ໜ່ວຍພັກສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II

ໃນຕອນບ່າຍ ຂອງວັນທີ 9 ເມສາ 2025 ທີ່ຫ້ອງປະຊຸມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງຕົນຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ນ. ກິນນະລອນ ພິມມະວົງ ຮັກສາການເລຂາໜ່ວຍພັກ; ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ ສວສສຊ; ມີບັນດາກຳມະການຄະນະພັກ, ບັນດາເລຂາໜ່ວຍພັກ ທີ່ມາຈາກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນກອງປະຊຸມເຂົ້າຮ່ວມ ຈໍານວນ 27 ສະຫາຍ.
ສະຫາຍ ປອ. ນ. ກິນນະລອນ ພິມມະວົງ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ, ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານເປັນປົກກະຕິ, ຕິດພັນກັບການເຮັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ເຊິ່ງບາງຕອນຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນປະຕິບັດໂຄງການຄົ້ນຄວ້າ, ການຂຽນບົດວິຊາການຕ່າງໆເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດຢູ່ພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງວາລະສານ ແລະ ສື່ສິ່ງພິມຕ່າງໆ. ນອກຈາກນັ້ນ ບັນດາສະມາຊິກພັກຍັງໄດ້ພ້ອມປະກອບຄຳຄິດເຫັນໃສ່ 2 ເອກະສານດັ່ງກ່າວ ແລະ ໄດ້ ເປັນເອກະພາບຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາຍເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຳພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I. ໃນກອງປະຊຸມ ບັນດາຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງໄດ້ເອກະພາບເລືອກເອົາ ສະຫາຍ ປອ. ນ. ກິນນະ ລອນ ພິມມະວົງ ເປັນເລຂາໜ່ວຍພັກ; ສະຫາຍ ນ. ພອນສະຫັວນ ສິດທິເດດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຈັນສະໝອນ ວົງໄພສິດ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

ໃນໂອກາດດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະໜ່ວຍພັກຊຸດໃໝ່ ຈົ່ງຮີບຮ້ອນເອົາໃຈໃສ່ຈັດຕັ້ງເຊື່ອມຊຶມກຳແໜ້ນເນື້ອໃນມະຕິກອງປະຊຸມໃນຄັ້ງນີ້ໃຫ້ແກ່ສະມາຊິກພັກ, ຕ້ອງປະຕິບັດລວມສູນປະຊາທິປະໄຕ, ປັບປຸງແບບແຜນນຳພາ ໃນຄະນະໜ່ວຍພັກມີການແບ່ງໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ, ຖືເອົາການຕຳນິຕິຊົມຕົນເອງ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ເພື່ອກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ; ຕ້ອງຖືສໍາຄັນການສຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກພັກ-ພະນັກງານໃຫ້ມີຄວາມ ເຂົ້າ ໃຈຢ່າງຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງເຖິງຖອງ; ເອົາໃຈໃສ່ນຳພາ-ຊີ້ນຳ ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່; ເພີ່ມບົດບາດໃນການຄົ້ນຄວ້າວິທະຍາສາດເສດຖະກິດໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການຕ່າງໆ, ເຊີດຊູຄວາມຮັບຜິດຊອບທາງການເມືອງ, ຄວາມເປັນແບບຢ່າງນຳໜ້າ, ນໍ້າໃຈຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດຮັບມອບໝາຍໃຫ້ຢ່າງຈົບງາມ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ