ຄະນະຊາວໜຸ່ມ ສວສສຊ ເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຄັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາພາໂດຍ ສະຫາຍ ເດືອນສະຫວັນ ພອນມີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ພ້ອມດ້ວຍຄະນະ ຈຳນວນ 15 ສະຫາຍ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955 – 14 ເມສາ 2025) ໃນວັນທີ 22 ເມສາ 2025 ທີ່ຜ່ານມານີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ເລຂາ ຄຊປປລ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ການນຳພັກ-ລັດ, ບັນດາສະຫາຍອະດີດການນຳຂັ້ນສູງພັກ-ລັດ, ພະນັກງານປະຕິ ວັດອາວຸໂສ, ອະດີດການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ບັນດາການນຳຂັ້ນສູງຈາກພາກ ສ່ວນຕ່າງໆ, ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.

ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບຜົນງານການເຄື່ອນໄຫວຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະ 70 ປີ (14 ເມສາ 1955 – 14 ເມສາ 2025) ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນໍາພາ – ຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ຕໍ່ກັບຊາວໜຸ່ມ ໃນວິລະກໍາການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ຂອງຊາດລາວ ດ້ວຍການເສຍສະຫລະຊີວິດ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນການແບກຫາບພາລະກໍາປະຫວັດສາດຂອງຊາດ, ຊາວໜຸ່ມທຸກຍຸກທຸກສະໄໝ ແມ່ນມີບົດບາດຕັດສິນ ແລະ ເປັນກຳລັງແຮງຕໍ່ກັບການພັດທະ ນາປະເທດຊາດ.
ໃນພິທີອັນມີຄວາມໝາຍ ມີຄວາມສຳຄັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ໃນພາລະກຳປະຫວັດສາດສະໄໝຕໍ່ສູ້ກູ້ຊາດຂອງລາວເຮົາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 14 ເມສາ 1955 ພາຍຫຼັງການສ້າງຕັ້ງພັກບໍ່ເຖິງໜຶ່ງເດືອນນັ້ນ ກອງຊາວໜຸ່ມຕະລຸມ ບອນໄດ້ເປັນກຳລັງແຮງການປະຕິວັດທີ່ສໍາຄັນ ແລະ ໃຊ້ເວລາ 20 ປີ ໃນການຕໍ່ສູ້ທີ່ຍືດເຍື້ອຍາວນານ ຈຶ່ງຖືກຂະໜານນາມວ່າ ເປັນແຂນຂວາຂອງພັກ ເປັນກຳລັງປະຈັນບານທຸກໆສະໜາມຮົບ, ເປັນຜູ້ສ້າງວິລະກຳໃນການຕໍ່ສູ້ກູ້ຊາດ ປະ ຊາທິປະໄຕ, ເປັນຜູ້ຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ ທັງເປັນຜູ້ຍອມເສຍສະຫຼະແບບບໍ່ມີເງື່ອນໄຂໃດໆ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ. ການຖືຄໍາຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ” ຊາວໜຸ່ມລາວປະຕິວັດໄດ້ເຮັດໜ້າທີ່ຢ່າງສົມກຽດສົມສັກສີ ແລະ ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງຕໍ່ກັບຄຳຮຽກຮ້ອງຂອງພັກທີ່ວ່າ:“ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກ ສິ່ງທຸກຢ່າງເພື່ອເອົາຊະນະສັດຕູ” ໃນສະໜາມຮົບອັນຟົດເດືອດ ເຖິງຈະມີຊາວໜຸ່ມຜູ້ໜຶ່ງລົ້ມລົງ ແຕ່ໄດ້ມີສະມາຊິກຊາວໜຸ່ມຈໍານວນຫຼວງຫຼາຍລຸກຂຶ້ນຕໍ່ສູ້ດ້ວຍຄວາມເສຍສະຫຼະ, ພິລະອາດຫານ ສົມແລ້ວທີ່ເປັນວິລະຊົນຂອງຊາດລາວ. ຕະຫຼອດໄລຍະ 50 ປີ ແຫ່ງການຂະຫຍາຍຕົວຂອງ ສປປ ລາວ, ພາລະກໍາປົກປັກຮັກສາ ແລະ ພັດທະນາປະເທດຊາດ ຍັງມີຄວາມທ້າທາຍ ແລະ ຂ້ຽວຂາດ ຈາກການຜັນແປຂອງສະພາບການທີ່ເກີດຂຶ້ນຕະຫຼອດເວລາ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ “ການຕໍ່ສູ້ເພື່ອໃຫ້ໄດ້ມາເອກະລາດແຫ່ງຊາດ ກໍເປັນພາລະກິດສຸດທີ່ຫຍຸ້ງຍາກແລ້ວ ພາລະກິດປົກປັກຮັກສາເອກະລາດ ອຳນາດອະທິປະໄຕທີ່ໄດ້ມາໄວ້ໃຫ້ໝັ້ນຄົງ ຍິ່ງມີຄວາມຫຍຸ້ງຍາກສັບສົນກວ່າ” ແລະ ເຄິ່ງສະຕະວັດແລ້ວ ທີ່ປະເທດຊາດສາມາດຄົງຕົວ ແລະ ຂະຫຍາຍຕົວຈົນເທົ່າທຸກວັນນີ້ ລ້ວນແຕ່ເປັນການປະ ກອບສ່ວນຂອງກຳລັງແຮງອັນມະຫາສານຂອງຊາວໜຸ່ມ, ໄວໜຸ່ມ; ຊາວໜຸ່ມຍັງເປັນຮົ້ວອັນແໜ້ນແກ່ນຂອງຊາດ ເປັນກຳລັງປະຈັນບານທຸກສະຖານະການທີ່ເກີດຂຶ້ນໃນປະເທດຕະຫຼອດໄລຍະ 50 ປີ ປະທານ ໄກສອນ ພົມວິຫານ ໄດ້ຂະ ໜານນາມໃຫ້ຊາວໜຸ່ມວ່າ “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະ ໄໝພວກເຮົາ” ນີ້ຄືຄວາມເຊື່ອໝັ້ນຂອງຜູ້ນໍາທີ່ແສນເຄົາລົບຮັກ ທີ່ມີຕໍ່ຊາວໜຸ່ມ, ໄວໜຸ່ມລາວເຮົາ ແລະ ຍັງເປັນການມອບໝາຍພາລະກຳອັນໃຫຍ່ຫຼວງໃຫ້ຊາວໜຸ່ມຕ້ອງໄດ້ຜ່ານຜ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ. ສະຫາຍຍັງໄດ້ຮຽກຮ້ອງຄະນະຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມທຸກຄົນ ຈົ່ງຖືເອົາພາລະໜ້າທີ່ທີ່ມີກຽດຂອງຕົນ ໃນການກໍ່ສ້າງ, ເຕົ້າໂຮມໄວໜຸ່ມບັນດາເຜົ່າໃນທົ່ວປະເທດ, ຜູ້ທີ່ຍັງບໍ່ທັນສັງກັດການຈັດ ຕັ້ງ ໃຫ້ຫັນໜ້າມາສົນໃຈເຂົ້າໃນການຈັດຕັ້ງ ແລະ ຖືເອົາເປັນພາຄີ ເພື່ອເປັນກຳລັງແຮງໃຫ້ການຈັດຕັ້ງຊາວໜຸ່ມໃນການສ້າງສາພັດທະນາປະເທດຊາດ, ສ້າງຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ. ສະມາຊິກຊາວໜຸ່ມທີ່ເປັນສະມາຊິກພັກ ກໍຕ້ອງຕັ້ງໃຈເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ມີສະຕິສະເໝີວ່າ ຄວາມເປັນແບບຢ່າງຂອງຕົນມີຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ມະຫາຊົນໄດ້ເປັນແວ່ນແຍງ ແລະ ເດີນຕາມ, ທັງຮຽກຮ້ອງເຖິງບັນດາການນໍາພັກ-ລັດ ແລະ ການຈັດຕັ້ງ ສືບຕໍ່ສຶກສາອົບຮົມໃຫ້ຄວາມຮັບຮູ້, ບົດຮຽນແກ່ຊາວໜຸ່ມເປັນປະຈໍາ, ໃຫ້ການອຸ້ມຊູຊ່ວຍ ເຫຼືອ ແລະ ຕໍານິຕິຊົມ ໃຫ້ການຈັດຕັ້ງຊາວໜຸ່ມທຸກຂັ້ນ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ໃຫ້ໄດ້ຮັບການປັບປຸງຕົນເອງໃຫ້ດີ ແລະ ເຂັ້ມແຂງຂຶ້ນ ສາມາດຮັບພາລະໜ້າທີ່ທີ່ຖືກມອບໝາຍ. ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ປະຊາຊົນລາວທຸກຖ້ວນໜ້າ ຈົ່ງຊ່ວຍເຫຼືອ ແລະ ຕໍານິຕິຊົມຊາວໜຸ່ມ-ເຍົາວະຊົນໄດ້ທຸກເວລາ. ຕໍ່ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຈົ່ງອອກແຮງປັບປຸງການຈັດຕັ້ງໃຫ້ກະທັດຮັດມີປະສິດທິພາບສູງ, ປັບປຸງແບບແຜນວິທີເຮັດວຽກ, ຫັນເປັນທັນສະໄໝວ່ອງໄວທັນການ ເຮັດວຽກຕິດແທດຕົວຈິງ ຖືເອົາມະຫາຊົນເປັນກົກ ຖືເອົາທ້ອງຖິ່ນຮາກຖານເປັນເປົ້າໝາຍໃນການ ເຄື່ອນໄຫວຂອງຕົນ. ສະມາຊິກຊາວໜຸ່ມ ຕ້ອງມີພັນທະກໍ່ສ້າງສຶກສາອົບຮົມເຍົາວະຊົນ-ອະນຸຊົນ ທີ່ເປັນໜໍ່ແໜງຂອງປະເທດຊາດ ໃຫ້ເປັນຄົນທີ່ມີຄວາມຮູ້ໄດ້ຮັບການສຶກສາຢ່າງທົ່ວເຖິງ. ປະກອບນໍ້າໃຈຮັກຊາດ, ຮັກຄວາມກ້າວໜ້າໃຫ້ເຂົາເຈົ້າແຕ່ເຍົາໄວ ເພື່ອສ້າງອະນາຄົດອັນສົດໃສ ໃຫ້ເຂົາເຈົ້າສາມາດຮັບເອົາພາລະໜ້າທີ່, ພາລະກຳຂອງປະເທດຊາດຕໍ່ໄປ ແລະ ເຊື່ອໝັ້ນວ່າ ຊາວໜຸ່ມຈະເປັນຜູ້ມີຄວາມສາມາດເດັດດ່ຽວ ເພື່ອຄໍ້າປະກັນໃຫ້ພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນລາວ ມອບໄວ້ໃຫ້ ເປັນທີ່ເພີ່ງອາໃສແໜ້ນແກ່ນ ແລະ ໄວ້ວາງໃຈຂອງປະເທດຊາດ ແລະ ຂອງປະຊາ ຊົນ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ ຄຊປປລ ທີ່ມີຜົນງານດີເດັ່ນໃນການນໍາພາ-ຊີ້ນໍາວຽກງານຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຕະຫຼອດໄລຍະ 10 ປີ (2016-2025) ເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີຢ່າງສົມກຽດ.
ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ