ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ

ຕອນເຊົ້າຂອງວັນທີ 7 ເມສາ 2025 ທີ່ຫ້ອງປະຊຸມຕຶກການນໍາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ໄດ້ໄຂກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ລັດດາວັນ ຊົງວິໄລ ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ; ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ; ມີບັນດາກໍາມະການຄະນະພັກ, ເລຂາໜ່ວຍພັກ ສະຖາບັນຄົ້ນຄວ້າ, ຫ້ອງການ, ກົມ ແລະ ສູນ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມທັງຜູ້ແທນກອງປະຊຸມ ເຂົ້າຮ່ວມທັງໝົດ 33 ສະຫາຍ.
ສະຫາຍ ນາງ ລັດດາວັນ ຊົງວິໄລ ເລຂາໜ່ວຍພັກ ສຄສພ ໄດ້ຂຶ້ນກ່າວເປີດກອງປະຊຸມພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະຊຸດເກົ່າ ເຊິ່ງບາງຕອນຍົກໃຫ້ເຫັນເຖິງຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະດ້ານການເມືອງແນວຄິດ, ຄວາມສາມັກຄີປອງດອງ, ແບບແຜນນໍາພາວິທີເຮັດວຽກ ພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ. ກອງປະຊຸມໄດ້ນໍາໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີໄດ້ເລືອກເອົາ ສະຫາຍ ນາງ ລັດດາວັນ ຊົງວິໄລ ເປັນເລຂາໜ່ວຍພັກ; ສະຫາຍ ປອ. ວັນໄຊ ໄຊຍະວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸລະໄຊ ບຸນທິເດດ ເປັນກໍາມະການພັກ ທັງເປັນປະທານກວດກາໜ່ວຍພັກ.

ໃນກອງປະຊຸມ ໄດ້ຮັບຟັງຄໍາໂອ້ລົມຈາກ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ສະແດງອອກໃນໄລຍະຜ່ານມາ ພ້ອມທັງໃຫ້ຊີ້ທິດເຍືອງທາງໃຫ້ແກ່ໜ່ວຍພັກສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ຈົ່ງພ້ອມກັນເສີມຂະຫຍາຍ, ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກໃຫ້ເລິກເຊິ່ງ, ຕໍ່ເນື່ອງ ເໝືອນຝົນຝອຍທີ່ ເຮັດໃຫ້ດິນມີຄວາມຊຸ່ມຊື່ນ ພ້ອມກັນປັບປຸງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເອົາ ໃຈໃສ່ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃຫ້ໝົດໄປ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍຄາດໝາຍສູ້ຊົນແຜນ 5 ປີໃນແຕ່ລະດ້ານໃຫ້ປະກົດຜົນເປັນຈິງ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ