງ ຮອງຜູ້ອຳນວຍການວິທະຍາຄານການທູດ ກະຊວງການຕ່າງປະເທດ ສສ. ຫວຽດນາມ ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ເຂົ້າຮ່ວມ.

2
3

     ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນທັດສະນະທາງດ້ານນະໂຍບາຍການຕ່າງປະເທດຂອງ ລາວຕໍ່ຜົນກະທົບຈາກສະພາບການພາກພື້ນ ແລະ ໂລກ ຕໍ່ບັນຫາດ້ານຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ ລວມທັງບັນຫາທະເລຈີນໃຕ້ ໃນປັດຈຸບັນ; ທັງສອງຝ່າຍໄດ້ສົນທະນາລົງເລິກໃນຫຼາຍບັນທີ່ສຳຄັນເປັນຕົ້ນແມ່ນການ​ແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ຂອງ​ຈີນ, ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​, ບົດ​ບາດ ແລະ​ ການ​ພົວ​ພັນ​​ລະ​ຫວ່າງບັນ​ດາ​ປະ​ເທດປານ​ກາງ​ກັບ​ອາ​ຊີ​ຕາເວັນ​ອອກ​ສ່ຽງ​ໃຕ້; ບັນ​ຫາ​ທະ​ເລ​ຈີນ​ໃຕ້, ການ​ຮ່ວມ​ມືແມ່​ນ້ຳ​ຂອງ ແລະ ການ​ພົວ​ພັນຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງລາວ-ຫວຽດ​ນາມ ໃນ​ຂົງ​ເຂດ​ຕ່າງໆ. ໃນໂອກາດນີ້ ຕາງໜ້າຜູ້ແທນຝ່າຍລາວ ໄດ້ຢັ້ງຢືນຢ່າງໜັກແໜ້ນ ສປປ ລາວ ຍຶດໝັ້ນແນວທາງການຕ່າງເທດໃນການສ້າງສັນຕິພາບ, ເອກກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການພົວພັນຮ່ວມມືແບບສອງຝ່າຍ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດນຳ “ເພີ່ມມິດຫລຸດຜ່ອນສັດຕູ” ເວົ້າລວມ, ເວົ້າສະເພາະກໍຄືການຍົກລະດັບ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ, ຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

1

ສວສສຊ ປຶກສາຫາທາງດ້ານວິຊາການ ຕໍ່ບັນຫາແຮງງານ ແລະ ອັດຕາແລກປ່ຽນ

1

     ໃນຕອນເຊົ້າຂອງວັນທີ 19 ກັນຍາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປີດກອງປະຊຸມປຶກສາຫາລືທາງດ້ານວິຊາການ ພາຍໃຕ້ຫົວຂໍ້: ສະພາບບັນຫາແຮງງານໃນ ສປປ ລາວ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ໂດຍການເປັນປະທານຂອງ ທ່ານ ບົວສອນ ບຸບຜາວັນ, ອາດີດກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີ; ເຂົ້າຮ່ວມກອງປະຊຸມມີທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງເລຂາຄະນະພັກ,​ ຮອງປະທານ ສວສສຊ; ມີບັນດາຫົວໜ້າສະຖາບັນຄົ້ນຄວ້າ ພ້ອມດ້ວຍທີມງານນັກຄົ້ນຄວ້າເຂົ້າຮ່ວມຈໍານວນໜຶ່ງ.

02
3

     ກອງປະຊຸມໄດ້ຮັບຟັງການນໍາສະເໜີສະພາບການເຄື່ອນຍ້າຍແຮງງານໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດ; ສະ ພາບການຂາດແຄນແຮງງານ ແລະ ສະພາບການເໜັງຕີງຂອງອັດຕາແລກປ່ຽນໃນລາວ ເຊິ່ງເນື້ອໃນບາງຕອນກ່າວວ່າ: ເສດຖະກິດຂອງລາວລິເລີ່ມຟື້ນຕົວ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ເປັນປັດໄຈພື້ນຖານອັນສໍາຄັນ ເອື້ອອໍານວຍໃຫ້ແກ່ການພັດທະນາ, ການດໍາເນີນທຸລະກິດ, ການຜະລິດ ແລະ ການບໍລິການ; ໃນນັ້ນ ກໍາລັງແຮງງານຖືວ່າມີຄວາມສຳຄັນຫຼາຍ ໃນການປະກອບສ່ວນຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຫັນເປັນອຸດສາຫະກໍາທັນສະໄໝເທື່ອລະກ້າວ. ປັດຈຸບັນ, ສປປ ລາວ ລາວມີປະຊາກອນຢູ່ໃນເກນອາຍຸໄວອອກແຮງງານ ຈໍານວນ 5,3 ລ້ານຄົນ. ໃນນັ້ນ, ຜູ້ທີ່ມີວຽກເຮັດງານທໍາກວມເອົາ 2,4 ລ້ານຄົນ ຂອງກໍາລັງແຮງງານທັງໝົດ. ຢ່າງໃດກໍຕາມ ໃນໄລຍະ 2-3 ປີທີ່ຜ່ານມາ ເສດຖະກິດຂອງລາວຍັງມີຄວາມບອບບາງ ແລະ ປະເຊີນກັບຄວາມສ່ຽງຫຼາຍດ້ານ ທັງພາຍໃນ ແລະ ພາຍນອກ ເຊັ່ນ: ບັນຫາໄພເງິນເຟີ້, ອັດຕາແລກປ່ຽນ ແລະ ຄ່າຄອງຊີບທີ່ສູງຂຶ້ນ ເຮັດໃຫ້ຕະຫຼາດແຮງງານພາຍໃນຂະຫຍາຍຕົວຈໍາກັດ ຍ້ອນຄ່າຈ້າງແຮງງານທີ່ຕໍ່າບໍ່ດຸນດ່ຽງກັບຄ່າຄອງຊີບ ຈຶ່ງສົ່ງຜົນກະທົບໂດຍກົງຕໍ່ຜູ້ອອກແຮງງານ ເຮັດໃຫ້ໄວໜຸ່ມ-ໄວອອກແຮງງານຕັດສິນໃຈໄປຂາຍແຮງງານຕ່າງປະເທດສູງເຖິງ 500.000 ກວ່າຄົນ, ໃນປີ 2022-2024 ມີຈໍານວນຜູ້ອອກແຮງງານລົງທະບຽນທີ່ຜ່ານລະບົບທາງການປະມານ  255.700 ຄົນ ແລະ ປະ ມານ 96% ແມ່ນເຄື່ອນຍ້າຍໄປຂາຍແຮງງານຢູ່ປະເທດໄທ,  54% ຂອງແຮງງານແມ່ນເຮັດວຽກຢູ່ໃນຂະແໜງບໍລິການ.

     ບັນດານັກຄົ້ນຄວ້າໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄໍາເຫັນຕໍ່ກັບສະພາບບັນຫາແຮງງານໃນ ລາວ ແລະ ການເໜັງຕີງຂອງອັດຕາແລກປ່ຽນຢ່າງກົງໄປກົງມາ, ມີການຄົ້ນຄວ້າ, ວິເຄາະ, ໄຈ້ແຍກ ແລະ ຕັ້ງຄໍາຖາມ ເພື່ອຊອກຫາວິທີການແກ້ໄຂສະເໜີຕໍ່ຂັ້ນເທິງ ນໍາໄປຈັດຕັ້ງຜັນຂະຫຍາຍເປັນນະໂຍບາຍ ແລະ ມາດຕະການໃຫ້ແທດ ເໝາະຕາມສະພາບການຕົວຈິງໃນຕໍ່ໜ້າ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ 

_MG_0088

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II
ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

_MG_0088

     ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນ, ວັນທີ 03 ກັນຍາ 2025 ແລະ ດໍາເນີນເປັນເວລາ 1 ວັນເຕັມ, ໂດຍຈັດຂຶ້ນຢູ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການສູນກາງພັກ, ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດໂດຍການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ, ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ຄະນະປະຈໍາພັກ, ກຳມະການຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພົວພັນການຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດຈຳນວນ 183ສະຫາຍ, ຍິງ 75 ສະຫາຍ. ໃນນີ້ ມີຜູ້ແທນກອງປະຊຸມ 148 ສະຫາຍ, ຍິງ 65 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການປະຫວັດສາດໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຂອງການຈັດຕັ້ງນໍາພາວຽກງານຮອບດ້ານ ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນການທົບທວນຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກຂອງລັດໃນຊຸມປີຕໍ່ໜ້າ.

     ກອງປະຊຸມໃຫຍ່ໄດ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບສູງໃນການຄົ້ນຄວ້າບັນຫາສຳຄັນ ແລະ ຕົກລົງຮັບຮອງຢ່າງເອກະສັນ ທີ່ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ ເຊິ່ງໄດ້ຕີລາຄາຜົນສຳເລັດ, ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ໄລຍະຜ່ານມາ ເປັນຕົ້ນການຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ ສປປ ລາວ, ການແກ້ໄຂສະພາບເງິນເຟີ້ ແລະ ການເໜັງຕີງຂອງອັດຕາແລກປ່ຽນ, ການຕິດຕາມສະພາບເສດຖະກິດມະຫາພາກຂອງ ສປປ ລາວ, ໂຄງການຄົ້ນຄວ້າຂອງສະພາທິດສະດີສູນກາງພັກ, ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ທີ່ນອນໃນພາລະບົດບາດຂອງສະຖາບັນ ຈຳນວນ 81 ຫົວຂໍ້ (ໂຄງການ) ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນ ໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕໍ່ວຽກງານຄົ້ນຄວ້າວິທະຍາສາດເທື່ອລະກ້າວໃນຊຸມປີຂ້າງໜ້າ. ໄປຄຽງຄູ່ກັນ ກອງປະຊຸມຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາ-ຊີ້ນໍາຂອງຄະນະພັກ ເຊິ່ງເຮັດໃຫ້ວຽກງານຈຸດສຸມບາງດ້ານບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ເພື່ອຍູ້ແຮງການຫັນປ່ຽນຢ່າງຕັ້ງໜ້າ ກອງປະຊຸມໄດ້ຮັບຮອງເອົາບົດຮຽນທີ່ສຳຄັນຈາກພຶດຕິກຳຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ ເປັນຕົ້ນແມ່ນການຍົກສູງຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ການປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນ ແລະ ເປັນລະບົບ, ມີການບໍາລຸງກໍ່ສ້າງສືບທອດປ່ຽນແທນຢ່າງເໝາະສົມ; ການປັບປຸງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດຕ້ອງສົມທົບແໜ້ນລະຫວ່າງການຈັດຕັ້ງປະຕິບັດໂຄງການຢ່າງເຂັ້ມງວດ ກັບການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງນັກຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນໄກທີ່ເໝາະສົມ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເປັນເຈົ້າຕົນເອງ; ມີການຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນຄວ້າທີ່ມີຄວາມເຂັ້ມແຂງ ສາມາດສະໜອງຂໍ້ມູນຂ່າວສານ, ຜົນງານຄົ້ນຄວ້າ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງຂວາງຍິ່ງຂຶ້ນ ຮັບປະກັນໃຫ້ສະຖາບັນກາຍເປັນຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ.

ປະທານ3
IMG_7605
IMG_3488

     ກອງປະຊຸມໄດ້ຮັບຟັງລາຍງານ ແລະ ບົດປະກອບຄຳເຫັນຈາກຜູ້ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກຂົງເຂດການຄົ້ນຄວ້າ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ. ການລາຍງານ ແລະ ປະກອບຄຳຄິດເຫັນສ່ວນຫຼາຍໄດ້ລົງເລິກ ລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ແລະ ເປັນເອກະພາບຕໍ່ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ເຂົ້າໃນຂົງເຂດການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 13 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ, ຍິງ 2 ສະຫາຍ; ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປັນເອກະສັນກັນເລືອກເອົາເລຂາ, ຮອງເລຂາຄະນະພັກ ດັ່ງນີ້: ເລືອກເອົາ

 (1) ສະຫາຍ ປອ. ກອງແກ້ວ ໄຊສົງຄາມ           ເປັນເລຂາ;

(2) ສະຫາຍ ປອ. ສະຖາບັນດິດ ອິນສີຊຽງໃໝ່    ເປັນຮອງເລຂາ;

ເລືອກເອົາປະທານ ແລະ ຮອງປະທານກວດກາພັກ ດັ່ງນີ້:

1) ສະຫາຍ ປອ. ໄຊສົງຄາມ ມະໂນທັມ            ເປັນປະທານກວດກາ;

2) ສະຫາຍ ບຸນລັດ ແກ້ວອາສາ                     ເປັນຮອງປະທານກວດກ

3) ສະຫາຍ ຄຳປະເສີດ ທຳມະວົງ                   ເປັນຄະນະກວດກາ.

ທ່ານ ສີໃສ
_MG_0150

      ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ, ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງໄດ້ຕີລາຄາສູງຕໍ່ຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ເຂົ້າສູ່ວຽກງານຂະແໜງການຂອງຕົນ ເວົ້າລວມ, ເວົ້າສະເພາະແມ່ນ ການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຮັບໃຊ້ເຂົ້າໃນການຄົ້ນຄວ້າທິດສະດີຂອງພັກ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລັດ, ແກ້ໄຂ ແລະ ສ້າງສະຖຽນລະພາບທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ນໍາພາປະເທດຊາດຫລຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ, ປະເທດຊາດຮັ່ງມີເຂັ້ມແຂງຂຶ້ນເທື່ອລະກ້າວ. ເພື່ອປະຕິບັດໜ້າທີ່ການເມືອງດັ່ງກ່າວໃຫ້ສໍາເລັດ ແລະ ປະກອບສ່ວນບູລະນະແນວທາງນະໂຍບາຍຂອງພັກ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມນັ້ນ ຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ຜູ້ແທນກອງປະຊຸມ ຈະຕ້ອງໄດ້ກຳແໜ້ນບາງບັນຫາສຳຄັນ ດັ່ງນີ້:

     ໜຶ່ງ: ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພະນັກງານ, ນັກຄົ້ນຄວ້າ, ນັກວິທະຍາສາດ ໃຫ້ຮັບຮູ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດລະບຽບ, ກົດໝາຍ ແລະ ລະບຽບການຕ່າງໆ; ປັບປຸງການຈັດຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ຄົບຖ້ວນ ແລະ ມີຫຼາຍຮຸ່ນ ເພື່ອກໍ່ສ້າງຮຸ່ນສືບທອດປ່ຽນແທນ; ປັບປຸງກົງຈັກ, ຕໍາແໜ່ງງານໃຫ້ກະທັດຮັດ, ມີປະສິດທິພາບ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ແລະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ; ເອົາໃຈໃສ່ຕິດຕາມກວດກາການຜັນແປຂອງສະພາບແນວຄິດຂອງສະມາຊິກພັກ, ພະນັກງານລັດຖະກອນ ເພື່ອມີວິທີການນໍາພາ, ແກ້ໄຂທີ່ຖືກຕ້ອງ ແລະ ທັນການກໍ່ສ້າງສະມາຊິກພັກພະນັກງານມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຍິ່ງຂຶ້ນ;

      ສອງ: ຄະນະພັກຊຸດໃໝ່ ຕ້ອງຍຶດໝັ້ນຫຼັກການຂອງພັກຢ່າງໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຈະແຈ້ງ; ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກໃຫ້ຮັດກຸມ, ມີປະສິດທິພາບ; ເອົາໃຈໃສ່ວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ ເພື່ອກວດຄືນບັນດາຄາດໝາຍ ກໍຄືການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກແຕ່ລະໄລຍະ; ປັບປຸງວຽກງານອົງການຈັດຕັ້ງມະຫາຊົນຂອງພັກໃຫ້ເຂັ້ມແຂງ, ສ້າງເງື່ອນໄຂໃຫ້ແຕ່ລະອົງການເຄື່ອນໄຫວປະຕິບັດໜ້າທີ່ຖືກຕ້ອງຕາມພາລະບົດບາດຂອງຕົນ ເພື່ອເປັນກຳລັງແຮງທີ່ສຳຄັນໃຫ້ແກ່ຄະນະພັກແຕ່ລະຂັ້ນ;

      ສາມ: ເພື່ອຮັກສາມູນເຊື້ອອັນດີ ແລະ ເສີມຂະຫຍາຍຜົນສໍາເລັດດ້ານການຄົ້ນຄວ້າໃຫ້ຍິ່ງໃຫຍ່ກວ່າເກົ່າ, ຄະນະພັກ ສວສສຊ ຕ້ອງເພີ່ມທະວີການຈັດຕັ້ງນໍາພາ-ຊີ້ນໍາ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານວຽກງານການຄົ້ນຄວ້າວິທະຍາສາດໃນຕໍ່ໜ້າໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໃຫ້ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ; ເສີມຂະຫຍາຍຢ່າງແຂງແຮງດ້ານສະຕິປັນຍາ ແລະ ຫົວຄິດປະດິດສ້າງ ໃຫ້ມີການຫັນປ່ຽນການຄົ້ນຄວ້າໄປສູ່ຄຸນນະພາບໃໝ່, ນໍາພາ-ຊີ້ນໍາການຄົ້ນຄວ້າຢ່າງມີວິທະຍາສາດ ແລະ ມີຄຸນນະພາບສູງ, ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ເພື່ອຮັບໃຊ້ເຂົ້າໃນການວາງແນວທາງນະໂຍບາຍຂອງພັກ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ການຄົ້ນຄວ້າວິທະຍາສາດໃນຕໍ່ໜ້າຕ້ອງຫັນໄປສູ່ການຄົ້ນຄວ້ານໍາໃຊ້ ແລະ ພັດທະນາໃຫ້ຫຼາຍຂຶ້ນ ຕິດພັນກັບການຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ແລະ ປັນຍາປະດິດ;

      ສີ່: ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໃນການບໍາລຸງກໍ່ສ້າງພະນັກງານບຸກຄະລາກອນໃຫ້ມີລະດັບຄວາມຮູ້ຄວາມສາມາດສູງ ເພື່ອກໍ່ສ້າງຖັນແຖວນັກຄົ້ນຄວ້າ, ນັກຊ່ຽວຊານ, ນັກວິທະຍາສາດໃຫ້ມີຄວາມເຂັ້ມແຂງ, ສາມາດຄົ້ນຄວ້າທາງດ້ານທິດສະດີ, ພຶດຕິກຳ ແລະ ການປະຍຸກນໍາໃຊ້ ຮັບໃຊ້ການວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ; ສ້າງແຫຼ່ງການຮຽນຮູ້ ແລະ ສະໜອງເຕັກນິກວິຊາການ, ບົດຮຽນທີ່ດີໃຫ້ແກ່ພາກສ່ວນກ່ຽວຂ້ອງ ແລະ ສັງຄົມ ໂດຍມີການປະສານສົມທົບເຊິ່ງກັນ ແລະ ກັນ ເພື່ອເປັນກໍາລັງແຮງຊຸກຍູ້ໃຫ້ແກ່ການຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ຍືນຍົງໃນຕໍ່ໜ້າ.

     ຫ້າ: ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫຼາຍຮູບແບບ ໂດຍສະເພາະການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ, ເຕັກໂນໂລຊີ ແລະ ອື່ນໆ ກັບບັນດາສະຖາບັນຄົ້ນຄວ້າ, ອົງການສາກົນ ແລະ ອົງການທາງສັງຄົມ ເພື່ອແລກປ່ຽນ-ຖອດຖອນບົດຮຽນ ແລະ ສຶກສາເອົາຜົນຄົ້ນຄວ້າຕ່າງໆ ທີ່ເປັນຜົນປະໂຫຍດມາໝູນໃຊ້ເຂົ້າໃນການພັດທະນາຂອງລາວ ໃຫ້ມີໝາກຜົນສູງ.

     ກອງປະຊຸມໄດ້ເຫັນດີຮັບຮອງ ແລະ ຍົກບັດລົງປະຊາມະຕິຢ່າງເປັນເອກະສັນຕໍ່ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ແລະ ຮຽກຮ້ອງມາຍັງບັນດາສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈົ່ງນໍາເອົາຜົນສໍາເລັດ ແລະ ເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຜັນຂະຫຍາຍເປັນແຜນການ, ແຜນງານລະອຽດ ພ້ອມກັນເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບ, ຄວາມເປັນເຈົ້າຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ.

ຄະນະ_edited
_MG_0506_edited_edited
ຮູບລວມ

ຂຽນຂ່າວ ແລະ ຖ່າຍພາບ: ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

IMG_9686

ສວສສຊ ວາງກະຕ່າດອກໄມ້ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

2

      ເນື່ອງໃນໂອກາດກະກຽມເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ  ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 03 ກັນຍາ 2025 ນີ້.  ຕາງໜ້າຄະນະຜູ້ແທນກອງປະຊຸມນໍາໂດຍ ສະຫາຍ ປອ. ກອງແກ້ວ ໄຊ ສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ພ້ອມດ້ວຍຄະນະປະຈໍາພັກ, ກໍາມະການຄະນະພັກ, ຄະນະໜ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິພິດຕະພັນ ປະທານໄກສອນພົມ ວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນໃນພາລະ ກິດປະຕິວັດຢ່າງອົງອາດກ້າຫານ. ພາຍໃຕ້ການນຳພາ-ຊີ້ນຳທີ່ສະຫຼາດສ່ອງໃສ ແລະ ປີຊາສາມາດຂອງພັກປະຊາ ຊົນປະຕິວັດລາວ, ສະມາຊິກພັກ-ພະນັກງານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຂໍຈົດຈຳລຳລຶກ, ກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈະພ້ອມກັນສືບທອດພາລະກິດຂອງພັກ, ຂອງລັດ ແລະ ຂອງປະຊາ ຊົນ ໂດຍເຮັດທຸກຢ່າງເພື່ອພັກ, ເພື່ອລັດ ແລະ ເພື່ອປະຊາຊົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮື່ອງສີວິໄລ, ນຳພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງມີໄຊ.

IMG_9686

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ