ໜ່ວຍພັກສະຖາບັນຄົ້ນຄວ້າວັດທະນະທໍາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II

3

     ເພື່ອຜັນຂະຫຍາຍ ແລະ ບູລະນະກົງຈັກການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ແນໃສ່ບັນລຸເປົ້າໝາຍຍຸດທະສາດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢ່າງຍາວນານ, ໝັ້ນຄົງໃນຕໍ່ໜ້າ. ໃນຕອນເຊົ້າຂອງວັນທີ 9 ເມສາ 2025 ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າວັດທະນະທໍາ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງໜ່ວຍພັກຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ປອ. ເດັ່ງຢ່າງ ກົງຈີ ຮັກສາການເລຂາໜ່ວຍພັກ; ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ; ມີບັນດາກໍາມະການຄະນະພັກ; ບັນດາເລຂາໜ່ວຍພັກ ມາຈາກໜ່ວຍພັກສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ,​ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກຜູ້ແທນສົມບູນເຂົ້າຮ່ວມ ຈໍານວນ 29 ສະ ຫາຍ.

2

     ສະຫາຍ ປອ. ເດັ່ງຢ່າງ ກົງຈີ ຮັກສາການເລຂາໜ່ວຍພັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງ ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະຊຸດເກົ່າ ເຊິ່ງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນ​ຕົ້ນ​ແມ່ນ​ປະ​ຕິ​ບັດໂຄງການຄົ້ນຄວ້າ, ການ​ຂຽນ​ບົດ​ວິ​ຊາ​ການ​ຕ່າງໆ​, ເຂົ້າຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາພາຍໃນ ແລະ ສາກົນ, ການຂຽນບົດຄວາມລົງ​ວາ​ລະ​ສານ ແລະ ສື່​ສິ່ງ​ພິມ​ ເຊິ່ງ​ເປັນ​ຜົນງານ​ທີ່​ສະ​ຖາ​ບັນຄົ້ນຄວ້າວັດທະນະທໍາຍາດມາໄດ້ໃນຊຸມປີຜ່ານມາ ພ້ອມນັ້ນຍັງຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ.

     ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ແລະ ໄດ້ເອກະພາບເລືອກເອົາ ສະຫາຍ ປອ. ເດັ່ງຢ່າງ ກົງຈີ ເປັນເລຂາໜ່ວຍພັກ; ສະຫາຍ ໄຊສົມພອນ ຫາວັນນະລາດ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ແພງຢ່າງ ເກຍປາວ ເປັນກໍາມະການພັກ ທັງເປັນປະທານກວດກາໜ່ວຍພັກ.

4

     ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ບັນດາສະຫາຍໃນຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ຖືສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມ, ບໍາລຸງກໍ່ສ້າງຖັນແຖວສະມາຊິກພັກພະນັກງານ ກໍຄືຖັນແຖວນັກຄົ້ນຄວ້າຂອງຕົນ ໃຫ້ມີແນວຄິດການການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຂັ້ນເທິງ; ເອົາໃຈໃສ່ນໍາພາຊີ້ນຳ ແລະ ສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ວິຊາສະເພາະດ້ວຍການກໍານົດຈຸດສຸມເປົ້າໝາຍຂອງການຄົ້ນຄວ້າໃຫ້ຈະແຈ້ງຂຶ້ນຕື່ມ; ເອົາໃຈໃສ່ກໍ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ທີ່​ມີການພັດ​ທະ​ນາ​ຢ່າງ​ແຂງ​ແຮງ;  ປຸກລະດົມ​​ເຕົ້າ​ໂຮມຄວາມສາມັກຄີພາຍ​ໃນ​ໃຫ້ເປັນປຶກແຜ່ນ; ມີການປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ແລະ ເຂັ້ມງວດໃນການຊຸກຍູ້ຕິດຕາມ, ກວດກາ ແລະ ປະເມີນຜົນເປັນປົກກະຕິ; ພ້ອມດຽວກັນນັ້ນ ພາຍໃນຄະນະ​ໜ່ວຍພັກຕ້ອງມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເຊີດຊູຄວາມສາມັກຄີ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ນັ້ນສຳເລັດຢ່າງຈົບງາມ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ 

ຖ່າຍພາບ: ມຸນິນ ພົນສັກດາ