ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ

ໃນຕອນບ່າຍ ຂອງວັນທີ 08 ເມສາ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າການເມືອງວິທະຍາ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ຮັກສາການເລຂາໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາ; ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ ສວສສຊ; ມີບັນດາກຳມະການຄະນະພັກ, ບັນດາເລຂາໜ່ວຍພັກ ທີ່ມາຈາກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນກອງປະຊຸມເຂົ້າຮ່ວມ ຈໍານວນ 31 ສະຫາຍ.

ສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງສະເໜີຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ເຊິ່ງຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະຜົນສຳເລັດການປະຕິບັດໂຄງການຄົ້ນຄວ້າ, ການຂຽນບົດວິຊາການເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດຢູ່ພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງວາລະສານ ແລະ ສື່ສິ່ງພິມ ແລະ ອື່ນໆ ພ້ອມນັ້ນຍັງຍົກໃຫ້ເຫັນບາງຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອສືບແກ້ໄຂໃຫ້ໝົດໄປເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ ຈຳນວນ 4 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 3 ສະ ຫາຍ. ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ປອ. ແກ້ວວິຈິດ ໄຂຄຳພິທູນ ເປັນເລຂາໜ່ວຍພັກ, ສະຫາຍ ຫຸມແພງ ວົງສີປະເສີດ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນ. ດາວວົງ ສິມມະວົງ ເປັນກຳມະ ການໜ່ວຍພັກ ທັງເປັນປະທານກວດກາ.

ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍສໍາຄັນ, ສະຫາຍ ປອ. ກອງແກ້ວ ໄຊສົງ ຄາມ ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງ ປະຊຸມບາງຕອນວ່າ: ຄະນະໜ່ວຍພັກສະຖາບັນຄົ້ນຄວ້າການເມືອງວິທະຍາຕ້ອງໄດ້ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ກັບສະມາຊິກພັກພະນັກງານໃຫ້ເປັນປົກກະຕິ, ຕໍ່ເນື່ອງ ໂດຍຖືເອົາການປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດທີ່ວາງອອກຢ່າງເຂັ້ມງວດ; ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງພັກ-ລັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເປັນຕົ້ນຄວາມສາມັກຄີເປັນເອກະພາບພາຍໃນພັກ, ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມຫ້າວຫັນ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານວິຊາສະເພາະ, ເປັນເຈົ້າການໃນການຄົ້ນຄວ້າ, ມີຄວາມກະຕືລືລົ້ນ, ມີຫົວຄິດປະດິດສ້າງ, ກ້າຕັດສິນໃຈ, ກ້າເຮັດ ແລະ ກ້າຮັບຜິດຊອບ; ການປະຕິບັດໜ້າທີ່ວຽກງານຄົ້ນຄວ້າວິທະຍາສາດການເມືອງ ຕ້ອງຍຶດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ກໍາແໜ້ນທັດສະນະ, ອຸດົມການຂອງພັກ, ຮູ້ໝູນໃຊ້ເຂົ້າໃນວຽກງານໂຕຈິງ; ການດຳເນີນໂຄງການຄົ້ນຄວ້າຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງຮັບປະກັນດ້ານສະຖຽນລະພາບທາງດ້ານການເມືອງ; ຕ້ອງສຸມໃສ່ຄົ້ນຄວ້າວິທະຍາສາດການເມືອງ ຕາມຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ບັນດາແນວຄິດທິດສະດີກ້າວໜ້າຂອງມວນມະນຸດ ເຊິ່ງເປັນທິດສະດີ ແລະ ພຶດຕິກຳຂອງພັກ ເພື່ອຕອບສະໜອງຂໍມູນທາງດ້ານທິດສະດີການເມືອງໃຫ້ແກ່ການວາງແນວທາງຂອງພັກ-ລັດ ໃນແຕ່ລະໄລຍະ.

ຂຽນຂ່າວ ແລະ ຖ່າຍພາບ: ມຸນິນ ພົນສັກດາ